ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເຈ​ລະ​ຈາ​ລະ​ຫວ່າງ ສ​ຫລ ກັບກຸ່ມ​ຕາ​ລີ​ບານ ພາ​ໃຫ້​ມີ​ຄວາມ​ເຫັນ ແຕກ​ຕ່າງ​ກັນ​ຫຼາຍ​ຂຶ້ນ ລະ​ຫວ່າງ ວໍ​ຊິງ​ຕັນ ກັບ​ກາ​ບູ​ລ


ການ​ເຈ​ລະ​ຈາ​ກັນ ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກັບພວກ​ຕາ​ລີ​ບານ ຢູ່ກອງ​ປະ​ຊຸມ​ປິດ​ລັບ ​ທີ່​ນະ​ຄອນໂດ​ຮາ ໃນ​ວັນ​ທີ 25 ກຸມ​ພາ, 2019 (ພາບ​ເຜີຍ​ແຜ່​ອອກ​ມາ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກາ​ຕາ)
ການ​ເຈ​ລະ​ຈາ​ກັນ ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກັບພວກ​ຕາ​ລີ​ບານ ຢູ່ກອງ​ປະ​ຊຸມ​ປິດ​ລັບ ​ທີ່​ນະ​ຄອນໂດ​ຮາ ໃນ​ວັນ​ທີ 25 ກຸມ​ພາ, 2019 (ພາບ​ເຜີຍ​ແຜ່​ອອກ​ມາ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກາ​ຕາ)

ການ​ເຈ​ລະ​ຈາ​ສັນ​ຕິ​ພາບທີ່ກຳ​ລັງ​ດຳ​ເນີນ​ໄປຢູ່ໃນ​ເວ​ລານີ້ ລະ​ຫວ່າງ​ສະ​ຫະ​ລັດ ກັບ​ກຸ່ມ​ຕາ​ລີ​ບານ ຖືກບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ​ຈຳ​ນວນ​ນຶ່ງກ່າວ​ອ້າງຢ່າງດີອົກ​ດີ​ໃຈ​ວ່າ ເປັນ​ໂອ​ກາດ​ທີ່​ດີ​ທີ່​ສຸດ​ໃນ​ຫລາຍ​ຮອບ​ທົດ​ສະ​ວັດ ທີ່​ຈະ​ນຳ​ເອົາສັນ​ຕິ​ພາບ​ມາ​ສູ່​ອັ​ຟ​ກາ​ນິ​ສ​ຖານ. ແຕ່​ວ່າ ​ກໍ​ມີ​ຄຳ​ຄິດ​ເຫັນ​ຫລາຍໆ​ອັນ ມາ ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສຳ​ຄັນ​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ທີ່​ຢາກບອກວ່າ ການ​ເຈ​ລະ​ຈາ​ດັ່ງ​ກ່າວ ກັບ​ເປັນ​ການ​ເຮັດ​ໃຫ້​ຄວາມຄິດ​ເຫັນ ​ທີ່​ແຕກ​ຕ່າງ​ກັນ​ລະ​ຫວ່າງວໍ​ຊິງ​ຕັນ ແລະ​ກາ​ບູ​ລ ຫຍັ​ບ​ອອກໄປ​ໄກກັນເພີ້ມ​ອີກ.

ການ​ຕຳ​ໜິ​ແຮງ​ທີ່​ສຸດ​ແມ່ນ​ມາ​ຈາກ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ອັ​ຟ​ກາ​ນິ​ສຖານ, ທ່ານ ແຮມ​ດູ​ລາ ໂມ​ຮິບ (Hamdullah Mohib) ຜູ້ທີ່ໄດ້​ຕຳ​ໜິ​ຍຸດ​ທະ​ສາດ​ຂອງ​ສະ​ຫະ​ລັດ​ຢ່າງ​ໜັກວ່າ ບໍ່​ແມ່ນ​ຫຍັງ​ໝົດ​ ນອກ​ເໜືອ​ໄປ​ຈາກ ການຍອມ​ຈຳ​ນົນ​ທີ່​ໜ້າ​ສັນ​ລະ​ເສີນ​ເທົ່າ​ນັ້ນ ໃນ​ຂະ​ນະ​ທີ່​ທ່ານ​ມາ​ຮ່ວມກອງ​ປະ​ຊຸມ​ຢູ່​ນະ​ຄອນ​ວໍ​ຊິງ​ຕັນ ໃນ​ວັນ​ພຸດ​ມື້​ກ່ອນ ແລະ​ວັນ​ພະ​ຫັດ​ວານນີ້.

"ຖ້າ​ຫາກ​ມີສູດຕຳ​ລາ​ສຳ​ລັບ​ສັນ​ຕິ​ພາບ ພວກ​ເຮົາ​ບໍ່​ຮູ້​ວ່າ ແມ່ນ​ຫຍັງ​ຄືສູດ​ຕຳ​ລາ ສຳ​ລັບ​ເຮັດ​ສົງ​ຄາມ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ໂມ​ຮິບ (Mohib), ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ອັ​ຟ​ກາ​ນິ​ສ​ຖານປະ​ຈຳ​ວໍ​ຊິງ​ຕັນ, ທີ່​ກ່າວ​ຕໍ່​ນັກ​ຂ່າວ ໃນ​ວັນ​ພະ​ຫັດ​ວານນີ້, ແລະກ່າວ​ຕໍ່​ໄປ​ວ່າ ຂັ້ນ​ຕອນ​ດັ່ງ​ກ່າວແມ່ນ "​ຮີບຮ້ອນ​ຕັດ​ສິດ ແລະເຮັດ​ໃຫ້​” ປະ​ຊາ​ຊົນ​ອັ​ຟາ​ນິ​ສ​ຖານ “ຖືກ​ມອງ​ຂ້າມໄປ”.

ທ່ານ​ກ່າວ​ເພີ້ມ​ວ່າ "ພວກ​ເຮົາ​ບໍ່​ໄດ້​ຮັບ​ຄວາມ​ໂປ່ງ​ໃສ​ແບບ​ທີ່​ຄວນ​ໄດ້​ຮັບ​ເລີຍ. ຜູ້​ສຸດ​ທ້າຍ​ທີ່​ຈະ​ໄດ້​ພົບວ່າ​ເປັນ​ເຊັ່ນ​ນັ້ນ ​ກໍ​ຄື​ພວກ​ເຮົາເອງ."

ທ່ານ ໂມ​ຮິບ (Mohib) ນຳ​ເອົາ​ຄຳ​ຕຳ​ໜິ​ທີ່​ແຫລມ​ຄົມ​ທີ່​ສຸດດັ່ງ​ກ່າວ​ມາ​ເວົ້າ​ໃຫ້​ແກ່ ຫົວ​ໜ້າຄະ​ນະ​ເຈ​ລະ​ຈາສະ​ຫະ​ລັດ ກໍ​ຄືຜູ້​ຕາງ​ໜ້າ​ພິ​ເສດ ຊາ​ລ​ເມ ຄາ​ລິ​ລ​ຊາດ (Zalmay Khalilzad) ໂດຍ​ກ່າວ​ຫາ​ທ່ານ​ວ່າ ​ຖືເອົາ​ຄວາມ​ທະ​ເຍີ​ທະ​ຍານ​ສ່ວນຕົວ​ຂອງ​ທ່ານ ໄປ​ກ່ອນ​ຄວາມ​ຕ້ອງ​ການ​ໃຫ້​ມີ​ສັນ​ຕິ​ພາບຢ່າງແທ້​ຈິງ.

ຜູ້​ຕາງ​ໜ້າ​ພິ​ເສດ ຊາ​ລ​ເມ ຄາ​ລິ​ລ​ຊາດ (Zalmay Khalilzad) ຫົວ​ໜ້ານັກເຈ​ລະ​ຈາ​ຂອງ ສ​ຫລ ກັບ​ກຸ່ມ​ຕາ​ລີ​ບານ
ຜູ້​ຕາງ​ໜ້າ​ພິ​ເສດ ຊາ​ລ​ເມ ຄາ​ລິ​ລ​ຊາດ (Zalmay Khalilzad) ຫົວ​ໜ້ານັກເຈ​ລະ​ຈາ​ຂອງ ສ​ຫລ ກັບ​ກຸ່ມ​ຕາ​ລີ​ບານ

ທ່ານ​ເວົ້າ​ອີກວ່າ “ເຫດ​ຜົນ​ທີ່​ທ່ານເຮັດ​ໃຫ້​ລັດ​ຖະ​ບານ​ຂອງ​ອັ​ຟ​ກາ​ນິ​ສ​ຖານກາຍ ເປັນ​ລັດ​ຖະ​ບານ​ທີ່ບໍ່​ຖືກ​ຕ້ອງ​ຊອບ​ທຳ ແລະ​ອ່ອນ​ແອລົງ ແລະ​ໃນ​ຂະ​ນະ​ດຽວ​ກັນ ​ກໍ​ຍົກ​ສະ​ຖາ​ນະ​ພາບ​ຂອງ​ກຸ່​ມຕາ​ລີ​ບານຂຶ້ນນັ້ນ ​ສ​າ​ມາດ​ເຮັດ​ໃຫ້​ເປັນ​ໄດ້ແຕ່​ວິ​ທີ​ດຽວເທົ່າ​ນັ້ນ.”
ທ່ານ ໂມ​ຮິບ (Mohib) ຍັງ​ໃຫ້​ຄຳ​ເຫັນ​ຕໍ່​ໄປ​ວ່າ "ບາງ​ເທື່ອ​ການ​ເຈ​ລະ​ຈາ​ທັງ​ໝົດ​ນີ້ ກໍ​ອາດ​ຈະແມ່ນເປັນ​ການສ້າງລັດ​ຖະ​ບານຮັກ​ສາ​ການ ຊຶ່ງ​ຈະ​ເຮັດ​ໃຫ້​ທ່ານກາຍ​ເປັນອຸ​ປະ​ລາດປົກ​ຄອງແຜ່ນ​ດິນ. ພວກ​ເຮົາ​ເວົ້າ​ໄດ້​ພຽງ​ແຕ່​ເທົ່າ​ນີ້ກໍ​ເພາະ​ວ່າ ນັ້ນ​ຄື​ສິ່ງ​ທີ່​ພວກ​ເຮົາ​ເຫັນ.”

ທ່ານ ຄາ​ລິ​ລ​ຊາດ (Khalilzad) ໄດ້​ສະ​ຫລຸບ​ການ​ເຈ​ລະ​ຈາ​ທີ່​ດຳເນີນ​ໄປ 16 ມື້ ກັບ ​ກຸ່ມ​ຕາ​ລີ​ບານ​ຢູ່​ກາ​ຕາ ໃນ​ວັນ​ອັງ​ຄານ​ຜ່ານ​ມາ.

"ເຖິງ​ແມ່ນ​ວ່າ​ຈະ​ມີ​ເລື້ອງ​ທີ່​ຖອຍ​ຫລັງ ແລະ​ກ້າວ​ໜ້າ ​ເປັນ​ບາງ​ຄັ້ງ​ຄາວ​ກໍ​ຕາມ ພວກ​ເຮົາ​ກໍ​ຍັງ​ເຮັດ​ໃຫ້​ເລື້ອງ​ຕ່າງໆ ​ດໍ​າ​ເນີນ​ໄປ​ຕາມ​ແຜນ ແລະ​ກໍ​ໄດ້ມີ​ບາດ ກ້າວເດີນໄປ​ຂ້າງ​ໜ້າ ​ຢ່າງ​ແທ້​ຈິງຫລາຍ​ກ້າວ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ​ໃນ​ຕອນນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG