ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ກຸ່ມ ຕາ​ລິ​ບານ, ສະ​ຫະ​ລັດ ພ້ອມ​ຈັດ ການ​ເຈ​ລະ​ຈາ ສັນ​ຕິ​ພາບ ອັ​​ຟກາ​ນິ​ສ​ຖານ


ຮູບ​ພາບ​ເຜີຍ​ແຜ່​ໂດຍ ກະ​ຊວງ​ຕ່າງ​ປະ​ເທດ​ກາ​ຕ້າ ທີ່​ສະ​ແດງ​ໃຫ້​ເປັນ​ຊາວ​ກາ​ຕ້າ ສະ​ຫະ​ລັດ ແລະ​ພວກ​ເຈົ້າ​ໜ້າ​ທີ່​ ຕາ​ລີ​ບານ.
ຮູບ​ພາບ​ເຜີຍ​ແຜ່​ໂດຍ ກະ​ຊວງ​ຕ່າງ​ປະ​ເທດ​ກາ​ຕ້າ ທີ່​ສະ​ແດງ​ໃຫ້​ເປັນ​ຊາວ​ກາ​ຕ້າ ສະ​ຫະ​ລັດ ແລະ​ພວກ​ເຈົ້າ​ໜ້າ​ທີ່​ ຕາ​ລີ​ບານ.

ສະ​ຫະ​ລັດ ແລະ​ ພວກ​ຫົວ​ຮຸນ​ແຮງ ​ຕາ​ລິ​ບານ ມີ​ກຳ​ນົດ​ທີ່​ຈະ​ຈັດ​ກອງ​ປະ​ຊຸມ​ໂຕະ​ມົນ​ທີ່
ສຳ​ຄັນໃນປະ​ເທດ ກາ​ຕ້າ ໃນຕົ້ນ​ອາ​ທິດນີ້ ທ່າ​ມ​ກາງ​ຄວາມ​ຄາດຫວັງ​ຢ່າງ​ສູງ ກ່ຽວ​ກັບ
ຜົນ​ສຳ​ເລັດ ໃນຂະ​ບວນ​ການເພື່ອ​ສິ້ນ​ສຸດ​ສົງ​ຄາມ​ໃນ ອັ​ຟ​ກາ​ນິ​ສ​ຖານ ດົນ​ເກືອບ​ນຶ່ງ​ປີ.

ນີ້​ຈະເປັນ​ຮອບ​ທີ​ເຈັດ​ຂອງ​ການ​ສົນ​ທະ​ນາ ທີ່​ເປັນ​ເຈົ້າ​ພາບ​ໂດຍ​ນະ​ຄອນຫຼວງ ໂດ​ຮາ
ຂອງ​ປະ​ເທດ​ ກາຕ້າ​ ບ່ອນ​ທີ່ກຸ່ມ​ກະ​ບົດມີຫ້ອງ​ການ​ທີ່ບໍ່​ເປັນ​ທາງ​ການຢູ່​ທີ່​ນັ້ນ. ທີມ​
ສະ​ຫະ​ລັດ​ ໄດ້​ນຳໜ້າ​ໂດຍ ທູດ​ພິ​ເສດດ້ານ​ການ​ປອງດອງ ຊາວອາ​ເມ​ຣິ​ກັນ ເຊື້ອ​ສາຍ
ອັ​ຟ​ກາ​ນິ​ສ​ຖານ ທ່ານ ​ຊາ​ລ​ເມ ຄາ​ລີ​ຊາດ.

ການ​ສົນ​ທະ​ນາ ເຊິ່ງບໍ່​ຮວ​ມ​ມີ​ລັດ​ຖະ​ບານ​ ອັ​ຟ​ກາ​ນິ​ສ​ຖານນັ້ນ, ໄດ້​ເພັ່ງ​ເລັງ​ຕົ້ນ​ຕໍໃສ່
​ການ​ຖອນ​ກຳ​ລັງ​ທະ​ຫານ​ ສະ​ຫະ​ລັດ​ ອອກ​ຈາກ​ປະ​ເທດ ເພື່ອ​ເປັນ​ການ​ແລກ​ກັບປ່ຽນ​
ຄ້ຳ​ປະ​ກັນ​ສຳ​ລັບ​ພວກ ຕາ​ລິ​ບານ ວ່າ ພວກກໍ່​ການ​ຮ້າຍ​ຂ້າ​ມ​ຊາດ ຈະ​ບໍ່​ໄດ້​ຮັບອະ​ນຸ​
ຍາດ​ໃຫ້​ໃຊ້ ດິນ​ແດນ ອັ​ຟ​ກາ​ນິ​ສ​ຖານ ສຳ​ລັບ​ການ​ໂຈມ​ຕີປະ​ເທດ​ອື່ນໆ.

ທ່ານ​ຊູ​ເຮວ ຊາ​ຮີນ ໂຄ​ສົກ​ທາ​ລິ​ບານ ທີ່​ຫ້ອງ​ການ ການ​ເມືອງ​ໃນ​ນະ​ຄອນ​ໂດ​ຮາ ກາ​ຕ້າ.
ທ່ານ​ຊູ​ເຮວ ຊາ​ຮີນ ໂຄ​ສົກ​ທາ​ລິ​ບານ ທີ່​ຫ້ອງ​ການ ການ​ເມືອງ​ໃນ​ນະ​ຄອນ​ໂດ​ຮາ ກາ​ຕ້າ.

ບັນ​ດາ​ຜູ້​ເຈ​ລະ​ຈາ ​ສະ​ຫະ​ລັດ ແລະ​ ກຸ່ມຕາ​ລິ​ບານ​ໄດ້​ຄາດວ່າ​ ຈະສະຫຼຸບ​ຂໍ້​ຕົກ​ລົງປົກ​
ຄຸມ​ຢູ່​ສອງ​ບັນ​ຫາ ​ໃນ​ການ​ພົບ​ປະຂອງ​ເຂົາ​ເຈົ້າ​ເທື່ອ​ທີ່​ຜ່ານ​ມາ ໃນ​ຕົ້ນ​ເດືອນ​ພຶ​ສະ​ພາ,
ແຕ່​ການ​ສົນ​ທະ​ນ​າ​ໄດ້​ຢຸດ​ສະ​ງັ​ກ​ລົງ ຍ້ອນ​ພວກ ຕາ​ລິ​ບານ ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ຢຸດ​ເຮັດ
​ສົງ​ຄ​າມ ແລະ​ ເຂົ້າ​ຮ່ວມໃນ​ກາ​ນ​ສົນ​ທະ​ນາ​ສັນ​ຕິ​ພາບ​ ລະ​ຫວ່າງ ​ອັ​ຟ​ກາ​ນິ​ສ​ຖານ ຈົນ
​ກວ່າ​ວ່າ ວໍ​ຊິງ​ຕັນ ​ຈະປະ​ກາດ​ຕາ​ຕະລາງ​ການຫຼຸດ​ກຳ​ລັງ​ທະ​ຫານ.

ພົນ​ໂທ​ນະ​ວິ​ໂຍ​ທິນ ແຟ​ຣງ ເມັກ​ເຄ​ນຊີ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ຢູ່​ທຳ​ນຽບ​ຫ້າ​ແຈ ທີ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ.
ພົນ​ໂທ​ນະ​ວິ​ໂຍ​ທິນ ແຟ​ຣງ ເມັກ​ເຄ​ນຊີ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ຢູ່​ທຳ​ນຽບ​ຫ້າ​ແຈ ທີ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ.

ໂຄ​ສົກກຸ່ມ​ຕາ​ລີ​ບານ​ຄົນ​ນຶ່ງ ​ໄດ້ປະ​ຕິ​ເສດການ​ຢືນ​ຢັນ​ທີ່​ຖືກ​ລາຍ​ງານ ກ່ຽວ​ກັບ ສະ​
ພາບທາງ​ຕັນ​ໃນ​ການ​ສົນ​ທະ​ນາ ລຸນຫຼັງການ​ຢືນ​ຢັນຂອງ ​ສະ​ຫະ​ລັດ ທີ່​ວ່າຂໍ້​ຕົກ​ລົງ​
ສະບັບສຸດ​ທ້າຍ ​ຕ້ອງ​ປົກ​ຄຸມ​ການ​ຢຸດ​ຍິງ ແລະ​ການ​ເຂົ້າ​ຮ່ວມ​ໃນ​ການ​ເຈ​ລະ​ຈາ​ລະ
ຫວ່າງ ອັ​ຟ​ກາ​ນິ​ສ​ຖານ ຂອງ ​ກຸ່ມກະ​ບົດ, ປະ​ກອບ​ດ້ວຍລັດ​ຖະ​ບາ​ນ ກາ​ບູ​ລ.

ທ່ານ ​ຊູ​ເຮ​ວ ຊາ​ຮິນ ຜູ້​ທີ່​ໄດ້​ໃຫ້​ຄຳ​ເຫັນ ສຳ​ລັບ​ທີມ​ນັກ​ເຈ​ລະ​ຈາ​ຂອງ​ກຸ່ມ​ກະ​ບົດ, ໄດ້​
ກ່າວ​ຕໍ່​ວີ​ໂອ​ເອ ກ່ອນ​ການ​ເຈ​ລະ​ຈາ​ທີ່​ໃກ້​ຈະ​ມາ​ເຖິງນີ້​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ວ່າ​ການ​
ສົນ​ຈະ​ນາ​ໄດ້​ມາ​ເຖິງ​ທາງ​ຕັນ. ​ມັນ​ກຳ​ລັງ​ກ້າວ​ໜ້າ ແຕ່​ວ່າຢ່າງ​ສຳ​ໝ່ຳ​ສະ​ເໝີ ຫຼື
ຢ່າງ​ຊ້າໆ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG