ຜູ້ວາງລະເບີດສະລະຊີບຕາລີບັນຄົນນຶ່ງ ຂັບລົດທີ່ບັນຈຸວັດຖຸ
ລະເບີດຂອງຜູ້ກ່ຽວ ແລ່ນຕຳຂະບວນລົດຂອງສະຖານທູດ
ເທີກີ ໃນນະຄອນຫຼວງຂອງອັຟການິສຖານໃນເຊົ້າວັນພະຫັດ
ມື້ນີ້ ເຮັດໃຫ້ປະຊາຊົນຢ່າງໜ້ອຍ 2 ຄົນເສຍຊີວິດ.
ໂຄສົກຕຳຫຼວດທີ່ນະຄອນຫຼວງຄາບູລ ກ່າວຕໍ່ວີໂອເອ ວ່າ ຄົນ
ເທີກີຄົນນຶ່ງແມ່ນຮວມຢູ່ໃນພວກທີ່ເສຍຊີວິດໃນການໂຈມຕີ
ຄັ້ງນີ້ ທີ່ໄດ້ເກີດຂຶ້ນຢູ່ນອກສະຖານທູດຂອງເທີກີ ໃນໃຈກາງ
ນະຄອນຫຼວງຄາບູລ ບໍ່ໄກຈາກທຳນຽບປະທານາທິບໍດີຂອງ
ອັຟການິສຖານ.
ຮອງລັດຖະມົນຕີກະຊວງພາຍໃນຂອງອັຟການິສຖານ ທ່ານ Ayub Salangi ກ່າວຕໍ່ບັນ
ດານັກຂ່າວຢູ່ສະຖານທີ່ເກີດເຫດວ່າ “ເປົ້າໝາຍຂອງການໂຈມຕີແມ່ນແນໃສ່ລົດ
ຂອງສະຖານທູດເທີກີ.”
ກອງທັບເທີກີ ກ່າວວ່າ ການໂຈມຕີດັ່ງກ່າວ ໄດ້ແນໃສ່ລົດຄັນນຶ່ງທີ່ບັນທຸກທີມຮັກສາຄວາມປອດໄພໃຫ້ແກ່ທູດເທີກີ ທ່ານ Ismail Aramaz ນັ້ນ.
ກຸ່ມຕາລີບັນ ໄດ້ອ້າງເອົາຄວາມຮັບຜິດຊອບຢ່າງໄວ ແຕ່ກ່າວວ່າ ຕົນໄດ້ແນເປົ້າໃສ່ລົດຄຸ້ມກັນທະຫານສະຫະລັດຄັນນຶ່ງ.
ຖະແຫຼງການຂອງກຸ່ມຕາລີບັນ ກ່າວວ່າ “ເປົ້າໝາຍຂອງການໂຈມຕີໃນມື້ນີ້ທີ່ຄາບູລ ແມ່ນຂະບວນລົດຄຸ້ມກັນທະຫານສະຫະລັດ ສະຖານທູດ ຫຼືຄົນຊາດອື່ນໆບໍ່ໄດ້ແມ່ນເປົ້າໝາຍ.”
ລາຍງານຂ່າວໂທລະພາບສະແດງໃຫ້ເຫັນລົດຫຸ້ມເກາະ 2 ຄັນ ທີ່ໃສ່ປ້າຍນັກການທູດເທີກີ ແລະຄົນນຶ່ງທີ່ໄດ້ຮັບບາດເຈັບກຳລັງຫາມອອກຈາກລົດຄັນນຶ່ງ.
ອັນນີ້ນັບວ່າເປັນການໂຈມຕີຂອງພວກກະບົດເທື່ອທຳອິດທີ່ຮູ້ຈັກກັນ ທີ່ໄດ້ແນເປົ້າໝາຍໃສ່ເທີກີ ໃນນະຄອນຫຼວງຄາບູລ ແລະເປັນເທື່ອທີສອງທີ່ຂະບວນລົດຄຸ້ມກັນຂອງໜ່ວຍປະກອບພາລະກິດທາງການທູດຖືກໂຈມຕີ ໂດຍພວກຫົວຮຸນແຮງຕາລີບັນ ໃນຫວ່າງບໍ່ເທົ່າໃດເດືອນຜ່ານມານີ້. ໃນເດືອນພະຈິກກາຍນີ້ ລົດຂອງສະຖານທູດອັງກິດຄັນນຶ່ງກໍໄດ້
ຖືກໂຈມຕີໂດຍຜູ້ວາງລະເບີດສະລະຊີບ.