ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມືລະເບີດສະຫຼະຊີບ ຕາລີບານ ສັງຫານ 13 ຄົນ ຢູ່ໃນ ປາກິສຖານ


ທະຫານຄົນນຶ່ງ ເຝົ້າຍາມ ຢູ່ໃກ້ໆ ສະຖານທີ່ເກີດເຫດໂຈມຕີ ດ້ວຍລະເບີດສະຫຼະຊີບ ຢູ່ໃນພື້ນທີ່ ຂອງສານ ຢູ່ໃນເມືອງ Shabqadar ທີ່ຕັ້ງຢູ່ທາງພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ, ວັນທີ 7 ມີນາ 2016.
ທະຫານຄົນນຶ່ງ ເຝົ້າຍາມ ຢູ່ໃກ້ໆ ສະຖານທີ່ເກີດເຫດໂຈມຕີ ດ້ວຍລະເບີດສະຫຼະຊີບ ຢູ່ໃນພື້ນທີ່ ຂອງສານ ຢູ່ໃນເມືອງ Shabqadar ທີ່ຕັ້ງຢູ່ທາງພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ, ວັນທີ 7 ມີນາ 2016.

ຜູ້ວາງລະເບີດສະຫລະຊີບ ຂອງຕາລີບານຄົນນຶ່ງ ໄດ້ລະເບີດ
ຕົວເອງຕາຍ ຢູ່ນອກພື້ນທີ່ຂອງສານທ້ອງຖິ່ນ ໃນພາກຕາເວັນ
ຕົກສຽງເໜືອ ຂອງປາກິສຖານ ຊຶ່ງໄດ້ສັງຫານ ຢ່າງນ້ອຍ 13
ຄົນ ແລະ ຢ່າງນ້ອຍອີກ 36 ຄົນ ບາດເຈັບ.

ບັນດາເຈົ້າໜ້າທີ່ກ່າວວ່າ ມີພະນັກງານຕຳຫຼວດ ພວກແມ່ຍິງ
ແລະ ພວກເດັກນ້ອຍ ລວມຢູ່ໃນຈຳນວນພວກທີ່ເສຍຊີວິດ
ແລະ ໄດ້ຮັບບາດເຈັບ ໃນການໂຈມຕີດັ່ງກ່າວ ເມື່ອວັນຈັນມື້ນີ້
ຢູ່ໃນເມືອງ Shabqadar.

ເຈົ້າໜ້າທີ່ຮັກສາຄວາມສະງົບ ທ້ອງຖິ່ນຄົນນຶ່ງ ຜູ້ຊ່ວຍຮັກສາ
ການເພີ້ມເຕີມ ທ່ານ Tariq Hassan ໄດ້ບອກບັນດານັກຂ່າວ ວ່າ ພວກຕຳຫຼວດເຝົ້າຍາມ
ໄດ້ລະບຸຕົວ ແລະ ສະກັດມືວາງລະເບີດໄດ້ ແຕ່ໃນເວລາພວກເຂົາ ພະຍາຍາມທີ່ຈະຈັບ
ຕົວຜູ້ກ່ຽວ ລາວໄດ້ບີບຂະນວນລະເບີດກ່ອນ.

ພວກທີ່ເຫັນເຫດການ ກ່າວວ່າ ລະເບີດແຕກຂຶ້ນຢ່າງແຜ່ກວ້າງ ກໍ່ໃຫ້ເກີດ ຄວາມເສຍ
ຫາຍ ໃນບໍລິເວນກວ້າງອອກໄປ ແລະ ໄດ້ທຳລາຍລົດ ຫຼາຍຄົນຢູ່ທີ່ອາຄານຂອງສານ.

ໂຄສົກຄົນນຶ່ງ ຂອງກຸ່ມຫົວຮຸນແຮງ ນາຍ Jamatul Ahrar ຜູ້ເປັນສະມາຊິກຂອງຕາລີບານ
ຈາກປາກິສຖານ ທີ່ກໍ່ການກະບົດ ຕໍ່ຕ້ານລັດຖະບານ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບ ການວາງລະເບີດນັ້ນ.

ຢູ່ໃນຖະແຫລງການສະບັບນຶ່ງ ທີ່ໄດ້ຖືກສົ່ງໄປໃຫ້ພວກນັກຂ່າວ ກຸ່ມຕາລີບານ ກ່າວວ່າ
ການໂຈມຕີ ແມ່ນເປັນການລ້າງແຄ້ນ ສຳລັບການແຂວນຄໍ ນາຍ Mumtaz Qadri ຜູ້
ເປັນຕຳຫຼວດອາລັກຂາ ທີ່ໄດ້ຖືກປະຫານຊີວິດ ສຳລັບການສັງຫານຜູ້ປົກຄອງແຂວງ
Punjab ທີ່ມີຊື່ສຽງທີ່ສຸດຂອງປາກິສຖານ ຜູ້ທີ່ຮຽກຮ້ອງໃຫ້ປະຕິຮູບກົດໝາຍ ດູໝິ່ນ
ສາສະໜາ.

Pakistan Blast
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG