ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ​ຕາ​ລີ​ບານ ຂັບ​ໄລ່​ພວກ​ແມ່​ຍິງ ທີ່​ພາ​ກັນ​ປະ​ທ້ວງ ​ການ​ປິດ​ຮ້ານ​ເສີມ​ສວຍ ດ້ວຍ​ຄວາມ​ຮຸນ​ແຮງ


​ພວກ​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ພາ​ກັນ​ປະ​ທ້ວງ​ ທີ່ຮ້ານ​ເສີມ​ສວຍ​ແຫ່ງ​ນຶ່ງ ​ຢູ່​ຄຸ້ມຊາ​ອີ​ນໍ (Shahr-e-Naw) ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 19 ກໍ​ລະ​ກົດ 2023.
​ພວກ​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ພາ​ກັນ​ປະ​ທ້ວງ​ ທີ່ຮ້ານ​ເສີມ​ສວຍ​ແຫ່ງ​ນຶ່ງ ​ຢູ່​ຄຸ້ມຊາ​ອີ​ນໍ (Shahr-e-Naw) ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 19 ກໍ​ລະ​ກົດ 2023.

ກຳ​ລັງ​ຂອງ​ຕາ​ລີ​ບານ ໄດ້​ຍິງ​ປືນ​ຂຶ້ນ​ຟ້າ ແລະ​ໃຊ້​ທໍ່​ສີດ​ນ້ຳ​ດັບ​ໄຟ ສີດ​ເຂົ້າ​ໃສ່ເພື່ອ​ຂັບ​ໄລ່ພວກແມ່​ຍິງ​ທີ່​ພາ​ກັນປະ​ທ້ວງ​ຢູ່​ນະ​ຄອນ​ຫຼວງ​ກາ​ບູ​ລ ຕໍ່​ຕ້ານ​ຄຳ​ສັ່ງ​ຫ້າມບໍ່​ໃຫ້​ມີ​ຮ້ານ​ເສີມ​ສວຍ ເມື່ອ​ບໍ່​ດົນ​ມານີ້.

ພວກ​ທີ່​ເຫັນ​ເຫດ​ການ​ກ່າວ​ວ່າ ເຫດ​ການ​ດັ່ງ​ກ່າວ​ເກີດ​ຂຶ້ນ ​ໃນ​ຂະ​ນະ​ທີ່​ພວກ​ແມ່​ຍິງ​ທີ່​ເປັນ​ເຈົ້າ​ຂອງ​ແລະ​ພະ​ນັກ​ງານ​ ປະ​ມານ 30 ຄົນ ​ໂຮມ​ຊຸມ​ນຸມກັນ​ຢູ່ນອກ​ຮ້ານ​ເສີມ​ສວຍຂອງ​ພວກ​ເຂົາ​ເຈົ້າ ຢູ່​ໃນ​ເຂດ​ໃຈ​ກາງ​ນະ​ຄອນ​ຫຼວງ​ກາ​ບູ​ລ ທວງ​ໃຫ້​ກຸ່ມ​ຕາ​ລີ​ບານ ຕ່າວ​ປີ້ນ​ຄຳ​ສັ່ງ​ຫ້າມ ໃຫ້​ປິດ​ຮ້ານ​ເສີມ​ສວຍ.

ພວກ​ປະ​ທ້ວງ​ໄດ້​ກ່າວ​ຫາ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ວ່າ ໄດ້​ທຸບ​ຕີ​ພວກ​ເຂົາ​ເຈົ້າ ດ້ວຍ​ໄມ້​ຄ້ອນ ແລະ​ກໍ​ຍາດ​ເອົາ​ໂທ​ລະ​ສັບ​ມື​ຖື​ ຈາກ​ບາງ​ຄົນ​ໄປ ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ເຈົ້າ​ຖ່າຍ​ຮູບ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ. ພວກ​ເຂົາ​ຮ່ວມ​ການ​ປະ​ທ້ວງ ຖື​ປ້າຍ​ຄຳ​ຂວັນ​ທີ່​ອ່ານ​ວ່າ “ການ​ທຳ​ມາ​ຫາ​ກິນ ຄວາມ​ເປັນ​ທຳ ວຽກ​ງານ ແລະ​ການ​ສຶກ​ສາ.”

ວີ​ດີ​ໂອ​ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ສື່​ສັງ​ຄົມ​ສະ​ແດງ​ໃຫ້​ເຫັນ​ວ່າ ກຳ​ລັງ​ຂອງ​ຕາ​ລີ​ບານ​ໄດ້​ນຳ​ໃຊ້​ການ​ຍິງ​ປືນ​ຂຶ້ນ​ຟ້າ ແລະ​ໃສ່​ນ້ຳ​ເຂົ້າ​ໃສ່​ພວກ​ປະ​ທ້ວງ.

ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃນ​ທັນ​ທີ ເພື່ອ​ຕອບ​ໂຕ້​ຕໍ່​ການ​ກ່າວ​ຫາ​ທີ່​ວ່ານີ້.

ອ່ານ​ຂ່າວ​ນີ້​ຕື່ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG