ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມຕາລີບານ ແນເປົ້າໝາຍໂຈມຕີ ໃສ່ຮ່ອມພູພານເຊຍ ຂະນະທີ່ຜູ້ນໍ າຂອງຝ່າຍຕໍ່ຕ້ານ ຍັງດຳເນີນການຕໍ່ໄປ


ບັນດາຜູ້ບັນຊາການຂອງກຸ່ມຕາລີບານຍ່າງຢູ່ຕາມທາງ ໃນຮ່ອມພູ Panjshir ຂອງອັຟການິສຖານໃນວັນທີ 23 ສິງຫາ, 2021 (ພາບສະໜອງໃຫ້ໂດຍ Aamaj News Agency ຜ່ານອົງການຂ່າວ REUTERS)
ບັນດາຜູ້ບັນຊາການຂອງກຸ່ມຕາລີບານຍ່າງຢູ່ຕາມທາງ ໃນຮ່ອມພູ Panjshir ຂອງອັຟການິສຖານໃນວັນທີ 23 ສິງຫາ, 2021 (ພາບສະໜອງໃຫ້ໂດຍ Aamaj News Agency ຜ່ານອົງການຂ່າວ REUTERS)

ກຸ່ມຕາລີບານກຳລັງສົ່ງນັກລົບຫຼາຍຮ້ອຍຄົນໄປທີ່ຮ່ອມພູພານເຊຍ (Panjshir), ທີ່ຢູ່ຫ່າງຈາກນະຄອນຫຼວງກາບູລຂອງອັຟການິສຖານໄປທາງເໜືອ 150 ກິໂລ ແມັດ, ເພື່ອພະຍາຍາມທັບມ້າງຂະບວນການເຄື່ອນໄຫວຕໍ່ຕ້ານທີ່ພົ້ນເດັ່ນຂຶ້ນທີ່ນຳພາໂດຍລູກຊາຍຂອງນາຍທະຫານ ທີ່ຕໍ່ຕ້ານເຂົາເຈົ້າຄັ້ງແລ້ວນີ້ ໃນຕອນທີ່ກຸ່ມຕາລີບານປົກຄອງອັຟການິສຖານ ເມື່ອ 20 ປີກ່ອນ.

ການສົ່ງທະຫານໄປດັ່ງກ່າວ ແມ່ນມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກກອງກຳລັງທີ່ເຫັນພ້ອມກັບແນວໂຮມຕໍ່ຕ້ານແຫ່ງຊາດຂອງທ່ານອາມາດ ມາຊຊູດ (Ahmad Massoud) ຊຶ່ງປະກອບມີພວກທີ່ຍັງເຫລືອຂອງໜ່ວຍທະຫານອັຟການິສຖານ ທໍາມະດາ ແລະກອງກຳລັງທະຫານພິເສດ ແລະນັກລົບທີ່ເປັນທະຫານບ້ານໃນທ້ອງຖິ່ນ ໄດ້ປະທະກັນກັບກຸ່ມຕາລີບານ ໃນເມືອງອານດາຣາບ (Andarab) - ຊຶ່ງເປັນເມືອງທີ່ຢູ່ທາງພາກໃຕ້ຂອງແຂວງແບກລານ (Baghlan). ອາທິດແລ້ວ ນີ້, ຢູ່ໃນການຕ້ານຢັນທີ່ສຳຄັນຄັ້ງທຳອິດນັ້ນ, ນັກລົບຕໍ່ຕ້ານກັບກຸ່ມຕາລີບານໄດ້ເຂົ້າຢຶດເອົາສາມເມືອງທີ່ຢູ່ໃກ້ຄຽງເມືອງອານດາຣາບ (Andarab), ຊຶ່ງທັງໝົດນີ້ ແມ່ນຢູ່ໃກ້ກັບຮ່ອມພູພານເຊຍ (Panjshir), ຊຶ່ງເປັນເຂດທີ່ໝັ້ນອັນແໜ້ນແກ່ນຂອງທ່ານມາຊຊູດ (Massoud). ກຸ່ມຕາລີບານໃນວັນຈັນວານນີ້ ໄດ້ອ້າງວ່າ ຕົນຍຶດເອົາສາມເມືອງດັ່ງກ່າວຄືນໄດ້ແລ້ວ.

ພໍ່ຂອງທ່ານອາມາດ ມາຊຊູດ (Ahmad Massoud), ທ່ານອາມາດ ຊາ ມາຊຊູດ (Ahmad Shah Massoud) ທີ່ມີຊື່ຫຼິ້ນວ່າ "ສິງຂອງພານເຊຍ (Panjshir)" ໄດ້ສະກັດກັ້ນກອງກຳລັງໂຊວຽດໃນຊຸມປີ 1980 ແລະກຸ່ມຕາລີບານໃນຊຸມປີ 1990 ບໍ່ໃຫ້ເຂົ້າຍຶດຄອງຮ່ອມພູ ທີ່ແຄບແລະເກືອບວ່າຈະບໍ່ສາ ມາດຜ່ານເຂົ້າໄປໄດ້ນັ້ນ. ມັນມີທາງໃຫຍ່ເສັ້ນດຽວທີ່ເຂົ້າແລະອອກຮ່ອມພູນັ້ນ- ລູກຊາຍອາຍຸ 32 ປີຂອງທ່ານ, ຜູ້ທີ່ໄດ້ຮັບການຝຶກອົບຮົມ ຢູ່ໂຮງຮຽນການທະຫານແຊນເຮີສ (Sandhurst) ຂອງອັງກິດແລະໄດ້ສອນວິຊີການສຶກສາກ່ຽວກັບສົງຄາມ ຢູ່ທີ່ມະຫາວິທະຍາໄລຄິງ (King) ໃນນະຄອນຫລວງລອນດອນຫວັງວ່າຈະຮຽນແບບພໍ່ຂອງທ່ານ.

ທ່ານແອມຣູລລາ ຊາເລ (Amrullah Saleh), ອະດີດຮອງປະທານາທິບໍດີອັຟການິສຖານທີ່ປະກາດຕົນເອງໃນກາງອາທິດນີ້ວ່າ ເປັນຜູ້ນຳທີ່ຮັກສາປະເທດໄວ້ ຫລັງຈາກມີການຫລົບໜີອອກຈາກປະເທດຂອງທ່ານອາຊຣາຟ ການີແລ້ວ ກ່າວວ່າ "ພວກຕາລີບານໄດ້ເຕົ້າໂຮມກຳລັງຢູ່ໃກ້ກັບທາງເຂົ້າພູພານເຊຍ (Panjshir) ໃນນຶ່ງມື້ພາຍຫຼັງທີ່ພວກເຂົາຖືກດັກໂຈມຕີຢູ່ໃນເຂດຮ່ອມພູອານດາຣາບ (Andarab) ທີ່ຢູ່ໃກ້ຄຽງກັນນັ້ນ ແລະຍາກທີ່ຈະຫຼົບໜີ ອອກໄປໄດ້. ທ່ານຊາເລ (Saleh) ໄດ້ຕໍ່ສູ້ຮ່ວມກັບແນວໂຮມຕໍ່ຕ້ານແຫ່ງຊາດ ເຖິງແມ່ນວ່າສະຖານະພາບໃນການເປັນປະທານຂອງທ່ານ ບໍ່ໄດ້ຖືກຮັບຮູ້ ໂດຍແນວໂຮມຕໍ່ຕ້ານແຫ່ງຊາດກໍຕາມ ອີງຕາມຄໍາເວົ້າຂອງທີ່ປຶກສາທ່ານມາຊຊູດ (Massoud) ທີ່ກ່າວຕໍ່ວີໂອເອ ຜ່ານທາງໂທລະສັບ.

ກຸ່ມຕາລີບານໄດ້ໃຫ້ເວລາແກ່ທ່ານມາຊຊູດສີ່ຊົ່ວໂມງ ໃນວັນອາທິດຜ່ານມາເພື່ອຍອມຈຳນົນຢູ່ໃນຮ່ອມພູພານເຊຍ (Panjshir), ໂດຍກ່າວວ່າເຂົາເຈົ້າກໍາລັງສົ່ງ ທະຫານໄປ “ພາຍຫຼັງທີ່ເຈົ້າໜ້າທີ່ລັດໃນທ້ອງຖິ່ນປະຕິເສດບໍ່ຍອມມອບມັນໃຫ້ໂດຍສັນຕິວິທີ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG