ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ບໍ່ມີການປ່ຽນແປງ ດ້ວຍການຮຽກຮ້ອງຂອງ ສປຊ ເພື່ອໃຫ້ຍົກເລີກ ມາດຕະການຫ້າມຕໍ່ແມ່ຍິງ ອັຟການິສຖານ


ແມ່ຍິງອັຟການິສຖານ ເຂົ້າຮ່ວມພິທີເປີດຫໍສະໝຸດແມ່ຍິງໃນນະຄອນຫຼວງ ກາບູລ, 24 ສິງຫາ 2022.
ແມ່ຍິງອັຟການິສຖານ ເຂົ້າຮ່ວມພິທີເປີດຫໍສະໝຸດແມ່ຍິງໃນນະຄອນຫຼວງ ກາບູລ, 24 ສິງຫາ 2022.

ກຸ່ມຕາລີບານຂອງ ອັຟການິສຖານ ໄດ້ທຳການປະຕິເສດຄັ້ງໃໝ່ ຕໍ່ການຮຽກ ຮ້ອງຈາກອົງການສະຫະປະຊາຊາດໃນວັນພະຫັດວານນີ້ເພື່ອຍົກເລີກສິ່ງທີ່ເຂົາ ເຈົ້າກ່າວວ່າ “ຂໍ້ຫ້າມທີ່ເປັນການລົງໂທດ” ຕໍ່ປະຊາກອນແມ່ຍິງຂອງປະເທດ ທີ່ທຸກຍາກນັ້ນ.

ການຕຳໜິດັ່ງກ່າວໄດ້ມີຂຶ້ນນຶ່ງວັນຫຼັງຈາກກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຖືກແຈ້ງໃຫ້ຊາບ ກ່ຽວກັບ ມາດຕະການຫ້າມແມ່ຍິງ ແລະ ເດັກຍິງ ອັຟການິສຖານ ບໍ່ໃຫ້ເຂົ້າຫາການສຶກສາ ແລະ ວຽກງານ ແລະ ເຂົ້າຮ່ວມໃນການໃຊ້ຊີວິດຢູ່ສາທາລະນະຢ່າງເປັນອິດສະຫຼະ.

ນັບຕັ້ງແຕ່ໄດ້ຮັບການຄວບຄຸມ ອັຟການິສຖານ ໃນເດືອນສິງຫາ 2021, ກຸ່ມ ຕາລີບານ ໄດ້ຫ້າມເດັກຍິງຈາກມະຫາວິທະຍາໄລ ແລະ ເດັກຍິງໄວລຸ້ນບໍ່ໃຫ້ ເຂົ້າໂຮງຮຽນຫຼັງຈາກປໍ 6. ເຂົາເຈົ້າຍັງໄດ້ສັ່ງໃຫ້ພະນັກງານຍິງໃນພາກລັດ ສ່ວນຫຼາຍຢູ່ບ້ານ. ແມ່ຍິງໄດ້ຖືກຫ້າມຈາກການໄປຫຼິ້ນຢູ່ສວນສາທາລະນະ ແລະ ບ່ອນອອກກຳລັງກາຍ.

ໃນການຕອບໂຕ້ການຕຳໜິຕິຕຽນຈາກອົງການສະຫະປະຊາຊາດນັ້ນ, ກະຊວງ ການຕ່າງປະເທດທີ່ນຳພາໂດຍກຸ່ມຕາລີບານໃນນະຄອນຫຼວງ ກາບູລ ໄດ້ເອີ້ນ ຄຳເວົ້າດັ່ງກ່າວວ່າແຊກແຊງໃນບັນຫາພາຍໃນຂອງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG