ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ​ຂອງ ສ​ຫລ ​2 ຄົນ ເສຍ​ຊີ​ວິດ ​ຍ້ອນ​ຖືກ​ລອບ​ຍິງ ຢູ່ໃນ ອັ​ຟ​ກາ​ນິ​ສ​ຖານ


ທະ​ຫານ​ສະ​ຫະ​ລັດໃນ​ໜ່ວຍ Task Force Iron ກຳ​ລັງເອົາ​ລູກ​ປືນໃສ່​ປືນ​ຄົກ M-777 ເພື່ອ​ຈະ​ຍິງ ຢູ່ແຂວງ Helmand ຂອງ​ອັ​ຟ​ກາ​ນິ​ສ​ຖານ (ພາບ​ຖ່າຍ​ໃນ​ວັນ​ທີ 10 ມິ​ຖຸ​ນາ, 2017 ສົ່ງໃຫ້​ໂດຍ Sgt. Justin T. Updegraff ສົ່ງ​ຜ່ານ​ອົງ​ການ​ຂ່າວເອ​ພີ)
ທະ​ຫານ​ສະ​ຫະ​ລັດໃນ​ໜ່ວຍ Task Force Iron ກຳ​ລັງເອົາ​ລູກ​ປືນໃສ່​ປືນ​ຄົກ M-777 ເພື່ອ​ຈະ​ຍິງ ຢູ່ແຂວງ Helmand ຂອງ​ອັ​ຟ​ກາ​ນິ​ສ​ຖານ (ພາບ​ຖ່າຍ​ໃນ​ວັນ​ທີ 10 ມິ​ຖຸ​ນາ, 2017 ສົ່ງໃຫ້​ໂດຍ Sgt. Justin T. Updegraff ສົ່ງ​ຜ່ານ​ອົງ​ການ​ຂ່າວເອ​ພີ)

ພັນ​ທະ​ມິດ​ດ້ານ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ທີ່​ນຳ​ພາ​ໂດຍ​ເນ​ໂຕ​ໃນອັ​ຟ​ກາ​ນິ​ສ​ຖານ​ເວົ້າ​ວ່າ ທະ​ຫານຂອງ​ຕົນ​ສອງ​ຄົນ​ຖືກ​ຂ້າ​ຕາຍ ​ໃນ​ການ​ລອບ​ຍິງ ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດດັ່ງ​ກ່າວ ຊຶ່ງ​ເຮັດ​ໃຫ້​ຈຳ​ນວນ​ຄົນເສຍ​ຊີ​ວິດ ເພີ້ມ​ຂຶ້ນ​ເປັນ​ເກົ້າ​ຄົນ ຊຶ່ງເປັນ​ຄວາມ​ເສຍ​ຫາຍຂອງກອງ​ທັບສະ​ຫະ​ລັດ​ໄດ້​ຮັບ ນັບ​ຕັ້ງແຕ່ຕົ້ນ​ປີນີ້​ເປັນ​ຕົ້ນ​ມາ.

ຢູ່​ໃນຖະ​ແຫລງ​ການ​ສະ​ບັບ​ນຶ່ງໃນ​ວັນ​ພຸດມື້ນີ້, ໜ່ວຍ​ປະ​ຕິ​ບັດ​ງານຂອງ​ພັນ​ທະ​ມິດ​ເນ​ໂຕ ຫລື Resolute Support ເວົ້າ​ວ່າ​ ຊື່​ຂອງ​ທະ​ຫານ​ທີ່​ເສຍ​ຊີ​ວິດນັ້ນ ຈະ​ບໍ່​ໄດ້ຖືກ​ເປີດ​ເຜີຍ ​ຈົນ​ກວ່າ​ວ່າ ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ ຈະ​ໄດ້​ຖືກແຈ້ງ​ໃຫ້ຊາບ​ເສຍກ່ອນ. ໜ່ວຍ​ປະ​ຕິ​ບັດງານ​ດັ່ງ​ກ່າວບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ້ມ​ເຕີມ​ກ່ຽວ​ກັບ​ວ່າ ການ​ບາດ​ເຈັບ ແລະ​ເສຍ​ຊີ​ວິດນັ້ນ ເກີດ​ຂຶ້ນ​ໄດ້​ແນວ​ໃດ ແລະ​ເກີດ ​ຢູ່​ໃສ.

ກຸ່ມ​ຕາ​ລີບານ ໄດ້​ກ່າວ​ອ້າງຢູ່​ໃນຖະ​ແຫລງ​ການ​ອັນ​ສັ້ນໆ ວ່າ ນັກ​ລົບ​ຂອງ​ຕົນ​ໄດ້​ລອບ​ຍິງ ແລະ​ສັງ​ຫານ​ຊີ​ວິດ​ຂອງ​ຊາວ​ອາ​ເມ​ຣິ​ກັນ 2 ​ຄົນຢູ່​ໃນແຂວງວາ​ດັກ (Wardak) ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ໃນ​ວັນ​ອັງ​ຄານ​ວານນີ້. ໂຄ​ສົກ​ຂອງ​ກຸ່ມ​ດັ່ງ​ກ່າວ, ທ້າວ ຊາ​ບີ​ຮູ​ລາ ມູ​ຈາ​ຮິດ (Zabihullah Mujahid), ເວົ້າວ່າ ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ເມືອງຊາ​ເຢ​ດາ​ບັດ (Sayedabad).

ທ. ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ຫລ ພົບ​ກັບ​ທ່ານ Sayaaf, ເຈົ້!ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຢູ່​ນະ​ຄອນ​ກາ​ບູ​ລ, ວັນ​ທີ 26 ມິ​ຖຸ​ນາ, 2019
ທ. ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ຫລ ພົບ​ກັບ​ທ່ານ Sayaaf, ເຈົ້!ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຢູ່​ນະ​ຄອນ​ກາ​ບູ​ລ, ວັນ​ທີ 26 ມິ​ຖຸ​ນາ, 2019

ບໍ່​ເປັນ​ທີ່​ແຈ້ງ​ຂາວ​ໃນ​ທັນ​ທີ​ທັນ​ໃດ​ເທື່ອ​ວ່າ ທ້າວ​ມູ​ຈາ​ຮິດ​ ກຳ​ລັງ​ເວົ້າ​ເຖິງ​ເຫດ​ການ​ອັນ​ດຽວ​ກັນ​ທີ່​ພາ​ໃຫ້ມີ​ການເສຍ​ຊີ​ວິດ​ຂອງ​ທະ​ຫານ​ອາ​ເມ​ຣິ​ກັນ​ນັ້ນ​ຫລືບໍ່.

ໜ່ວຍ​ປະ​ຕິ​ບັດ​ງານ​ຂອງ​ພັນ​ທະ​ມິດ​ເນ​ໂຕ ປະ​ກອບມີ​ທະ​ຫານ 17,000 ຄົນ, ຊຶ່ງ​ປະ​ມານ​ເຄິ່ງ​ຂອງ​ຈຳ​ນວນທະ​ຫານນັ້ນ ແມ່ນ​ໄປ​ຈາກ​ສະ​ຫະ​ລັດ. ທະ​ຫານ​ຂອງ​ສະ​ຫະ​ລັດ ​ອີກ​ຈຳ​ນວນ​ທີ່​ໜ້ອຍກວ່ານັ້ນ ກໍປະ​ຕິ​ບັດ​ງານ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານເຊັ່ນ​ກັນ ຢູ່​ພາຍ​ໃຕ້​ການ​ດຳ​ເນີນ​ງານ ຕໍ່​ຕ້ານ​ການກໍ່​ການ​ຮ້າຍ​.

ການ​ບາ​ດ​ເຈັບ ແລະ​ເສຍ​ຊີ​ວິດ​ຂອງ​ສະ​ຫະ​ລັດ​ໃນ​ຄັ້ງ​ຫລ້າ​ສຸດນີ້​ແມ່ນມີ​ຂຶ້ນ​ນຶ່ງມື້​ຫລັງ​ຈາກທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄປ​ຢຸດ​ແວ່​ທີ່ນະ​ຄອນ​ຫລວງ​ກາ​ບູ​ລ ຂອງ​ອັ​ຟ​ກາ​ນິສ​ຖານ ເພື່ອ​ທຳ​ການ​ພົບ​ປະ​ກັບປະ​ທາ​ນາ​ທິ​ບໍ​ດີ ອາ​ສ​ຣັບ ກາ​ນີ (Ashraf Ghani) ຂອງ​ອັ​ຟ​ກາ​ນິ​ສ​ຖານ​ເປັນ​ເວ​ລາ 1 ວັນ ພ້ອມ​ກັບ​ຜູ້​ນຳ​ຂັ້ນ​ສູງ​ຄົນ​ອື່ນໆ ແລະ​ພວກ​ນັກການ​ເມືອງ​ຂອງ​ຝ່າຍ​ຄ້ານ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ດຳ​ເນີນຄວາມພະ​ຍາ​ຍາມ​ທີ່​ວໍ​ຊິງ​ຕັນ​ກຳ​ລັງປະ​ຕິ​ບັດ​ຢູ່ ​ເພື່ອ​ໃຫ້​ບັນ​ລຸ​ຂໍ້​ຕົກ​ລົງກັບ​ກຸ່ມ​ຕາ​ລີ​ບານເພື່ອ​ໃຫ້​ກ້າວ​ໄປ​ສູ່​ການ​ຍຸ​ຕິ​ສົງ​ຄາມ ທີ່​ມີ​ມາເກືອບ 18 ປີ​ແລ້ວນັ້ນໄດ້.

ໃນ​ຂະ​ນະ​ທີ່ພວກ​ນັກ​ເຈ​ລະ​ຈາ​ຂອງ​ສະ​ຫ​ະ​ລັດ ແລະ​ກຸ່ມ​ຕາ​ລີ​ບານກຳ​ລັງ​ກະ​ກຽມ​ທີ່​ຈະ​ພົບ​ປະ​ກັນ​ຢູ່​ທີ່​ກາ​ຕາ​ໃນ​ວັນ​ເສົາ​ຈະ​ມາ​ເຖິງນີ້ ເພື່ອ​ທຳ​ການ​ເຈ​ລະ​ຈາ​ກັນ​ຮອບ​ໃໝ່, ​ທ່ານ​ພອ​ມ​ພຽວ​ກ່າວ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ຈະ​ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ​ໄປວ່າ ທ່ານ​ມີ​ຄວາມ​ຫວັງ​ສູງວ່າ​ຈະ​ມີ​ຂໍ້​ຕົກ​ລົງສັນ​ຕິ​ພາບ "ກ່ອນ​ວັນ​ທີ 1 ກັນ​ຍາ", ກ່ອນ​ຈະ​ມີ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ​ດັ່ງ​ກ່າວ ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ຂອງ​ເດືອນນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG