ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່​ມຕາ​ລີ​ບານຂໍ​ໃຫ້​ສະ​ຫະ​ລັດ ຍົກເລີກການກັກຊັບສິນຂອງ​ຕົນ ແລະ​ຍຸ​ດ​ມາດ​ຕະ​ການ​ລົງ​ໂທດ


(ພາບ​ໃນ​ແຟມ) ທະ​ຫານ​ຍາວ​ຂອງ​ກຸ່​ມຕາ​ລີ​ບານຢືນ​ຢູ່ນອກ​ທະ​ນາ​ຄານ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ກາ​ບູ​ລຂອງ​ອັ​ຟ​ການິ​ສ​ຖານ, ວັນ​ທີ 13 ກຸມ​ພາ, 2022.
(ພາບ​ໃນ​ແຟມ) ທະ​ຫານ​ຍາວ​ຂອງ​ກຸ່​ມຕາ​ລີ​ບານຢືນ​ຢູ່ນອກ​ທະ​ນາ​ຄານ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງ​ກາ​ບູ​ລຂອງ​ອັ​ຟ​ການິ​ສ​ຖານ, ວັນ​ທີ 13 ກຸມ​ພາ, 2022.

ກຸ່ມຕາລີບານຂອງອັຟການິສຖານກ່າວໃນວັນພະຫັດຜ່ານ​ມາວ່າ ການເຈລະຈາ ຂອງເຂົາເຈົ້າກັບສະຫະລັດ ໃນ​ຊຸດຈະມາເຖິງນີ້ ຈະສຸມໃສ່ການຍົກເລີກການ ລົງໂທດຕໍ່ປະເທດຕົນ, ຍົກເລີກການ​ກັກຊັບສິນຂອງທະນາຄານກາງຂອງຕົນ, ແລະ ການຖອນຊື່ຜູ້ນໍາຕາລີບານອອກຈາກສິ່ງ​ທີ່​ເອີ້ນ​ວ່າ ບັນຊີດໍາຂອງອົງການສະຫະປະຊາຊາດ.

ອະດີດ​ຄູ່​ສັດ​ຕູ​ກັນ​ທັງ​ສອງປະ​ເທດ​ມີ​ກຳນົດ​ຈະ​ພົບ​ປະກັນ​ຢູ່​ທີ່​ນະຄອນຫຼວງ​ໂດ​ຮາ ​ຂອງ​ກາ​ຕາ ​ໃນ​ທ້າຍ​ອາທິດ​ນີ້. ​ທ່ານ​ທອມ ແວ​ສ (Tom West), ຜູ້ຕາງ ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດສຳ​ລັບ​ອັຟກາ​ນິສຖານ, ຈະ​ນຳພາ​ຄະນະ​ຂອງ​ທ່ານ ​ພ້ອມ​ກັບ ​ທ່ານນາງຣີ​ນາ ອາ​ມີ​ຣີ (Rina Amiri), ທູດ​ພິ​ເສດ​ສຳ​ລັບ​ແມ່ຍິງ, ​ເດັກ​ຍິງ, ​ແລະ​ສິດທິ​ມະນຸດ ​ສຳ​ລັບ​ອັ​ຟ​ກາ​ນິສຖານ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ​ອາ​ເມຍ ຄານ ມຸດ​ຕາ​ກີ (Amir Khan Muttaqi) ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຕາ​ລີ​ບານ ເພື່ອ​ເຈ​ລະ​ຈາ​ກັບ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ. ຫ້ອງການ​ຂອງ​ທ່ານ​ກ່າວ​ຢູ່ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ “ການ​ຍຸ​ຕິ​ການ​ລ່ວງລ້ຳ​ເຂດ​ນ່ານຟ້າ​ຂອງ​ອັຟກາ​ນິສຖານ” ຂອງ​ສະຫະລັດ ກໍຈະນອນ​ຢູ່​ໃນ​ວາລະ​ດັ່ງກ່າວເຊັ່ນ​ກັນ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້​ວ່າ ທີມ​ງານ​ສະຫະລັດຈະ​ພົບ​ປະ​ກັບ​ບັນດາ​ຜູ້​ແທນ​ຂອງ​ກຸ່ມ​ຕາ​ລີ​ບານ ​ແລະ "ນັກ​ຊ່ຽວຊານ​ດ້ານ​ບໍ​ລິ​ຫານ" ຈາກ​ກະຊວງ​ທີ່​ສຳຄັນ​ຂອງ​ອັຟກາ​ນິສຖານ ທີ່​ນະຄອນໂດ​ຮາ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ "ຜົນ​ປະ​ໂຫຍ​ດທີ່​ສຳຄັນ" ​ໃນ​ອັຟກາ​ນິສຖານ.

"ບັນຫາທີ່​ເປັນບູລິມະສິດຈະປະກອບມີການຊ່ວຍເຫຼືອດ້ານມະນຸດສະທໍາ ສໍາ ລັບປະຊາຊົນອັຟການິສຖານ, ສະຖຽນລະພາບທາງດ້ານເສດຖະກິດ, ການປະຕິບັດແບບມີ​ຄວາມຍຸຕິທໍາ ແລະກຽດສັກສີ ຕໍ່ຊາວອັຟການິສຖານທຸກ​ຄົນ, ລວມທັງແມ່ຍິງແລະເດັກຍິງ, ບັນຫາຄວາມໝັ້ນ​ຄົງ, ແລະຄວາມພະຍາຍາມ ເພື່ອຕ້ານການຜະລິດ ແລະຄ້າຢາເສບຕິດ," ອີງ​ຕາມການປະ​ກາດຂອງສະຫະລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG