ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ຕາລີບານ ເວົ້າວ່າ ແມ່ຍິງ ສາມາດທຳການສຶກສາໄດ້ ໃນຫ້ອງຮຽນທີ່ແຍກຈາກຜູ້ຊາຍ


ນັກສຶກສາເຂົ້າຫ້ອງຮຽນ ທີ່ຖືກກັ້ນດ້ວຍຜ້າກັ້ງ ເພື່ອແຍກຜູ້ຊາຍກັບແມ່ຍິງຢູ່ມະຫາວິທະຍາໄລເອກະຊົນ ໃນນະຄອນຫຼວງ ກາບູລ, 9 ກັນຍາ 2021 ລຸນຫຼັງການປົກຄອງຂອງກຸ່ມຕາລີບານ.
ນັກສຶກສາເຂົ້າຫ້ອງຮຽນ ທີ່ຖືກກັ້ນດ້ວຍຜ້າກັ້ງ ເພື່ອແຍກຜູ້ຊາຍກັບແມ່ຍິງຢູ່ມະຫາວິທະຍາໄລເອກະຊົນ ໃນນະຄອນຫຼວງ ກາບູລ, 9 ກັນຍາ 2021 ລຸນຫຼັງການປົກຄອງຂອງກຸ່ມຕາລີບານ.

ລັດຖະບານ ຕາລີບານ ໃນ ອັຟການິສຖານ ໄດ້ກ່າວໃນວັນອາທິດວານນີ້ວ່າ ແມ່ຍິງສາມາດສືບຕໍ່ການສຶກສາຢູ່ມະຫາວິທະຍາໄລ ແລະ ລະດັບສູງໃນສະຖາບັນຂອງລັດຖະບານ ແລະ ເອກະຊົນໄດ້ ຕາບໃດທີ່ຫ້ອງຮຽນ ແລະ ຕຶກຂອງໂຮງຮຽນແມ່ນແຍກແມ່ຍິງກັບຜູ້ຊາຍ.

ລັດຖະມົນຕີ ວ່າການກະຊວງສຶກສາ ຂອງຕາລີບານ, ທ່ານ ອັບດູລ ບາກີ ຮັກການີ, ໃນຂະນະທີ່ກຳລັງອະທິບາຍນະໂຍບາຍໃໝ່ຢູ່ກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ກາບູລ ນັ້ນ, ໄດ້ກ່າວປ້ອງກັນການແບ່ງແຍກນັກສຶກສາດ້ວຍເພດ, ໂດຍໂຕ້ແຍ້ງວ່າການຮ່ວມສຶກສາແມ່ນຂັດກັບຄຳສອນອິສລາມ ແລະ ປະເພນີວັດທະນະທຳຂອງຊາວ ອັຟການິສຖານ.

ລັດຖະມົນຕີໄດ້ກ່າວວ່າ ມີແຕ່ນາຍຄູແມ່ຍິງຈະຖືກອະນຸຍາດໃຫ້ສອນນັກສຶກສາແມ່ຍິງ ແລະ ມັນຈະບໍ່ມີການຂາດແຄນນາຍຄູແມ່ຍິງ. ແຕ່ຖ້າມັນມີຄວາມຕ້ອງການແທ້ໆ, ຜູ້ຊາຍກໍຈະໄດ້ຮັບອະນຸ ຍາດໃຫ້ສອນແມ່ຍິງໂດຍທີ່ບໍ່ໄດ້ລ່ວງລະເມີດກົດໝາຍອິສລາມ.

ທ່ານ ຮັກການີ ໄດ້ກ່າວວ່າ “ເຂົາເຈົ້າຍັງສາມາດສອນ ແຕ່ອີງຕາມຄຳພີຊາເຣຍນັ້ນ, ເຂົາເຈົ້າຄວນສອນຢູ່ຫຼັງຜ້າກັ້ງ ຫຼື ໃຊ້ໜ້າຈໍວິດີໂອ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.”

ທ່ານໄດ້ກ່າວຢໍ້າວ່າລັດຖະບານຂອງທ່ານມີເຈຕະນາທີ່ຈະຮັກສາຜົນປະໂຫຍດທີ່ ອັຟການິສຖານ ໄດ້ສ້າງມາໃນດ້ານການສຶກສາຈາກ 20 ປີທີ່ຜ່ານມາ ແຕ່ມັນຈະບໍ່ມີການຮ່ວມສຶກສາຢູ່ໃນປະເທດນັ້ນ.

ທ່ານ ຮັກການີ ໄດ້ກ່າວວ່າ “ມັນບໍ່ແມ່ນວ່າພວກເຮົາຈະເລີ່ມຕົ້ນໃໝ່ອີກ. ບໍ່ແມ່ນ. ພວກເຮົາຈະສືບຕໍ່ສ້າງສາຜົນສຳລັບທີ່ໄດ້ເຮັດມາຈົນເຖິງປັດຈຸບັນນີ້ ແຕ່ດ້ວຍຄວາມເອົາໃຈໃສ່ທີ່ຫຼາຍກວ່າ.”

ພາຍໃຕ້ລັດຖະບານ ຕາລີບານ ຈາກ 1996-2001 ໃນອັບຟການິສຖານນັ້ນ, ສິດທິມະນຸດ, ໂດຍສະເພາະແມ່ນສິດທິຂອງແມ່ຍິງ, ແມ່ນໄດ້ຖືກຈຳກັດຢ່າງຫຼວງຫຼາຍ, ຈົນນຳໄປສູ່ງການຖືກແຍກໂດດດ່ຽວຈາກສາກົນຂອງປະເທດດັ່ງກ່າວໃນເວລານັ້ນ.

ກຸ່ມນັບຖືສາສະໜາຢ່າງເຄັ່ງຄັດດັ່ງກ່າວໄດ້ນຳສະເໜີລະບົບຍຸຕິທຳທີ່ໂຫດຮ້າຍ. ແມ່ຍິງໄດ້ຖືກຫ້າມຈາກການບໍ່ໃຫ້ອອກຈາກບ້ານໂດຍບໍ່ມີພີ່ນ້ອງຜູ້ຊາຍໄປນຳ ແລະ ເດັກຍິງແມ່ນບໍ່ໄດ້ຖືກອະນຸ ຍາດໃຫ້ຮັບການສຶກສາໃນເວລານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG