ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍ​ພົນ Shoffner​ ກ່າວ​ວ່າ ກຸ່ມ​ທາລິ​ບານ ​ກຳລັງ​ແຕກ​ແຍກກັນ ທີ່ແຂວງ Helmand


ທະຫານອັຟການິສຖານຄົນນຶ່ງ ຢືນຍາມຢູ່ເຂດເມືອງ Nad Ali ໃນແຂວງ Helmand ປະເທດອັຟການິສຖານ.
ທະຫານອັຟການິສຖານຄົນນຶ່ງ ຢືນຍາມຢູ່ເຂດເມືອງ Nad Ali ໃນແຂວງ Helmand ປະເທດອັຟການິສຖານ.

ນາຍ​ພົນສະຫະລັດ​ຄົນ​ໜຶ່ງ​ ຢູ່ທີ່​ນະຄອນຫຼວງ Kabul ກ່າວ​ໃນ​
ວັນ​ພະຫັດ​ວານ​ນີ້ ກຸ່ມ​ທາລິ​ບານ​ກຳລັງ​ແຕກ​ແຍກກັນ ຢູ່ໃນ
​ແຂວງ Helmand ທີ່​ຮູ້​ກັນ​ດີ​ວ່າ ເປັນ​ທີ່​ໝັ້ນ​ອັນ​ເຂັ້ມແຂງ​ຂອງ
ພວກ​ເຂົາ​ນັ້ນ.

ນາຍ​ພົນ Wilson Shoffner ກ່າວ​ຕໍ່​ບັນດາ​ນັກ​ຂ່າວລະຫວ່າງ
​ການ​ໂອ້​ລົມ ທາງ​ໂທລະສັບ​ວ່າ ສະຫະລັດ ກຳລັງມອງ​ເຫັນວ່າ
“ມີ​ການ​ປາກົດ​ໂຕ​ຂື້ນ​ມາ ​ຂອງ​ສາມ​ກຸ່ມ​ທາ​ລິ​ບານ ດ້ວຍ​ກັນ” ຢູ່
​ທາງ​ພາກ​ເໜືອໃນ​ແຂວງ Helmand ​ແລະ​ທັງ​ສາມ​ກຸ່ມ​ທີ່​ແຕກ
​ຕ່າງ​ກັນນີ້ ບໍ່​ໄດ້​ຈົງ​ຮັກ​ພັກດີ​ຕໍ່ ຜູ້ນຳຂອງກຸ່ມທາ​ລິ​ບານ ໃນ​ອັຟ
ກາ​ນິສຖານ Mullah Akhtar Mohammad Mansour.

ນາຍ​ພົນ Shoffner ກ່າວ​ວ່າ “ການແຕກແຍກ​ອອກ​ໃນ​ໄລຍະ​ບໍ່​ເທົ່າໃດ​ເດືອນ​ທີ່​ຜ່ານ​ມານີ້
“ອາດ​ຈະ​ອຳນວຍ​ໂອກາດ ​ໃຫ້​ມີການ​ປະນີປະ​ນອມ” ກັບລັດຖະບານ​ອັຟກາ​ນິສຖານ ຫລື
​ມັນ​ອາດ​ຈະເປັນ​ໂອກາດ​ໃຫ້​ພວກນັກ​ລົບລັດ​ອິສລາມ Kho-rasan ​ພະຍາ​ຍາມ​ແຊກ​ຊຶມ
​ເຂົ້າ​ໄປ​ສູ່​ກຸ່ມຕ່າງ​ໆ​ທາ​ລິ​ບານ​.

ນາຍ​ພົນ Shoffner ​ກ່າວຕື່ມ​ວ່າ “ນັ້ນ​ອາດ​ຈະ​ເປັນ​ຜົນ​ຮັບ ​ແຕ່ວ່າ ພວກ​ເຮົາ​ກຳລັງ​ມອງ
ເຫັນ​ວ່າ ​ໃນຂັ້ນຕົ້ນນີ້ ມັນ​ຈະ​ເກີດ​ຂື້ນຢູ່​ທາງ​ພາກ​ຕາ​ເວັນ​ອອກ ຫຼາຍກວ່າ​ພວກ​ເຮົາ​ເຫັນຢູ່
ໃນ​ແຂວງ Helmand."

ກຸ່ມລັດ​ອິສລາມໄດ້​ກຳນົດ​ວ່າ ອັຟກາ​ນິສຖານ ປາ​ກິ​ສຖານ ​ແລະ​ສ່ວນນຶ່ງ​ຂອງ​ອີຣ່ານ ​ເປັນ
​ໃນ​ອັນ​ທີ່​ເອີ້ນວ່າ ​ແຂວງ Khorasan ຂອງ​ຕົນ.

ສະຫະລັດຍັງ​ສືບ​ຕໍ່​ຈັບ​ຕາ​ເບິ່ງ ​ກຸ່ມຕ່າງໆ​ຂອງ​ທາ​ລິ​ບານ​ຢູ່​ໃນ​ແຂວງ Helmand “ຢ່າງໃກ້
ຊິດ."

XS
SM
MD
LG