ກຸ່ມຕາລີບານ ຍັງສືບຕໍ່ລວບລວມອຳນາດ ຢູ່ໃນອັຟການິສຖານ ທ່າມກາງທີ່ມີລາຍງານວ່າ ໄດ້ເກີດຄວາມຮຸນແຮງຕໍ່ພວກປະທ້ວງ ຢູ່ເຂດສ່ວນນຶ່ງທາງພາກຕາເວັນອອກຂອງປະເທດ ນຶ່ງວັນຫຼັງຈາກທີ່ກຸ່ມນັບຖືສາສະໜາອິສລາມດັ່ງກ່າວນີ້ ໄດ້ປະກາດວ່າ “ສົງຄາມສິ້ນສຸດແລ້ວ” ແລະຈະບໍ່ມີການແກ້ແຄ້ນ.
ພວກທີ່ເຫັນເຫດການ ກ່າວວ່າ ພວກກະບົດກຸ່ມຕາລີບານໄດ້ຍິງປືນຂຶ້ນຟ້າແລະ ທຸບຕີພວກຄົນດ້ວຍທ່ອນໄມ້ໃນເມືອງຈາລາລາບາດ ບ່ອນທີ່ມີກຸ່ມພວກປະທ້ວງໄດ້ພະຍາຍາມນຳເອົາທຸງຂອງກຸ່ມຕາລີບານລົງ ແລ້ວປ່ຽນດ້ວຍທຸງຊາດຂອງອັຟການິສຖານ ໃນວັນພຸດວານນີ້. ຢ່າງໜ້ອຍ 3 ຄົນຖືກຂ້າຕາຍ ແລະອີກຫຼາຍຄົນໄດ້ຮັບບາດເຈັບ. ກຸ່ມຕາລີບານບໍ່ໄດ້ໃຫ້ຄວາມເຫັນ ຕໍ່ເຫດການດັ່ງກ່າວ.
ໃນວັນອັງຄານ ກຸ່ມຕາລີບານປະຕິຍານວ່າ ຈະເຄົາລົບສິດທິຂອງພວກແມ່ຍິງ “ພາຍໃຕ້ກົດໝາຍຂອງອິສລາມ” ແລະຈັດຕັ້ງລັດຖະບານ ທີ່ “ຮວມເອົາທຸກພັກຝ່າຍຂອງສາສະໜາອິສລາມ”.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ຂຽນລົງໃນທວີດເຕີ ໃນຕອນແລງວັນພຸດວານນີ້ ວ່າ ສະຫະລັດແລະບັນດາຄູ່ພາຄີຂອງຕົນໃນໂລກ ໄດ້ຮຽກຮ້ອງຕໍ່ພວກທີ່ກຳອຳນາດທັງຫຼາຍໃນອັຟການິສຖານ ຈົ່ງໃຫ້ການຄ້ຳປະກັນໃນດ້ານສິດທິແລະປົກປ້ອງພວກແມ່ຍິງແລະເດັກຍິງໃນປະເທດ.
ທ່ານໄດ້ຂຽນວ່າ “ພວກເຮົາຈະຕິດຕາມກວດກາຢ່າງໃກ້ຊິດວ່າ ລັດຖະບານໃນອະນາຄົດຈະຄ້ຳປະກັນສິດ ແລະເສລີພາບ ຂອງພວກເຂົາແນວໃດ.”
ສະຖານະການໃນອ້ອມຮອບນະຄອນຫຼວງກາບູລຂອງອັຟການິສຖານ ຍັງສືບຕໍ່ງຽບສະງົບຢູ່ໃນວັນພຸດວານນີ້ ຫຼາຍວັນຫຼັງຈາກທີ່ກຸ່ມຕາລີບານໄດ້ເຂົ້າມາຄວບຄຸມນະຄອນຫຼວງນີ້. ການສັນຈອນໃນທ້ອງຖະໜົນໄດ້ເພີ້ມຂຶ້ນ ຈາກວັນອາທິດເປັນຕົ້ນມາເມື່ອທາງຫຼາຍເສັ້ນເກືອບວ່າເປົ່າຫວ່າງ. ພວກແມ່ຍິງຫຼາຍຄົນ ເຫັນໄດ້ວ່າ ໄດ້ພາກັນລົງສູ່ຖະໜົນຫຼາຍເສັ້ນ ໃນວັນພຸດວານນີ້ ແຕ່ສ່ວນໃຫຍ່ແລ້ວພວກເຂົາເປັນແມ່ຍິງອາຍຸແກ່ ຫຼືບໍ່ກໍເປັນເດັກຍິງເຍົາໄວຫຼາຍ.
ໂດຍປົກກະຕິແລ້ວ ພວກກຸ່ມແມ່ຍິງໄວໜຸ່ມຊາວອັຟການິສຖານ ກໍຈະເຫັນໄດ້ຢູ່ຕາມຖະໜົນຫົນທາງ ຫຼືບໍ່ກໍຢູ່ໃນຮ້ານກາເຟຕ່າງໆໃນເຂດທີ່ທັນສະໄໝຂອງນະ ຄອນຫຼວງກາບູລ ແຕ່ແມ່ນບໍ່ເຫັນມີເລີຍ. ພວກຜູ້ຍິງທັງຫຼາຍ ປົກປິດຕົນເອງຫຼາຍຂຶ້ນກວ່າປົກກະຕິສຳລັບນະຄອນຫຼວງກາບູລ ກ່ອນທີ່ກຸ່ມຕາລີບານເຂົ້າກຳອຳນາດ. ສ່ວນພວກຜູ້ຊາຍ ຍັງໄດ້ໃສ່ຊຸດປະຈຳທ້ອງຖິ່ນ ທີ່ເອີ້ນວ່າ ຊາລວາຣ ຄາມີຊ (shalwar kameez).
ກຸ່ມຕາລີບານ ໄດ້ປົກຄອງປະເທດດ້ວຍການຕີຄວາມໝາຍຂອງຄຳພີກູຣານແລະກົດໝາຊາເຣຍ ຢ່າງເຄັ່ງຂັດໃນຂະນະທີ່ຕົນກຳອຳນາດ ຈາກປີ 1996 ຈົນເຖິງປີ 2001 ເມື່ອສະຫະລັດນຳພາການບຸກໂຈມຕີທີ່ໄດ້ຂັບໄລກຸ່ມດັ່ງກ່າວ ໃນການຕອບໂຕ້ ຕໍ່ການໂຈມຕີກໍ່ການຮ້າຍໃນວັນທີ 11 ກັນຍາ ຢູ່ໃນສະຫະລັດ.