ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ພວກຫົວຮຸນແຮງ ຕາລີບານ ໂຈມຕີ ກອງບັນຊາການ ຕຳຫຼວດ ອັຟການິສຖານ


ກອງກຳລັງຮັກສາຄວາມປອດໄພ ຖືກສົ່ງໄປສະຖານທີ່ທີ່ຖືກ
ໂຈມຕີດ້ວຍລະເບີດສະຫຼະຊີບ ແລະ ການປະທະກັນທີ່ກຳ
ລັງດຳເນີນຢູ່ ລະຫວ່າງພວກກະບົດ ຕາລີບານ ກັບກອງ
ກຳລັງຂອງລັດຖະບານ ໃນສະຖານີໃຫຍ່ຕຳຫຼວດ ທາງພາກຕາເວັນອອກຂອງແຂວງ Paktia, ອັຟການິສຖານ. 18 ມິຖຸນາ, 2017.
ກອງກຳລັງຮັກສາຄວາມປອດໄພ ຖືກສົ່ງໄປສະຖານທີ່ທີ່ຖືກ ໂຈມຕີດ້ວຍລະເບີດສະຫຼະຊີບ ແລະ ການປະທະກັນທີ່ກຳ ລັງດຳເນີນຢູ່ ລະຫວ່າງພວກກະບົດ ຕາລີບານ ກັບກອງ ກຳລັງຂອງລັດຖະບານ ໃນສະຖານີໃຫຍ່ຕຳຫຼວດ ທາງພາກຕາເວັນອອກຂອງແຂວງ Paktia, ອັຟການິສຖານ. 18 ມິຖຸນາ, 2017.

ພວກກະບົດ ຕາລີບານ ໄດ້ຖະຫຼົ່ມກອງບັນຊາການຕຳຫຼວດປະຈຳແຂວງທາງພາກຕາ
ເວັນອອກຂອງ ອັຟການິສຖານ ເຮັດໃຫ້ຫຼາຍກວ່າ 5 ຄົນເສຍຊີວິດ ແລະ ບາດເຈັບຢ່າງ
ໜ້ອຍບໍ່ຕໍ່າກວ່າ 20 ຄົນ.

ການບຸກໂຈມຕີໃນຕອນເດິກ ໃນເມືອງ Gardez ເມືອງຫຼວງຂອງແຂວງ Paktia ໄດ້ເລີ່ມ
ຂຶ້ນດ້ວຍການລະເບີດລົດສະຫຼະຊີບທີ່ປະຕູທາງເຂົ້າຂອງສູນກາງທີ່ມີການຮັກສາຄວາມ
ປອດໄພຢ່າງໜາແໜ້ນ.

ທ່ານ Najib Danish ໂຄສົກຂອງກະຊວງພາຍໃນເວົ້າວ່າ ພວກກຸ່ມກະບົດທີ່ປະກອບອາ
ວຸດໜັກໄດ້ບຸກຖະຫຼົ່ມເຂົ້າໄປໃນສູນກາງດັ່ງກ່າວ.

ການໂຈມຕີທີ່ວ່ານີ້ ໄດ້ເກີດການປະທະກັນຢ່າງຮ້າຍແຮງ ແລະ ພວກເຈົ້າໜ້າທີ່ ອັຟກາ
ນິສຖານ ເວົ້າວ່າ ການປິດລ້ອມຍັງດຳເນີນໄປຢູ່.

ໂຄສົກຄົນນຶ່ງຂອງພວກ ຕາລີບານ ອ້າງວ່າ ການໂຈມຕີດັ່ງກ່າວໄດ້ພາໃຫ້ຕຳຫຼວດ ອັຟ
ການິສຖານ ລົ້ມຕາຍ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍ.


Taliban insurgents have stormed a provincial police headquarters in eastern Afghanistan, killing more than five people and wounding at leasst 20.

The early morning raid in Gardez, capital of Paktia province, began with a suicide car blast at the entrance to the heavily guarded facility.

That allowed a group of heavily armed insurgents to force their way into the compound, said Interior Ministry spokesman Najib Danish.

The attack set off fierce clashes and Afghan officials say the siege was still underway.

A Taliban spokesman claimed the attack has inflicted heavy casualties on Afghan police.

XS
SM
MD
LG