ຕໍາຫຼວດອັຟການີສຖານກ່າວວ່າ ການໂຈມຕີຂອງພວກກະບົດໃນ
ກຸງກາບູລ ທີ່ແນເປົ້າໝາຍໃສ່ ບໍລິສັດພາລະທິການບໍລິສັດນຶ່ງທີ່
ເຮັດວຽກກັບກອງກໍາລັງນາໆຊາດ ໄດ້ສັງ ຫານຢ່າງນ້ອຍ 6 ຄົນ.
ກຸ່ມທາລິບານ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບໃນການ
ໂຈມຕີຄັ້ງນີ້ ທີ່ໄດ້ເຮັດໃຫ້ມີຄົນບາດເຈັບ ນໍາອີກ 4 ຄົນນັ້ນ.
ທາງການກ່າວວ່າ ພວກກະບົດ ໄດ້ເລີ່ມທໍາການໂຈມຕີໂດຍການ
ລະເບີດລົດຄັນນຶ່ງທີ່ບັນຈຸລະເບີດໄວ້ຢ່າງຫຼວງຫຼາຍ ແລ້ວຫລັງ
ຈາກນັ້ນ ພວກກະບົດສອງຄົນໄດ້ທໍາການໂຈມຕີກໍາລັງຮັກສາ
ຄວາມປອດໄພອັຟການີສຖານ. ພວກເສຍຊີວິດ ມີຄົນຍາມຊາວເນປາລ 4 ຄົນ ແລະພົນ
ລະເຮືອນອີກ 2 ຄົນ.
ເຈົ້າໜ້າທີ່ກ່າວວ່າ ໄດ້ພົບເຫັນເສື້ອເກາະທີ່ຕິດລະເບີດຂ້າຕົວຕາຍໃນສະຖານທີ່ເກີດເຫດ.
ການໂຈມຕີໃນເມືອງຫຼວງຂອງອັຟການີສຖານ ມີຂຶ້ນ ນຶ່ງມື້ຫຼັງຈາກທີ່ໂຄສົກຂອງກະຊວງ
ພາຍໃນຂອງອັຟການີສຖານ ທ່ານ Sediq Sediqqi ໄດ້ກ່າວວ່າ ມີຕໍາຫຼວດ 299 ຄົນ
ໄດ້ຖືກສັງຫານ ໃນລະຫວ່າງວັນທີ 10 ເດືອນພຶດສະພາ ຫາວັນທີ 13 ເດືອນມິຖຸນານັ້ນ
ແລະມີຜູ້ບາດເຈັບອີກ 618 ຄົນ ຊຶ່ງເພີ່ມຂຶ້ນ 22% ຈາກໄລຍະດຽວກັນໃນປີແລ້ວນີ້.
ທ່ານ Sediqqi ກ່າວອີກວ່າ ໃນຊ່ວງເວລາດຽວກັນນີ້ ມີພວກກະບົດ 753 ຄົນ ຖືກສັງຫານ
ໃນການປະຕິບັດງານຮ່ວມກັນລະຫວ່າງກອງຫະຫານແລະກຸ່ມອື່ນໆ ແລະ ມີຫຼາຍກວ່າ
300 ຄົນຖືກຈັບກຸມ. ທ່ານຍັງກ່າວວ່າ ມີພົນລະເຮືອນອີກ 180 ຄົນໄດ້ເສຍຊີວິດເຊັ່ນກັນ.
ອົງການເນໂຕ້ໄດ້ໂອນພາລະຮັບຜິດຊອບ ໃນການຮັກສາຄວາມປອດໄພທັງໝົດ ໃນທົ່ວ
ປະເທດ ໄປໃຫ້ກອງທັບອັຟການນິສຖານ ໃນເດືອນແລ້ວນີ້.