ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ເລີ້ມບຸກໂຈມຕີ ໃນລະດູບານໃໝ່ ຢູ່ ອັຟການິສຖານ


ຕຳຫຼວດທ້ອງຖິ່ນ ຂອງອັຟການິສຖານ ນັ່ງຢູ່ດ້ານຫລັງລົດກະບະ
ຕຳຫຼວດທ້ອງຖິ່ນ ຂອງອັຟການິສຖານ ນັ່ງຢູ່ດ້ານຫລັງລົດກະບະ

ກຸ່ມກະບົດຕາລີບານໄດ້ປະກາດກ່ຽວກັບການເລີ້ມບຸກໂຈມຕີປະຈຳປີ ຢູ່ອັຟການິສຖານ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຄວາມຫວັງເທື່ອໃໝ່ ທີ່ດຳເນີນມາເປັນເວລາສອງອາ
ທິດ ກ່ຽວກັບການເຈລະຈາສັນຕິພາບທີ່ອາດເປັນໄປໄດ້. ການເຄື່ອນໄຫວດັ່ງກ່າວມີຂຶ້ນ
ໃນຂະນະທີ່ການກະກຽມພວມໄດ້ຮັບແຮງກະຕຸ້ນ ໃນການຈັດແຈງທີ່ມີມາເປັນເວລາດົນ
ນານ ສຳລັບການເລືອກຕັ້ງສະພາແຫ່ງຊາດແລະສະພາປະຈຳເມືອງ ຊຶ່ງກຳນົດຈະມີຂຶ້ນ
ໃນວັນທີ 20 ຕຸລາທ້າຍປີນີ້.

ການປະຕິບັດງານຄັ້ງໃໝ່ ຂອງພວກກະບົດ ທີ່ມີຊື່ວ່າ ອາລ ຄານດັກ ເລີ້ມຂຶ້ນໃນຕອນ
ເຊົ້າວັນພຸດມື້ນີ້ ແລະຖະແຫຼງການກ່າວວ່າ “ພວກຮຸນຮານອາເມຣິກັນ ແລະເຈົ້າໜ້າທີ່
ສືບລັບຂອງພວກເຂົາ” ຈະເປັນເປົ້າໝາຍ “ຫລັກ.”

ການເຄື່ອນໄຫວດັ່ງກ່າວນີ້ ມີຂຶ້ນບໍ່ເທົ່າໃດອາທິດ ຫລັງຈາກປະທານາທິບໍດີອາສຣາຟ
ການີ ທີ່ກອງປະຊຸມນາໆຊາດ ຢູ່ນະຄອນຫຼວງກາບູລ ໄດ້ສະເໜີ ທີ່ຈະເປີດການເຈລະ
ຈາແບບບໍ່ມີເງື່ອນໄຂ ກັບພວກກະບົດຕາລີບານ ເພື່ອຍຸຕິສົງຄາມທີ່ດຳເນີນມາເປັນເວ
ລາ 17 ປີ ທີ່ເພີ້ມທະວີຄວາມຮ້າຍແຮງຂຶ້ນນັ້ນ.

ໃນຂະນະທີ່ ການສະເໜີຂອງທ່ານການີ ໄດ້ຮັບການຕ້ອນຮັບ ຢ່າງກວ້າງຂວາງ ຈາກ
ພວກທີ່ມີສ່ວນໄດ້ສ່ວນເສຍທັງຢູ່ພາຍໃນແລະຕ່າງປະເທດນັ້ນ ພວກກະບົດຕາລີບານ ກັບພັດມິດງຽບທ່າມກາງທີ່ມີການຄາດຄະເນກັນວ່າ ກຸ່ມຕາລີບານອາດຈະຄິດໄຕ່ຕອງ
ເພື່ອຈະເຂົ້າຮ່ວມການເຈລະຈາ.

ກຸ່ມຕາລີບານໃຫ້ເຫດຜົນໃນການບຸກໂຈມຕີຂອງຕົນ ໂດຍກ່າວວ່າ ປະເທດຊາດຍັງ
ສືບຕໍ່ຢູ່ພາຍໃຕ້ “ການຢຶດຄອງ” ຂອງຕ່າງປະເທດ “ແບບຜິດກົດໝາຍ.”

ກຸ່ມຕາລີບານກ່າວຕື່ມວ່າ ກຳລັງຕ່າງປະເທດຫຼາຍພັນຄົນ ໄດ້ສົ່ງໄປປະຈຳການຢູ່ໃນ
ອັຟການິສຖານ ພາຍໃຕ້ຍຸດທະສາດສົງຄາມສະບັບໃໝ່ ຂອງປະທານາທິບໍດີດໍໂນລ
ທຣຳ ແລະພວກເຂົາກໍໄດ້ຮັບອາວຸດ ຮ້າຍແຮງໃໝ່ ແລະອຳນາດ ທາງທະຫານ ຢ່າງ
ກວ້າງຂວາງ.”

ປະທານາທິບໍດີທຣຳ ໄດ້ເປີດເຜີຍແຜນຍຸດທະສາດຂອງທ່ານສຳລັບອັຟການິສຖານ​
ໃນເດືອນສິງຫາປີກາຍ ເພື່ອຫາທາງຕ່າວປີ້ນ ໄຊຊະນະ ທາງສະໜາມລົບ ຂອງກຸ່ມ
ຕາລີບານ ໂດຍເພີ້ມການປະຕິບັດງານທາງທະຫານເພື່ອກົດດັນໃຫ້ພວກກະບົດເຂົ້າ ຮ່ວມໂຕະເຈລະຈາ ກັບລັດຖະບານອັຟການິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG