ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

17 ຄົນ ເສຍຊີວິດ ໃນອຸບັດເຫດ ເຮືອບິນເຮລິຄັອບເຕີ ກອງທັບ ອັຟການິສຖານຕົກ


ຜູ້ຮັກສາຄວາມປອດໄພ ອັຟການິສຖານ ກວດກາ ສະຖາຍທີ່ ທີ່ ຖືກໂຈມຕີໂດຍລະເບີດລົດບັນທຸກ ໃນແຂວງ ໂລກາ, ພາກຕາເວັນອອກຂອງ ນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 6 ສິງຫາ, 2015.
ຜູ້ຮັກສາຄວາມປອດໄພ ອັຟການິສຖານ ກວດກາ ສະຖາຍທີ່ ທີ່ ຖືກໂຈມຕີໂດຍລະເບີດລົດບັນທຸກ ໃນແຂວງ ໂລກາ, ພາກຕາເວັນອອກຂອງ ນະຄອນຫຼວງ ກາບູລ, ປະເທດ ອັຟການິສຖານ. 6 ສິງຫາ, 2015.

ເຈົ້າ​ໜ້າທີ່ ອັຟກາ​ນິສຖານ ກ່າວ​ວ່າ ​ເຮືອບິນ​ເຮ​ລິ​ຄັອບ​ເຕີ​ລຳ​ໜຶ່ງ​ໄດ້​ປະສົບ​ອຸບັດ​ເຫດຕົກ ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ ​ເຮັດ​ໃຫ້​ຢ່າງ​ໜ້ອຍ 17 ຄົນ​ເສຍ​ຊີວິດ.

ເຮືອບິນເຮລິຄັອບເຕີ M-17 ທີ່ເຮັດໂດຍຣັດເຊຍ ໄດ້​ຕົກ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນເຂດເມືອງ Shinkay ​ແຂວງຊາ​ບູລ, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ.

ກະຊວງປ້ອງກັນປະເທດອັຟການິສຖານກ່າວວ່າ ບັນຫາທາງ ດ້ານເທັກນິກ ຄືສາເຫດທີ່ພາ ໃຫ້ເຮືອບິນຕົກ. ສ່ວນເຈົ້າໜ້າທີ່ ຄົນອື່ນໆຍັງກ່າວຢ້ຳວ່າ ອຸບັດເຫດດັ່ງກ່າວຍັງຢູ່ພາຍໃຕ້ ການ ສືບສວນສອບສວນຢູ່.

ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບ ແຕ່ການອ້າງຂອງພວກ ເຂົາຍັງເປັນຄຳຖາມ ຢູ່ໃນເມື່ອວ່າ ມັນບໍ່ຄ່ອຍຈະມີ ທີ່ພວກກະບົດສາ ມາດຍິງເຮືອບິນທະຫານໄດ້.

​ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານີ້ ການໂຈມຕີສະຫຼະ​ຊີບດ້ວຍລົດບັນທຸກລະ ​ເບີດ​ ​ຢູ່ທາງ​ພາກ​ໃຕ້​ຂອງນະຄອນຫຼວງ ກາ​ບູລ ​ເຮັດໃຫ້​ຢ່າງ​ໜ້ອຍ 6 ຄົນ​ເສຍ​ຊີວິດ, ​ເຊິ່ງນັບວ່າເປັນ​ການ​ໂຈມ​ຕີທີ່ສຳຄັນ​ຄັ້ງ​ທຳ​ອິດ ​ຂອງ​ພວກ​ຫົວ​ຮຸນ​ແຮງ ຕາ​ລິ​ບານ ນັບແຕ່​ການເສຍ​ຊີວິດ​ຂອງ Mullah Mohammed Omar ​ຜູ້ນຳດົນ​ນານ​ຂອງ​ພວກ​ເຂົາ​ໄດ້​ຮັບຢືນຢັນ.

ມີ​ຕຳຫຼວດ​ຢ່າງ​ໜ້ອຍ 3 ຄົນ ​ແລະ ປະຊາຊົນອີກ 3 ຄົນ​ໄດ້​ເສຍ​ຊີວິດ​ໃນ​ເຫດລະ​ເບີດຂະໜາດ ໃຫຍ່​ໃນ​ຕອນ​ເຊົ້າ​ຂອງ​ວັນ​ພະຫັດມື້ນີ້ ຢູ່ທີ່ ເມືອງ​ຫຼວງ ປູ​ລີ ອາລາມ ຂອງ​ແຂວງ ​ໂລກາ, ອີງຕາມ​ເຈົ້າ​ໜ້າ​ທີ່​ຂອງ​ລັດຖະບານ​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ​ກໍ​ຍັງ​ມີ​ອີກ​ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ຫົວ​ຮຸນ​ແຮງ ຕາ​ລິ​ບານ ​ໄດ້​ອອກ​ຖະ​ແຫຼ​ງການສະບັບ​ໜຶ່ງອ້າງ​ເອົາ ຄວາ​ມຮັບຜິດ​ຊອບ​ໃນການ​ໂຈມ​ຕີນີ້.

ການແຕກແຍກພາຍໃນ​ກຸ່ມ​ຫົວ​ຮຸນແຮງ​ໄດ້​ເພີ່ມ​ທະວີ​ຂຶ້ນຫຼັງຈາກມີການ​ ​ເປີດ​ເຜີຍໃນອາທິດ ແລ້ວນີ້ວ່າ ​ຜູ້​ກໍ່​ຕັ້ງ​ຂອງພວກ​ເຂົາ​, Mullar Omar, ​ໄດ້ເສ​ຍຊີວິດ​ຫຼາຍ​ປີຜ່ານມາ​ແລ້ວ. ການ ຕາຍ​ຂອງ​ລາວ​ໄດ້​ຖື​ເປັນ​ຂ່າວ​ລື​ມາ​ເປັນ​ເວລາ​ດົນ​ນານ, ​ແຕ່​ມາ​ຈົນ​ຮອດ​ປະຈຸ​ບັນ ​ກໍ​ຍັງ​ບໍ່​ທັນ​ໄດ້ຮັບ​ການ​ຢືນຢັນ ​ທັງຈາກ​ອຳນາດ​ການ​ປົກຄອງ​ຂອງ​ອັຟກາ​ນິສຖານ ​ແລະ ພວກ​ຕາ​ລີ​ບານ.

XS
SM
MD
LG