ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ຕາ​ລີ​ບານ ​ຫ້າມ​ພວກແມ່​ຍິງ ອັ​ຟ​ກາ​ນິ​ສ​ຖານ ບໍ່​ໃຫ້​ເຂົ້າ​ຮຽນຕໍ່ ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ


ພາບນີ້​ຖືກ​ຖ່າຍ​ໃນ​ວັນ​ທີ 13 ຕຸ​ລາ 2022, ນຶກ​ສຶກ​ສາ​ແມ່​ຍິງ ອັ​ຟ​ກາ​ນິ​ສ​ຖານ ຢືນ​ລຽນ​ແຖວ ຫຼັງ​ຈາກ​ເດີນ​ທາງ​ຮອດ​ສຳ​ລັບ​ການ​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ ກາ​ບູ​ລ, ນະ​ຄອນຫຼວງ ກາ​ບູ​ລ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ.
ພາບນີ້​ຖືກ​ຖ່າຍ​ໃນ​ວັນ​ທີ 13 ຕຸ​ລາ 2022, ນຶກ​ສຶກ​ສາ​ແມ່​ຍິງ ອັ​ຟ​ກາ​ນິ​ສ​ຖານ ຢືນ​ລຽນ​ແຖວ ຫຼັງ​ຈາກ​ເດີນ​ທາງ​ຮອດ​ສຳ​ລັບ​ການ​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ ກາ​ບູ​ລ, ນະ​ຄອນຫຼວງ ກາ​ບູ​ລ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ.

ພວກ​ຜູ້​ນຳ​ຕາ​ລີ​ບານ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ສັ່ງ​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ແລະ ເອ​ກະ​ຊົນ​ໃນ​ທົ່ວ​ປະ​ເທດ​ ໃຫ້​ຢຸດ​ນັກ​ສຶກ​ສາ​ເພດ​ຍິງ​ຈາກ​ການ​ເຂົ້າ​ຫາ​ການ​ສຶກ​ສາ​ລະ​ດັບ​ສູງ ​ຈົນ​ກວ່າ​ຈະ​ມີ​ການ​ແຈ້ງ​ການ​ເພີ່ມ​ເຕີມ.

ໂຄ​ສົກ​ສຳ​ລັບ​ກະ​ຊວງ​ການ​ສຶກ​ສາ​ລະ​ດັບ​ສູງ, ທ່ານ ຮາ​ຟິ​ສ ເຊຍ ຮາ​ຊາ​ມີ, ໄດ້​ກ່າວ​ວ່າ ​ຄຳ​ສັ່ງ​ທີ່​ວ່າ​ນັ້ນຖືກ​ສົ່ງ​ໄປ​ໃຫ້​ມະ​ຫາ​ວິ​ທະ​ຍາ​ໄລ​ທຸກ​ແຫ່ງ​ຢ່າງ​ເປັນ​ທາງ​ການ ໂດຍ​ສອດ​ຄ່ອງ​ກັບ​ສິ່ງ​ທີ່​ລາວ​ໄດ້​ກ່າວ​ວ່າ​ເປັນ​ການ​ຕັດ​ສິນ​ໃຈ​ຂອງ​ຄະ​ນະ​ລັດ​ຖະ​ມົນ​ຕີ ຕາ​ລີ​ບານ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ການ​ຫ້າມ​ຄັ້ງຫຼ້າ​ສຸດ​ຈາກຫຼາຍ​ຄັ້ງ​ທີ່​ກຸ່ມ​ຕາ​ລີ​ບານ​ໄດ້​ກຳ​ນົດ​ຕໍ່​ການ​ເຂົ້າ​ຫາ​ຊີ​ວິດ​ໃນ​ສາ​ທາ​ລະ​ນະ ແລະ ການ​ສຶກ​ສາ​ຂອງ​ແມ່​ຍິງ ນັບ​ຕັ້ງ​ແຕ່​ໄດ້​ຍຶດ​ອຳ​ນາດ​ມາ​ໄດ້ 16 ເດືອນ​ທີ່​ຜ່ານ​ມາ.

ທ່ານ ໂມ​ຊິນ ອາ​ມິນ, ນັກ​ວິ​ເຄາະ ແລະ ຄົ້ນ​ຄວ້າ​ນະ​ໂຍ​ບາຍ ອັ​ຟ​ກາ​ນິ​ສ​ຖານ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ນີ້​ແມ່ນ​ຄວາມ​ເຈັບ​ປວດ ແລະ ໃຈ​ແຕກ​ສະຫຼາຍ​ແທ້ໆ​ສຳ​ລັບ​ເດັກ​ຍິງຫຼາຍ​ລ້ານ​ຄົນ​ທີ່​ຖືກ​ກີດ​ກັ້ນ​ຈາ​ກ​ໂຮງ​ຮຽນ​ມັດ​ທະ​ຍົມ ແລະ ຕອນນີ້​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ.”

ສະ​ຫະ​ລັດ ໄດ້​ກ່າວ​ປະ​ນາມ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຢ່າງ​ຮຸນ​ແຮງ, ໂດຍ​ເອີ້ນ​ມັນ​ວ່າ “ສະ​ພາບ​ທີ່ບໍ່​ສາ​ມາດ​ປ້ອງ​ກັນ​ໄດ້​ຢ່າງ​ສິ້ນ​ເຊີງ.”

ຮອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ໂຣ​ເບີດ ວູດ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ກຸ່​ມ​ຕາ​ລີ​ບານບໍ່​ສາ​ມາດ​ຄາດ​ວ່າ​ຈະ​ໄດ້​ເປັນ​ສະ​ມາ​ຊິ​ກ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ປະ​ຊາ​ຄົມ​ສາ​ກົນ ຈົນ​ກວ່າ​ພວກ​ເຂົາ​ຈະ​ເຄົາ​ລົບ​ສິດ​ທິ​ຂອງ​ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ ທຸກ​ຄົນ. ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ​ສະ​ພາ ​ເພື່ອ​ເວົ້າ​ອອກ​ມາ​ເປັນ​ສຽງ​ດຽວ​ກ່ຽວ​ກັບ​ບັນ​ຫານີ້.”

ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ HRW ​ໄດ້​ປະ​ນາມ​ການ​ຫ້າມ​ດັ່ງ​ກ່າວ​ຢ່າງວ່ອງ​ໄວ.

ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ HRW ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ “ນີ້​ແມ່ນ​ການ​ຕັດ​ສິນ​ໃຈ​ທີ່​ໜ້າ​ອັບ​ອາຍ​ຂາຍ​ໜ້າ​ທີ່​ລ່ວງ​ລະ​ເມີດ​ສິດ​ທິ​ໃນ​ການ​ໄດ້​ຮັບ​ການ​ສຶກ​ສາ​ສຳ​ລັບ​ແມ່​ຍິງ ແລະ ເດັກ​ຍິງ​ໃນ ອັ​ຟ​ກາ​ນິ​ສ​ຖານ.”

ກຸ່ມ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນໂລກ​ດັ່ງ​ກ່າວ​ໄດ້​ສະ​ແດງ​ຄວາມບໍ່​ພໍ​ໃຈ​ວ່າ “ກຸ່ມ​ຕາ​ລີ​ບານ​ໄດ້​ເຮັດ​ໃຫ້​ກະ​ຈ່າງ​ແຈ້ງ​ທຸກວັນ​ວ່າ​ພວ​ກ​ເຂົາ​ບໍ່​ເຄົາ​ລົບ​ສິດ​ທິ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ, ໂດຍ​ສະ​ເພາະ​ແມ່​ຍິງ.”

ປະ​ຊາ​ຄົມ​ສາ​ກົນ ​ບໍ່​ໄດ້​ຮັບ​ຮູ້​ການ​ນຳ​ພາ​ຂອງ​ກຸ່ມ​ຕາ​ລີ​ບານ ​ຢ່າງ​ເປັນ​ທາງ​ການ ຍ້ອນ​ການ​ປະ​ຕິ​ບັດ​ຂອງ​ພວກ​ເຂົາ​ຕໍ່ແມ່​ຍິງ ອັ​ຟ​ກາ​ນິ​ສ​ຖານ ແລະ ການ​ປາບ​ປາມ​ຕໍ່​ສິດ​ທິ​ມະ​ນຸດ​ໂດຍ​ທົ່ວ​ໄປ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG