ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມຕາລີບານ ກ່າວໂຈມຕີ ໂຄງການຍົກຍ້າຍຖິ່ນຖານ ສຫລ ສຳລັບ ຊາວອັຟການິສຖານ ແຕ່ອ້າງເອົາຄວາມຮັບຜິດຊອບ ໃນການວາງລະເບີດ


ພວກອະດີດນາຍພາສາ ຖືປ້າຍຕ່າງໆ ໃນລະຫວ່າງການປະທ້ວງ ຕໍ່ຕ້ານລັດຖະບານສະຫະລັດ ຢູ່ຕໍ່ໜ້າ ສະຖານທູດສະຫະລັດ ປະຈຳນະຄອນຫຼວງ ກາບູລ, ເມື່ອວັນທີ 25 ມິຖຸນາ 2021.
ພວກອະດີດນາຍພາສາ ຖືປ້າຍຕ່າງໆ ໃນລະຫວ່າງການປະທ້ວງ ຕໍ່ຕ້ານລັດຖະບານສະຫະລັດ ຢູ່ຕໍ່ໜ້າ ສະຖານທູດສະຫະລັດ ປະຈຳນະຄອນຫຼວງ ກາບູລ, ເມື່ອວັນທີ 25 ມິຖຸນາ 2021.

ກຸ່ມຕາລີບານ ໄດ້ປະນາມສະຫະລັດ ໃນວັນພຸດວານນີ້ ສຳລັບສິ່ງທີ່ກຸ່ມດັ່ງກ່າວອະທິບາຍວ່າ ເປັນ “ການແຊກແຊງຢ່າງຈະແຈ້ງ” ໃນອັຟການິສຖານ ໂດຍການສະເໜີຮັບເອົາພົນລະເມືອງຊາວອັຟການິຖານ ທີ່ມີສ່ວນພົວພັນກັບກອງກຳລັງຕ່າງຊາດ ຜູ້ທີ່ອາດຕົກເປັນເປົ້າໝາຍຂອງກຸ່ມກໍ່ການຮ້າຍນັ້ນ ເຂົ້າໄປຕັ້ງຖິ່ນຖານຢູ່ໃນ ສະຫະລັດ.

ໃນວັນຈັນຜ່ານມານີ້ ວໍຊິງຕັນ ໄດ້ປະກາດໂຄງການທີ່ສະເໜີໃຫ້ພວກນາຍພາສາແລະຜູ້ແປພາສາຊາວອັຟການິສຖານ ຫຼາຍພັນຄົນ ພ້ອມທັງຄອບຄົວຂອງພວກເຂົາເຈົ້າມີໂອກາດຍົກຍ້າຍຖິ່ນຖານໃນຖານະເປັນອົບພະຍົບໄປຢູ່ອາເມຣິກາ.

ບໍ່ເທົ່າໃດອາທິດຂ້າງໜ້ານີ້ ສະຫະລັດ ແລະບັນດາພັນທະມິດໃນອົງການເນໂຕ້ກຳລັງຈະສໍາເລັດພາລະກິດດ້ານການທະຫານຂອງພວກເຂົາເຈົ້າຢູ່ໃນປະເທດຢູ່ເຂດເອເຊຍໃຕ້ ພາຍຫຼັງທີ່ໄດ້ຖືກສົງຄາທຳລາຍຜ່ານມາໄດ້ 20 ປີແລ້ວນັ້ນ.

ຢ່າງໃດກໍຕາມ ການຖອນກຳລັງທະຫານ ໄດ້ນຳໄປສູ່ການເພີ້ມຂຶ້ນໃນຄວາມຮຸນແຮງຂອງກຸ່ມກະບົດຢ່າງເປັນປະຫວັດການ ໃນຂະນະທີ່ກຸ່ມຕາລີບານ ໄດ້ເຂົ້າຍຶດເອົາຫົວເມືອງຕ່າງໆທີ່ຄວບຄຸມໂດຍລັດຖະບານ.

ໃນວັນພຸດວານນີ້ ຖະແຫລງການສະບັບນຶ່ງຈາກກຸ່ມຕາລີບານ ໄດ້ກ່າວວ່າ “ການສະເໜີໃຫ້ວີຊາແລະການຊັກຊວນໃຫ້ອອກຈາກປະເທດບ້ານເກີດຂອງພວກເຂົາໂດຍລັດຖະບານສະຫະລັດ ແກ່ຊາວອັຟການິສຖານ ຜູ້ທີ່ໄດ້ເຮັດວຽກກັບຜູ້ຄອບຄອງຊາວອາເມຣິກັນ ໃນຖານະເປັນພວກນາຍພາສາແລະໃນພາກສ່ວນອື່ນນັ້ນ ເປັນການແຊກແຊງຢ່າງຈະແຈ້ງໃນປະເທດຂອງພວກເຮົາ ຊຶ່ງເອມີເຣັດອິສລາມ (ກຸ່ມຕາລີບານ) ກ່າວປະນາມ.”

ກຸ່ມກະບົດດັ່ງກ່າວ ໄດ້ໃຫ້ຄຳປະຕິຍານຄືນໃໝ່ວ່າ ຕົນຈະບໍ່ທຳຮ້າຍຕໍ່ຊາວອັຟການິສຖານທີ່ເປັນຫາ ພາຍຫຼັງສິ້ນສຸດໃນ “ການຄອບຄອງໂດຍອາເມຣິກັນ” ປະເທດຂອງພວກເຮົາ.

ຖະແຫລງການຈາກກຸ່ມກະບົດ ໄດ້ກ່າວອີກວ່າ “ພວກເຂົາຈະຢູ່ດີກິນດີໃນປະເທດບ້ານເກີດຂອງພວກເຂົາ ໂດຍປາສະຈາກຄວາມຢ້ານກົວໃດໆຂອງໄພຂົ່ມຂູ່. ພວກເຮົາຮຽກຮ້ອງຕໍ່ສະຫະລັດ ພອມກັບປະເທດອື່ນໆທັງຫຼາຍ ໃຫ້ເລີກໃຊ້ນະໂຍບາຍການແຊກແຊງເຊັນນັ້ນຊະ.”

ເຖິງຢ່າງໃດກໍຕາມ ວໍຊິງຕັນ ກໍບໍ່ໄດ້ເຊື່ອໝັ້ນ ແລະໄດ້ກ່າວປະນາມລາຍງານທີ່ເພີ້ມຂຶ້ນເລື້ອຍໆ ທີ່ວ່າ ກຸ່ມຕາລີບານ ປາກົດວ່າ ພວກເຂົາໄດ້ກໍ່ອາຊະຍາກຳສົງຄາມໃນການບຸກເຂົ້າຍຶດເອົາເຂດແດນຕ່າງໆເມື່ອມໍ່ໆມານີ້.

ສະຖານທູດສະຫະລັດປະຈຳນະຄອນຫຼວງກາບູລ ໄດ້ຂຽນຂໍ້ຄວາມລົງໃນທວີດເຕີ ໃນວັນພຸດວານນີ້ ວ່າ “ຖ້າກຸ່ມຕາລີບານ ຢາກໃຫ້ເອົາຈິງເອົາຈັງກັບຄຳໝັ້ນສັນຍາໃນຄວາມປອດໄພຂອງເຂົາເຈົ້ານັ້ນ ພວກເຂົາບໍ່ຄວນໃຫ້ພວກທີ່ເຂົາອ້າງວ່າ ຈະມາປົກປ້ອງນັ້ນ ເຂົ້າມາທຳຮ້າຍໃນແບບນີ້.”

ລິ້ງຂອງທວີດເຕີ:

https://twitter.com/USEmbassyKabul/status/1422890259642212360?s=20

ຖະແຫລງການນີ້ ໄດ້ອອກມາ ໃນການຕອບຕໍ່ລາຍງານຕ່າງໆ ທີ່ວ່າ ພວກກຸ່ມກະບົດ ຊັກຊວນໃຫ້ກອງກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ຍອມຈຳນົນ ໂດຍໃຫ້ການຄ້ຳປະກັນສຳລັບຄວາມປອດໄພແກ່ພວກເຂົາ ແລະພວກທະຫານເຫຼົ່ານັ້ນ ກໍຈະຫາຍສາບສູນໄປ ແລະພວກແມ່ໝ້າຍທັງຫຼາຍ ແມ່ນຈະຖືກບັງຄັບໃຫ້ແຕ່ງງານກັບພວກນັກລົບຕາລີບານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG