ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຊຊະນະ ຂອງກຸ່ມ ຕາລີບານ ໃນອັຟການິສຖານ ບໍ່ແມ່ນຜົນລ່ວງໜ້າ


ລັດຖະມົນຕີປ້ອງກັນປະເທດ ທ່ານ ລອຍດ໌ ອອສຕິນ, ຊ້າຍ, ແລະ ປະທານເສນາທິການຮ່ວມ ນາຍພົນ ມາກ ມິລລີ ເຂົ້າຮ່ວມກອງປະຊຸມລາຍງານຂ່າວ ຢູ່ທຳນຽບຫ້າແຈ, 6 ພຶດສະພາ, 2021.
ລັດຖະມົນຕີປ້ອງກັນປະເທດ ທ່ານ ລອຍດ໌ ອອສຕິນ, ຊ້າຍ, ແລະ ປະທານເສນາທິການຮ່ວມ ນາຍພົນ ມາກ ມິລລີ ເຂົ້າຮ່ວມກອງປະຊຸມລາຍງານຂ່າວ ຢູ່ທຳນຽບຫ້າແຈ, 6 ພຶດສະພາ, 2021.

ບັນດາເຈົ້າໜ້າທີ່ລະດັບສູງຂອງກະຊວງປ້ອງກັນປະເທດ ແລະ ກອງທັບ ສະຫະລັດ ແມ່ນຍັງຄົງມີຄວາມຫວັງວ່າລັດຖະບານ ອັຟການິສຖານ ຈະສາມາດຮັບມືກັບການໂຈມຕີທາງທະຫານຂອງກຸ່ມຕາລີບານ, ທີ່ໄດ້ເກີດຂຶ້ນພຽງບໍ່ເທົ່າໃດວັນທີ່ຜ່ານມາ ໃນຂະນະທີ່ກຳລັງທະຫານ ສະຫະລັດ ແລະ ພັນທະມິດໄດ້ເລີ່ມເກັບເຄື່ອງຂອງ ແລະ ຖອນອອກຈາກປະເທດດັ່ງກ່າວ.

ບັນດາເຈົ້າໜ້າທີ່ແຂວງຈາກທົ່ວ ອັຟການິສຖານ ໄດ້ເຕືອນ ກ່ຽວກັບ ການສູນເສຍທີ່ເພີ່ມຂຶ້ນໃນການໂຈມຕີຫຼາຍຄັ້ງ, ເຊິ່ງບາງຄັ້ງແມ່ນມີຜູ້ເສຍຊີວິດ ແລະ ບາດເຈັບຢ່າງຫຼວງຫຼາຍ, ນັບຕັ້ງແຕ່ ສະຫະລັດ ໄດ້ເລີ່ມການຖອນທະຫານຢ່າງເປັນທາງການໃນວັນທີ 1 ພຶດສະພາທີ່ຜ່ານມາ. ແຕ່ທຳນຽບຫ້າແຈໄດ້ຢືນຢັນໃນວັນພະຫັດວານນີ້ວ່າ ການຖອນຕົວດັ່ງກ່າວ “ແມ່ນກຳລັງດຳເນີນໄປຕາມ ແຜນ,” ໂດຍບໍ່ມີສິ່ງທີ່ບໍ່ຄາດຄິດເກີດຂຶ້ນ.

ນາຍພົນ ມາກ ມິລລີ (Mark Milley), ປະທານຂອງເສນາທິການຮ່ວມໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທຳນຽບຫ້າແຈ ໃນວັນພະຫັດວານນີ້ວ່າ “ມັນບໍ່ແມ່ນຜົນລ່ວງໜ້າ, ໃນການຄາດໝາຍອາຊີບທະ ຫານຂອງຂ້າພະເຂົ້ານັ້ນ, ພວກ ຕາລີບານ ຈະຊະນະຢ່າງອັດຕະໂນມັດ ແລະ ລັດຖະບານກາບູລ ຈະພັງທະລາຍ.”

ທ່ານ ມິລລີ, ຜູ້ທີ່ໄດ້ຮັບໃຊ້ໜ້າທີ່ໃນ ອັຟການິສຖານ ກ່ອນໜ້ານີ້ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າແມ່ນຜູ້ເຫັນເຫດການໂດຍສ່ວນຕົວ ທີ່ວ່າກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ແມ່ນສາມາດຕໍ່ສູ້, ພວກເຮົາໄດ້ສະໜັບສະໜູນເຂົາເຈົ້າ, ແນ່ນອນ, ແຕ່ເຂົາເຈົ້າໄດ້ນຳໜ້າໃນການຕໍ່ສູ້.”

ໃນການກ່າວທີ່ຄຽງຂ້າງທ່ານ ມິລລີ ນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ລອຍດ໌ ອອສຕິນ ຍັງໄດ້ກ່າວຢ່າງໝັ້ນໃຈໃນຄວາມສາມາດຂອງກອງທັບ ອັຟການິສຖານ.

ທ່ານ ອອສຕິນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາໄດ້ເຫັນກໍລະນີໃນເມືອງ ລາສຄາ ກາ (Lashka Gar) ໃນແຂວງ ແຮລມານ (Helmand Province), ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ໄດ້ດຳເນີນການໂຈມຕີຕອບໂຕ້ ແລະເຮັດໄດ້ຂ້ອນຂ້າງດີ. ພວກເຮົາຫວັງວ່າ ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ຈະມີບົດບາດທີ່ສຳຄັນ ໃນການຢຸດພວກ ຕາລີບານ.”

ອີງຕາມພວກເຈົ້າໜ້າທີ່ ອັຟການິສຖານ ໃນທ້ອງຖິ່ນ ແລະ ພະນັກງານຊ່ວຍເຫຼືອບາງຄົນຢູ່ພາກພື້ນດິນແລ້ວ, ການໂຈມຕີຂອງພວກ ຕາລີບານ ແມ່ນໄດ້ເກີດຂຶ້ນຢ່າງບໍ່ລົດລະ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG