ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມຕາລີບານ ຮຽກຮ້ອງໃຫ້ສາຍການບິນຕ່າງປະເທດ ເລີ້ມຖ້ຽວບິນພານິດ ໄປຍັງແລະຈາກສະໜາມບິນກາບູລ


ລົດທະຫານທີ່ມີທຸງຕາລີບານ ຈອດຢູ່ໃນຄ້າຍທະຫານແຫ່ງນຶ່ງທີ່ຮ້າງແລ້ວຂອງສະຫະລັດ ທີ່ສະໜາມບິນກາບູລ ເມື່ອວັນທີ 14 ກັນຍາ 2021.
ລົດທະຫານທີ່ມີທຸງຕາລີບານ ຈອດຢູ່ໃນຄ້າຍທະຫານແຫ່ງນຶ່ງທີ່ຮ້າງແລ້ວຂອງສະຫະລັດ ທີ່ສະໜາມບິນກາບູລ ເມື່ອວັນທີ 14 ກັນຍາ 2021.

ລັດຖະບານຂອງກຸ່ມຕາລີບານ ໃນວັນອາທິດວານນີ້ ຮ້ອງຂໍໃຫ້ສາຍການບິນຕ່າງປະເທດ ເລີ້ມຖ້ຽວບິນພານິດໄປຍັງ ແລະຈາກ ສະໜາມບິນນະຄອນຫຼວງກາບູລໂດຍກ່າວວ່າ ບັນຫາຕ່າງໆຢູ່ທີ່ສະໜາມບິນສາກົນ ໃນນະຄອນຫຼວງອັຟການິສຖານ ໄດ້ຮັບການແກ້ໄຂ ເປັນທີ່ຮຽບຮ້ອຍແລ້ວ ແລະສະຖານທີ່ແຫ່ງນີ້ “ມີການປະຕິບັດງານຢ່າງເຕັມທີ່ແລ້ວ.”

ກຸ່ມອິສລາມຫົວຮຸນແຮງດັ່ງກ່າວ ໄດ້ເຂົ້າຄວບຄຸມປະເທດອັຟການິສຖານຄືນ ໃນກາງເດືອນສິງຫາຫຼັງຈາກການພັງທະລາຍລົງຂອງລັດຖະບານທີ່ໄດ້ຮັບການໜຸນ ຫຼັງຈາກປະເທດຕາເວັນຕົກ ໃນຂະນະທີ່ສະຫະລັດ ແລະພັນທະມິດຖອນກຳລັງທະຫານອອກຈາກອັຟການິສຖານເຮັດໃຫ້ການພົວພັນໃນບັນຫາຂັດແຍ້ງດັ່ງກ່າວ ທີິ່ດຳເນີນມາເປັນເວລາເກືອບ 20 ປີນັ້ນ ຍຸຕິລົງ.

ຜູ້ໂດຍສານພວມລົງຈາກເຮືອບິນ ຂອງສາຍການບິນ Mahan Air ຂອງອີຣ່ານ ທີ່ສະໜາມບິນກາບູລ ເມື່ອວັນທີ 15 ກັນຍາ 2021
ຜູ້ໂດຍສານພວມລົງຈາກເຮືອບິນ ຂອງສາຍການບິນ Mahan Air ຂອງອີຣ່ານ ທີ່ສະໜາມບິນກາບູລ ເມື່ອວັນທີ 15 ກັນຍາ 2021

ສະໜາມບິນຊຶ່ງໄດ້ຮັບຄວາມເສຍຫາຍໃນລະຫວ່າງການປະຕິບັດງານຍົກຍ້າຍຜູ້ຄົນທີ່ສັບສົນວຸ້ນວາຍ ໄດ້ເປີດຄືນແບບຈຳກັດ ສຳລັບຖ້ຽວບິນລຳລຽງການຊ່ວຍເຫຼືອ ແລະຖ້ຽວບິນຮັບເໝົາສຳລັບຜູ້ໂດຍສານ ໂດຍໄດ້ຮັບຄວາມຊ່ວຍເຫຼືອຊຶ່ງສ່ວນໃຫຍ່ແມ່ນມາຈາກກາຕ້າ.

ທ່ານອັບດູລ ກາຕ້າ ບອລຄີ ໂຄສົກທີ່ຫາກໍໄດ້ຮັບການແຕ່ງຕັ້ງຂອງກະຊວງການຕ່າງປະເທດອັຟການິສຖານ ກ່າວວ່າ “ໃນຂະນະທີ່ບັນຫາຢູ່ສະໜາມບິນສາກົນກາບູລ ໄດ້ຮັບການແກ້ໄຂໄປແລ້ວ ແລະສະໜາມບິນ ກໍສາມາດໃຊ້ຄືນໄດ້ຢ່າງເຕັມທີ່ ສຳລັບຖ້ຽວບິນພາຍໃນປະເທດ ແລະຖ້ຽວບິນລະຫວ່າງປະເທດແລ້ວນັ້ນ ທາງ IEA ຂໍຮັບປະກັນ ຕໍ່ທຸກສາຍການບິນວ່າ ຈະໄດ້ຮັບຄວາມຮ່ວມມື ຢ່າງເຕັມທີ່.”

ເຮືອບິນຂອງສາຍການບິນລະຫວ່າງປະເທດອັຟການິສຖານ (PIA) ພວມແລ່ນຊ້າໆ ກຽມຈະຂຶ້ນ ເດີນທາງໄປຍັງຊາອຸດີ ອາຣາເບຍ ເມື່ອວັນທີ 8 ກຸມພາ 2016.
ເຮືອບິນຂອງສາຍການບິນລະຫວ່າງປະເທດອັຟການິສຖານ (PIA) ພວມແລ່ນຊ້າໆ ກຽມຈະຂຶ້ນ ເດີນທາງໄປຍັງຊາອຸດີ ອາຣາເບຍ ເມື່ອວັນທີ 8 ກຸມພາ 2016.

ທ່ານບອລຄີ ໄດ້ໃຊ້ຊື່ຫຍໍ້ ອິສລາມເອມີເຮັດອັຟການິສຖານ ຫຼື IEA ສໍາລັບລັດຖະບານຊຸດໃໝ່. ໂຄສົກໃຫ້ຂໍ້ສັງເກດວ່າ ການໂຈະຖ້ຽວບິນລະຫວ່າງປະເທດໄດ້ເຮັດໃຫ້ປຊາຊົນຊາວອັຟການິສຖານ ຈຳນວນຫຼວງຫຼາຍ ຕົກຄ້າງໄປມາບໍ່ໄດ້.

ທ່ານບອລຄີກ່າວຕື່ມວ່າ “ສ່ວນໃຫຍ່ຂອງຊາວອັຟການິສຖານເຫຼົ່ານີ້ ແມ່ນພວກແມ່ຍິງເດັກນ້ອຍ ນັກຮຽນ ຄົນເຈັບ ແລະພວກພໍ່ຄ້າ ທີ່ຕ້ອງການເດີນທາງໄປມາ ຢ່າງເສລີ. ຍິ່ງໄປກວ່ານັ້ນ ຊາວອັຟການິສຖານຈຳນວນຫຼວງຫຼາຍທີ່ຖືກຈ້າງໂດຍຕ່າງປະເທດ ຫຼືໄປຮຽນຕໍ່ໃນຕ່າງປະເທດ ເວລານີ້ກຳລັງປະເຊີນກັບຄວາມຫຍຸ້ງຍາກໃນການເດີນທາງຂອງພວກເຂົາເຈົ້າ.”

ເວລານີ້ ຍັງບໍ່ທັນມີປະຕິກິລິຍາໃດໆ ຈາກສາຍການບິນຂອງຕ່າງປະເທດເທື່ອກ່ຽວກັບການຮຽກຮ້ອງໃຫ້ເລີ້ມເປີດຖ້ຽວບິນຄືນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG