ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຮຽນຍິງ ປາກີສຖານ ທີ່ຖືກຍິງ ອາການສາຫັດນັ້ນ ພົ້ນຂີດ ອັນຕະລາຍແລ້ວ


ນັກຮຽກຍິງຊາວປາກີສຖານ ນາງ Malala Yousufzai
ອາຍຸ 14 ປີ
ນັກຮຽກຍິງຊາວປາກີສຖານ ນາງ Malala Yousufzai ອາຍຸ 14 ປີ
ທ່ານ Rehman Malik ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ປາ​ກີ​ສຖານ ກ່າວ​ວ່າ ມື​ປືນ​ຕາ​ລິ​ບານ​ ຜູ້​ທີ່​ຍິງ ​ເດັກ​ຍິງ​ອາຍຸ​ 14 ປີຄົນ​ນຶ່ງ​ຈົນ​ໄດ້​ຮັບບາດ​ເຈັບ​ສາຫັດ ຍ້ອນຜູ້ກ່ຽວ​ໄດ້ປຸກ ລະດົມ​ໃຫ້​ສົ່ງ​ເສີມການ​ສຶກສາ​ສໍາລັບ​ແມ່ຍິງນັ້ນ ​ແມ່ນ​ຮູ້​ແລ້ວວ່າ​ເປັນ​ໃຜ ​ແລະ​ອີກ​ບໍ່​ດົນ​ກໍ​ຈະ​ຖືກ​ຈັບກຸມ.

ທ່ານ ມາ​ລິກ ​ເວົ້າ​ວ່າ ນາງ Malala Yousufzai ພົ້ນ​ຂີດ​ອັນຕະລາຍ ​ແລ້ວ ຫຼັງຈາກ​ພວກ​ນາຍ​ໝໍ​ໄດ້ຜ່າຕັດ​ເອົາ​ລູກປືນ​ອອກ​ ແຕ່​ກໍ​ຍັງ​ບໍ່​ສາມາດ ທີ່​ຈະ​ເດີນທາງ​ໄປ​ຮັກສາ​ຕົວ​ເພີ່ມ​ຕື່ມ​ທີ່​ຕ່າງປະ​ເທດ​ໄດ້​ໃນ​ເວລາ​ນີ້.

ທ່ານ​ລັດຖະມົນຕີ ມາ​ລິກ ​ເວົ້າ​ອີກ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ສະໜັບສະໜຸນ​ກຸ່ມ ຕາ​ລິ​ບານ ​ຢູ່​ໃນ​ເຂດຮ່ອມ​ພູ Swat ນັ້ນ​ ຄວນ​ຈະ​ຢຸດ​ໄດ້​ແລ້ວ ​ໂດຍ​ກ່າວ ວ່າ​ສາສະໜາ​ອີສລາມ​ບໍ່​ປ່ອຍ​ໃຫ້​ມີ​ການ​ໂຈມ​ຕີ​ແບບ​ນັ້ນ​ຕໍ່​ເດັກ​ນ້ອຍ.

​ນາຍ​ພົນ Ashfaq Kayani ຜູ້​ບັນຊາ​ການ​ສູງ​ສຸດ​ກອງທັບ​ປາ​ກີ​ສຖານ ​ໄດ້ ​ໄປ​ຢ້ຽມຢາມ​ໂຮງໝໍ ​ບ່ອນ​ທີ່​ນາງ Yousufzai ພວມ​ຮັບ​ການ​ປິ່ນປົວ​ແລະເອີ້ນ​ຜູ້​ໂຈມ​ຕີ​ນາງ​ນັ້ນວ່າ ​ເປັນ​ຄົນ​ນີ້​ຂາດ​ຕາຂາວ ທີ່​ເກືອບ​ວ່າ​ບໍ່ມີ​ຄວາມ​ອາ​ໄລໄຍດີ​ຕໍ່​ຊີວິດ​ມະນຸດເລີຍ. ນອກ​ນີ້​ແລ້ວ ນາຍ​ພົນ Kayani ຍັງ​ໄດ້​ກ່າວ​ຫາ​ກຸ່ມ​ຕາ​ລິ​ບານ​ທີ່​ໄດ້ແນ​ເປົ້າ​ໃສ່​ພວກ​ເດັກນ້ອຍ​ມາ​ແລ້ວ​ໃນ​ອະດີດ​ຜ່ານມາ

​ໂຄສົກ ​ເລຂາທິການ​ອົງການ​ສະຫະ​ປະຊາ​ຊາດ ທ່ານ ພັນ ຄີ​ມູນ ​ເວົ້າ​ວ່າ ທ່ານ​ພັນ ຄີ​ມູນ ​ໂກດ​ແຄ້ນຫຼາຍທີ່​ສຸດ ​ໃນ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ ​ເປັນ​ພຶດຕິ ການ​ທີ່​ຊົ່ວ​ຮ້າຍ ​ແລະ​ຂີ້​ຂາດ. ທ່ານ​ນາງ ຮິ​ລ​ແລ​ຣີ ຄລິນ​ຕັນ ລັດຖະມົນ ຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ຄວາມ​ພິລາດ​ອາດ​ຫານ ຂອງ​ນາງ Yousufzai ​ແລະ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ອີສລາມກຸ່ມ​ນີ້ ຮູ້ ສຶກວ່າ​ຖືກ​ຂົ່ມຂູ່ ​ເວລາ​ໃດທີ່​ແມ່​ຍິງ​ຖືກ​ມອບ​ອໍານາດ​ໃຫ້​ນັ້ນ.

​ໂຮງຮຽນຫຼາຍ​ແຫ່ງ​ທີ່​ເຂດຮ່ອມ​ພູ Swat ​ໄດ້​ປິດ​ລົງ ​ເມື່ອ​ວັນ​ພຸດ​ວານ​ນີ້ ​ເພື່ອ​ປະທ້ວງ​ການ​ຍິງ​ດັ່ງກ່າວ. ນອກ​ນັ້ນ​ແລ້ວ ຍັງ​ມີ​ການ​ເດີນ​ຂະ​ບວນປະ ​ທ້ວງ​ທີ່​ນະຄອນຫຼວງ Islamabad ​ເມືອງPeshawar ​ແລະ​ຫົວ​ເມືອງ​ອື່ນໆ​ໃນປາ​ກີ​ສຖານ.

​ເຫດການ​ເກີດ​ຂຶ້ນ ​ເວລາ​ມື​ປືນ​ຄົນ​ນຶ່ງ​ ປີນຂຶ້ນ​ໄປ​ເທິງ​ລົດ​ເມ​ຂອງ​ນາງ Yousufzai ​ເມື່ອວັນ​ອັງຄານ​ຜ່ານ​ມາ ​ແລະ​ຍິງ​ໃສ່​ຫົວ​ຂອງ​ນາງ. ​ພ້ອມ
ນີ້ຍັງ​ມີ​ເດັກນ້ອຍ​ອີກ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ ສ່ວນ​ມື​ປືນ​ຫຼົບໜີ​ໄປ​ໄດ້.
XS
SM
MD
LG