ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະບົດ ຕາລີບານ ເປີດສາກໂຈມຕີ ໃນລະດູ ບານໃໝ່ ຢູ່ ອັຟການິສຖານ


ນັກລົບຂອງກຸ່ມກະບົດຕາລີບານ
ນັກລົບຂອງກຸ່ມກະບົດຕາລີບານ

ພວກກະບົດຕາລີບານ ໄດ້ປະກາດ ກ່ຽວກັບການເລີ້ມບຸກໂຈມຕີປະຈຳປີ ຢູ່ອັຟການິສ
ຖານ ຊຶ່ງໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຄວາມຫວັງທີ່ມີມາເປັນເວລາຫຼາຍອາທິດ ທີ່ ວ່າອາດຈະມີການເຈລະຈາສັນຕິພາບກັນນັ້ນ. ການເຄື່ອນໄຫວດັ່ງກ່າວ ມີຂຶ້ນໃນຂະ
ນະທີ່ການກະກຽມພວມໄດ້ຮັບແຮງກະຕຸ້ນໃນການຈັດແຈງທີ່ມີມາເປັນເວລາດົນນານ ສຳລັບການເລືອກຕັ້ງສະພາແຫ່ງຊາດແລະສະພາປະຈຳເມືອງ ຊຶ່ງກຳນົດຈະມີຂຶ້ນໃນ
ວັນທີ 20 ຕຸລາທ້າຍປີນີ້.

ການປະຕິບັດງານຄັ້ງໃໝ່ ຂອງພວກກະບົດ ທີ່ມີຊື່ວ່າ ອາລ ຄານດັກ ໄດ້ເລີ້ມຂຶ້ນໃນ
ຕອນເຊົ້າວັນພຸດວານນີ້ ແລະຖະແຫຼງການກ່າວວ່າ “ພວກຮຸກຮານອາເມຣິກັນ ແລະ ເຈົ້າໜ້າທີ່ສືບລັບຂອງພວກເຂົາ” ຈະເປັນເປົ້າໝາຍ “ຫລັກ.”

ການເຄື່ອນໄຫວດັ່ງກ່າວນີ້ ມີຂຶ້ນບໍ່ເທົ່າໃດອາທິດ ຫຼັງຈາກປະທານາທິບໍດີອາສຣາຟ
ການີທີ່ກອງປະຊຸມນາໆຊາດຢູ່ນະຄອນຫຼວງກາບູລ ໄດ້ສະເໜີທີ່ຈະເປີດການເຈລະ
ຈາ ແບບບໍ່ມີເງື່ອນໄຂ ກັບພວກກະບົດຕາລີບານ ເພື່ອຍຸຕິສົງຄາມທີ່ດຳເນີນມາເປັນ
ເວລາ 17 ປີ ທີ່ໄດ້ກາຍເປັນບັນຫາຮ້າຍແຮງຂຶ້ນນັບມື້.

ໃນຂະນະທີ່ ການສະເໜີຂອງທ່ານການີ ໄດ້ຮັບການຕອບຮັບຢ່າງກວ້າງຂວາງທັງຢູ່
ພາຍໃນແລະຕ່າງປະເທດນັ້ນ ພວກກະບົດຕາລີບານ ກັບພັດມິດງຽບ ທ່າມກາງທີ່ມີ ການຄາດຄະເນກັນວ່າ ພວກຕາລີບານອາດຈະເຂົ້າຮ່ວມການເຈລະຈາດັ່ງກ່າວ.

ທ່ານໂອມາ ຊາຄິລວາລ ເອກອັກຄະລັດຖະທູດ ອັຟການິສຖານ ປະຈຳປາກິສຖານ ທີ່ເປັນເພື່ອນບ້ານ ຮັບຮູ້ວ່າການບຸກໂຈມຕີ ໃນລະດູບານໃໝ່ຂອງກຸ່ມຕາລີບານນັ້ນ
ແມ່ນເປັນການປະຕິເສດຕໍ່ຂໍ້ສະເໜີສ້າງສັນຕິພາບຂອງລັດຖະບານ.

ໃນການໃຫ້ສຳພາດ ທີ່ອອກອາກາດ ໃນຕອນແລງວັນພຸດວານນີ້ ໂດຍໂທລະພາບ
ເອກກະຊົນ AAJ ຂອງປາກິສຖານນັ້ນ ທ່ານຊາຄິລວາລ ຢືນຢັດວ່າ ກຸ່ມຕາລີບານ ບໍ່ສາມາດຈະເອົາຊະນະດ້ວຍກຳລັງທະຫານ ແລະພວກເຂົາເຈົ້າຈະຕ້ອງເຂົ້າຮ່ວມ ໂຕະເຈລະຈາ ເພື່ອຫາທາງຍຸຕິສົງຄາມທີ່ “ໜ້າຢ້ານ” ຢູ່ໃນອັຟການິສຖານ.

ເອກອັກຄະລັດຖະທູດອັຟການິສຖານກ່າວຕື່ມວ່າ “ພວກເຮົາຫວັງວ່າ ກຸ່ມຕາລີບານ
ຈະຄິດໄດ້ ແລະເລືອກເອົາເສັ້ນທາງທີ່ຖືກຕ້ອງແລະນັ້ນກໍຄືສັນຕິພາບ. ພວກເຮົາຈະ
ບໍ່ຍອມປະຖິ້ມຄວາມຫວັງນີ້. ໃນຂະນະທີ່ພວກເຮົາ ຍັງສືບຕໍ່ປ້ອງກັນໂຕ ຈາກການ
ໂຈມຕີ ຂອງພວກເຂົາ ແລະປ້ອງກັນປະຊາຊົນຢູ່ນັ້ນ ພວກເຮົາກໍຈະສືບຕໍ່ ຊອກຫາ ຊ່ອງທາງເພື່ອສ້າງສັນຕິພາບ ກັບພວກເຂົາຢູ່.”

ກຸ່ມຕາລີບານໄດ້ສະເໜີຊ້ຳແລ້ວຊ້ຳອີກ ທີ່ຈະເປີດການເຈລະຈາໂດຍກົງກັບສະຫະ
ລັດ ເພື່ອແກ້ໄຂບັນຫາຂັດແຍ້ງດັ່ງກ່າວ ແຕ່ຕ້ອງການຢາກໃຫ້ຖອນກຳລັງທະຫານ
ຕ່າງປະເທດທັງໝົດອອກໄປຈາກອັຟການິສຖານກ່ອນການເຈລະຈາລະຫວ່າງພັກ ຝ່າຍຕ່າງໆໃນອັຟການິສຖານ ເລີ້ມຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG