ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີການໂຈມຕີ ສະຫຼະຊີບ ຂອງກຸ່ມຕາລີບານ ໃສ່ຂະບວນລົດເນໂຕ້ ໃກ້ກາບູລ


ຖາບຖ່າຍທາງອາກາດ ນະຄອນຫຼວງກາບູລ. (ວັນທີ 11 ກຸມພາ 2016)
ຖາບຖ່າຍທາງອາກາດ ນະຄອນຫຼວງກາບູລ. (ວັນທີ 11 ກຸມພາ 2016)

ກຳລັງ​ປະສົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ອົງການ​ເນ​ໂຕ້​ໃນ​ອັຟກາ​ນິສຖານ ກ່າວ​ວ່າ ມີ​ການ ໂຈມ​ຕີ​ສະຫຼະຊີບ​ໃສ່​ລົດ​ຄັນ​ນຶ່ງ​ຂອງ​ຕົນຢູ່​ທາງ​ເໜືອ​ຂອງ​ນະຄອນຫຼວງກາບູລ​ໃນ​ວັນ​ເສົາ ມື້ນີ້ ​ແຕ່​ບໍ່​ມີ​ເຈົ້າໜ້າ​ທີ່​ບາດ​ເຈັບ​ລົ້ມຕາຍ​ແຕ່​ປະການ​ໃດ.

ການ​ໂຈມ​ຕີ​ມີ​ຂຶ້ນທີ່​ຄຸ້ມ Bagram ຊຶ່ງ​ເປັນ​ບ່ອນ​ຕັ້ງຖານ​ທັບ​ອາກາດ​ທີ່​ໃຫຍ່​ທີ່​ສຸດ​ຂອງສະ ຫະລັດ​ໃນ​ອັຟກາ​ນິສຖານ ປ​ະມານ 55 ຫລັກ​ກິ​ໂລ​ແມັດ ​ຫ່າງ​ຈາກ​ນະຄອນ​ຫຼວງກາ​ບູລ.

ການ​ປະຕິບັດ​ງານ​ຂອງ​ເນ​ໂຕ້​ສາມາດ​ໃຫ້ການ​ຢືນຢັນ​ວ່າ ລົດ​ຄັນ​ນຶ່ງ​ຂອງ​ກຳລັງ​ປະສົມ​ໄດ້ ຖືກໂຈມ​ຕີ​ດ້ວຍລະ​ເບີດເຊົ້າມື້ນີ້ ​ໃນ​ບໍລິ​ເວນ​ຄຸ້ມ Bagram. ​ເຖິງ​ແມ່ນ ​ໄດ້​ມີ​ການ​ອ້າງ​ໂດຍ ກຸ່ມ​ຕາ​ລີ​ບານ​ແລະ​ລາຍ​ງານ​ຂອງ​ສື່​ມວນ​ຊົນ​ກໍ​ຈິງ ແຕ່​ບໍ່​ມີ​ເຈົ້າໜ້າ​ທີ່​ກຳລັງ​ປະສົມ​ຄົນ​ໃດ​ໄດ້ ຮັບ​ບາດ​ເຈັບ​ ອີງ​ຕາມ​ຖະ​ແຫຼງຂ່າວ​ຂອງ​ກຳລັງ​ປະສົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ອົງການ​ເນ​ໂຕ້ທີ່​ນຳ​ອອກ​ເຜີຍ​ແຜ່​ຢູ່​ນະຄອນຫລວງກາ​ບູລ.

ກ່ອນ​ໜ້ານີ້ ​ໂຄສົກ​ຂອງ​ກຸ່ມ​ຕາ​ລີ​ບານ ທ້າວ Zabiullah Mujahid ​ໄດ້​ອ້າງ​ເອົາ​ຄວາມ​ຮັບ ຜິດຊອບ​ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບ ຕໍ່​ຂະ​ບວນລົດຂອງ​ພວກ​ “ຮຸກ​ຮານ” ຊຶ່ງ​ເປັນ​ຄຳ​ເວົ້າ ທີ່​ພວກ​ກະບົດ​ອິສລາມ​ຫົວ​ຮຸນ​ແຮງ​ ມັກໃຊ້ສຳລັບ​ກຳລັງ​ສະຫະລັດ​ແລະ​ພັນ ທະ​ມິດ.

​ໂຄສົກ​ກ່າວ​ອ້າງ​ວ່າ ການ​ໂຈມ​ຕີນີ້​ເຮັດ​ໃຫ້​ຫຼາຍໆ​ຄົນ​ບາດ​ເຈັບ​ແລະ​ສ້າງ​ຄວາມ​ເສຍ​ຫາຍ ໃຫ້​ແກ່​ລົດ​ຫຼາຍຄັນ ຊຶ່ງ​ກຸ່ມ​ຕາ​ລີ​ບານ​ມັກເວົ້າເກີນ​ຄວາມ​ເປັນ​ຈິງ​ຢູ່​ສະ​ເໝີໃນ​ການ​ໂຈມ​ຕີ​ຕ່າງໆ​ນັ້ນ.

​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃນ​ມື້ນີ້​ ມີ​ຂຶ້ນນຶ່ງ​ມື້ຫຼັງ​ຈາກ​ລັດຖະມົນຕີ​ການ​ຕ່າງ​ບປະເທດ​ຂອງ​ອົງການ​ເນ​ໂຕ້ແລະ​ບັນດາ​ປະ​ເທດ​ພັນທະ​ມິດ​ໄດ້​ຕົກລົງ​ກັນ​ທີ່​ຈະ​ຂະຫຍາ​ຍການ​ປະຕິບັດ​ງານເພື່ອ​ໃຫ້​ຄວາມ​ສະໜັບສະໜຸນ​ໃນ​ອັຟກາ​ນິສຖານ​ກາຍປີ 2016​ ຊຶ່ງໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ຝຶກ​ແອບ ​ໃຫ້​ຄຳ​ແນະນຳ ແລະ​ຊ່ອຍ​ເຫຼືອ ກຳລັງ​ຮັກສາ​ຄວາມ​ສະຫງົບ ​ແລະ​ສະ​ຖາ​ບັນ​ຕ່າງໆ​ຂອງ​ອັຟກາ​ນິສຖານ.

ກຸ່ມ​ຕາ​ລີ​ບານກ່າວ​ວ່າ ການ​ກໍ່​ກະບົດ​ທີ່​ໃຊ້​ຄວາມ​ຮຸນ​ແຮງ​ ຈະ​ດຳ​ເນີນ​ຕໍ່​ໄປ ​ຈົນ​ກວ່າທະ ຫານຕ່າງປະ​ເທດ​ທັງ​ໝົດ​ຖອນ​ອອກ​ໄປ​ຈາກ​ອັຟກາ​ນິສຖານແລະ​ການຈັດຕັ້ງປະຕິບັດ ການ​ປົກຄອງ​ແບບ​ອິສລາມມີ​ຂຶ້ນຢູ່​ໃນ​ປະ​ເທດ​ດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG