ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ ຕາລີບານ ປະຕິຍານ ວ່າຈະແກ້ ແຄ້ນ ການໂຈມຕີ ທາງອາກາດຂອງ ສະຫະລັດ


ຄວັນໄຟປິວຂຶ້ນເທິງທ້ອງຟ້າ ຈາກຕຶກຫຼັງໜຶ່ງທີ່ເປັນບ່ອນ
ລີ້ຊ່ອນຂອງພວກຕາລີບານ ຕໍ່ຕ້ານລັດຖະບານ ໃນລະຫວ່າງ
ການຕໍ່ສູ້ກັບກອງກຳລັງຮັກສາຄວາມປອດໄພ ໃນແຂວງ Helmand, ປະເທດ ອັຟການິສຖານ, 9 ມີນາ, 2016.
ຄວັນໄຟປິວຂຶ້ນເທິງທ້ອງຟ້າ ຈາກຕຶກຫຼັງໜຶ່ງທີ່ເປັນບ່ອນ ລີ້ຊ່ອນຂອງພວກຕາລີບານ ຕໍ່ຕ້ານລັດຖະບານ ໃນລະຫວ່າງ ການຕໍ່ສູ້ກັບກອງກຳລັງຮັກສາຄວາມປອດໄພ ໃນແຂວງ Helmand, ປະເທດ ອັຟການິສຖານ, 9 ມີນາ, 2016.

ກຸ່ມຕາລີບານອັຟການິສຖານ ກ່າວວ່າ ຕົນຈະຕອບໂຕ້ຄືນຢ່າງໜັກສຳລັບ ການໂຈມຕີ ທາງອາກາດ ທີ່ເລີ່ມຕົ້ນຄືນໃໝ່ ຕໍ່ກຸ່ມກະບົດນັ້ນ ແລະ ກ່າວ ອ້າງວ່າການຖິ້ມລະເບີດ ແມ່ນບໍ່ເຄີຍຢຸດເຊົາຈັກເທື່ອ.

ທະຫານ ສະຫະລັດ ໄດ້ເລີ່ມຕົ້ນການໂຈມຕີທາງອາກາດຕ້ານກຸ່ມຕາລີບານ ເມື່ອສັບປະ ດາແລ້ວນີ້ ແຕ່ບໍ່ຍອມທີ່ີ່ຈະໃຫ້ລາຍລະອຽດ ໃດໆຕື່ມ.

ການເຄື່ອນໄຫວດັ່ງກ່າວ ໄດ້ມີຂຶ້ນພຽງບໍ່ເທົ່າໃດມື້ ຫຼັງຈາກທີ່ປະທານາທິບໍດີ ບາຣັກ ໂອ ບາມາ ໄດ້ຂະຫຍາຍອຳນາດອອກ ຊຶ່ງພາຍໃຕ້ອຳນາດນີ້ພວກທະ ຫານ ສະຫະລັດ ຢູ່ໃນ ອັຟການິສຖານ ສາມາດໂຈມຕີ ພວກກະບົດໄດ້ຕາບ ໃດການປະຕິບັດການ ຈະຊ່ອຍ ເຫຼືອໃຫ້ການບຸກໂຈມຕີຂອງກອງກຳລັງ ອັຟການິຖານ ປະສົບຜົນສຳເລັດ.

ໂຄສົກກຸ່ມຕາລີລານ ນາຍ Zabihullah Mujahid ໄດ້ກ່າວວ່າ “ການໂຈມຕີທາງ ອາກາດຂອງ ສະຫະລັດ ຕໍ່ປະຊາຊົນຮ່ວມຊາດຂອງພວກເຮົາ ຊຶ່ງລິເລີ່ມຈາກ ການຮຸກຮານ ແລະ ບໍ່ມີການຢຸດເຊົາເລີຍ ມີແຕ່ຄຳເວົ້າຂອງການເລີ່ມຄືນ ອີກນັ້ນ ເປັນຄວາມບໍ່ຈິງ.”

ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານ ຕື່ນຕົວກຽມພ້ອມ ໃນຂະນະທີ່ພວກເຂົາເຈົ້າ ກຽມຕົວສຳລັບການປະຕິບັດການ ຕໍ່ຕ້ານພວກຫົວຮຸນແຮງ ຕາລີບານ ໃນເມືອງ Aliabad ແຂວງ Kunduz. 12 ມິຖຸນາ 2016.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານ ຕື່ນຕົວກຽມພ້ອມ ໃນຂະນະທີ່ພວກເຂົາເຈົ້າ ກຽມຕົວສຳລັບການປະຕິບັດການ ຕໍ່ຕ້ານພວກຫົວຮຸນແຮງ ຕາລີບານ ໃນເມືອງ Aliabad ແຂວງ Kunduz. 12 ມິຖຸນາ 2016.

ການເພີ່ມຂຶ້ນຂອງການໂຈມຕີທາງອາກາດ ຈະເປັນການພົບປະກັບການຕອບ ໂຕ້ຄືນ “ຢ່າງຮຸນແຮງຂຶ້ນຕື່ມ” ຈາກກະບົດອິສລາມ ອີງຕາມຄຳເວົ້າຂອງນາຍ Mujahid ໃນຖະ ແຫລງການສະບັບໜຶ່ງ ທີ່ໄດ້ສົ່ງໄປໃຫ້ບັນດານັກຂ່າວໃນວັນ ເສົາວານນີ້.

ນາຍ Mujahid ໄດ້ຢືນຢັນວ່າ “ປະເທດຊາດ ຂອງຊາວອັຟການ Mujahid ບັດນີ້ແມ່ນ ຊິນເຄີຍກັບການໂຈມຕີທາງອາກາດແລ້ວ ການສືບຕໍ່ຖິ້ມລະເບີດ ຕ່າງໆ ແມ່ນບໍ່ສາມາດ ທັບມ້າງຄວາມຕັ້ງໃຈຂອງປະເທດຊາດນີ້ ຫຼື ເຮັດໃຫ້ ພວກເຮົາຈຳນົນໄດ້.”

ໂຄສົກຂອງທະຫານສະຫະລັດ ໃນນະຄອນຫຼວງກາບູລ ພົນຈັດຕະວາ Charles Cleveland ກ່າວວ່າ ມັນຈະເປັນການໄວເກີນໄປ ທີ່ຈະສົນທະນາຜົນກະທົບຂອງ “ການ ໂຈມຕີທາງອາກາດທີ່ມີຈຳນວນຈຳກັດ” ໃນສະໜາມຮົບທີ່ໄດ້ຖືກປະຕິ ບັດໄປພາຍໃຕ້ ອຳນາດໃໝ່ດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG