ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມຕາລີບານ ເດີນທາງໄປຮອດ ນະຄອນຫຼວງກາບູລ ເພື່ອແລກປ່ຽນນັກໂທດ ກັບອັຟການິຖານ


ພວກນັກໂທດທີ່ໄດ້ຖືກປ່ອຍຕົວ ຈາກຄຸກຂອງກຸ່ມຕາລີບານ ໃນແຂວງແຮລມານ ພາກັນກິນເຂົ້າ ຢູ່ຄ້າຍທະຫານແຫ່ງນຶ່ງ ຂອງອັຟການິສຖານ. (MOD)
ພວກນັກໂທດທີ່ໄດ້ຖືກປ່ອຍຕົວ ຈາກຄຸກຂອງກຸ່ມຕາລີບານ ໃນແຂວງແຮລມານ ພາກັນກິນເຂົ້າ ຢູ່ຄ້າຍທະຫານແຫ່ງນຶ່ງ ຂອງອັຟການິສຖານ. (MOD)

ຄະນະຜູ້ແທນຂອງກຸ່ມຕາລີບານ ໄດ້ເດີນທາງໄປຮອດນະຄອນຫຼວງກາບູລ ໃນວັນ
ອັງຄານວານນີ້ເພື່ອຕິດຕາມເບິ່ງການປ່ອຍຕົວພວກຊະເລີຍຂອງຕົນ 5,000 ຄົນ ຊຶ່ງ
ໄດ້ມີການລໍຖ້າມາດົນນານແລ້ວ ພາຍໃຕ້ການແລກປ່ຽນນັກໂທດ ກັບລັດຖະບານ
ຂອງອັຟການິສຖານ ທີ່ໄດ້ໄກ່ເກ່ຍໂດຍສະຫະລັດ.

ອັນນີ້ຈະເປັນຄັ້ງທຳອິດ ທີ່ບັນດາຜູ້ຕາງໜ້າຂອງກຸ່ມກະບົດອິສລາມໄດ້ເດີນທາງໄປ
ຢ້ຽມຢາມນະຄອນຫຼວງຂອງອັຟການິສຖານ ນັບຕັ້ງແຕ່ການບຸກເຂົ້າປະເທດດ້ວຍ ກອງກຳລັງທີ່ນຳພາໂດຍສະຫະລັດ ໃນການຂັບໄລ່ກຸ່ມຕາລີບານອອກຈາກອຳນາດ
ເມື່ອເກືອບ 19 ປີ ກ່ອນນັ້ນ.

ກຸ່ມຕາລີບານ ໄດ້ປະກາດແບບສັ້ນໆ ວ່າ “ພວກເຂົາເຈົ້າຈະຫາທາງແກ້ໄຂ ໃນເລື້ອງ
ການປ່ອຍຕົວນັກໂທດ ແລະຈະຊ່ອຍໃນຂັ້ນຕອນດ້ານເທັກນິກຕ່າງໆ.”

ມີລາຍງານວ່າ ຄະນະຜູ້ແທນຂອງກຸ່ມຕາລີບານ ໄດ້ເດີນທາງຈາກແຂວງການດາຮາ
ທາງພາກໃຕ້ຂອງປະເທດ ໄປຍັງເມືອງແຫ່ງນຶ່ງ ໃນພາກກາງຂອງປະ ເທດ ກ່ອນທີ່ຈະ
ຂຶ້ນເຮືອບິນໄປຍັງນະຄອນຫຼວງກາບູລ ຈັດໃຫ້ໂດຍຄະນະກຳມະການ ຂອງອົງການ
ກາແດງສາກົນ ຫຼືເອີ້ນຫຍໍ້ວ່າ ICRC.

ການແລກປ່ຽນນັກໂທດ ຊຶ່ງມີຂໍ້ກຳນົດໃຫ້ກຸ່ມກະບົດດັ່ງກ່າວ ປ່ອຍຕົວພວກທີ່ຖືກຄຸມ
ຂັງຂອງລັດຖະບານ ປະມານ 1,000 ຄົນ ແມ່ນຄາດໝາຍວ່າ ຈະເປັນພື້ນຖານສຳລັບ
ການເຈລະຈາສັນຕິພາບ ລະຫວ່າງ ພັກຝ່າຍຕ່າງໆຂອງອັຟການິສຖານ ເພື່ອແກ້ໄຂ
ບັນຫາຂັດແຍ້ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG