ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ໄດ້ຕົກລົງ ເຊັນສັນຍາ ໃນໂຄງການຂຸດຄົ້ນນ້ຳມັນ ກັບບໍລິສັດຈີນ


ແຟ້ມພາບ - ເຈົ້າໜ້າທີ່ຕາລີບານ ທ່ານຊາຮາບູດດິນ ດີລາວາຣ ສະແດງທ່າທີ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 9 ກໍລະກົດ 2021.
ແຟ້ມພາບ - ເຈົ້າໜ້າທີ່ຕາລີບານ ທ່ານຊາຮາບູດດິນ ດີລາວາຣ ສະແດງທ່າທີ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 9 ກໍລະກົດ 2021.

ກຸ່ມຕາລີບານທີ່ປົກຄອງອັຟການິສຖານໄດ້ລົງນາມໃນຂໍ້ຕົກລົງກັບບໍລິສັດນ້ຳມັນ ຂອງຈີນ ຄັ້ງທຳອິດຂອງພວກເຂົາເຈົ້າໃນວັນພະຫັດວານນີ້ ເພື່ອການເຈາະເອົາ ນ້ຳມັນ ແລະພັດທະນາເຂດທີ່ເປັນບໍ່ນ້ຳມັນສຳຮອງ ຢູ່ທາງພາກເໜືອ ຂອງປະເທດ. ພວກເຈົ້າໜ້າທີ່ອະວຸໂສຂອງຕາລີບານ ແລະເອກອັກຄະລັດຖະທູດຈີນ ປະຈຳນະຄອນຫຼວງກາບູລ ທ່ານຫວັງ ຢູ ໄດ້ເປັນພະຍານໃນພິທີລົງນາມ ຢູ່ໃນນະຄອນຫຼວງຂອງອັຟການິສຖານ ທີ່ໄດ້ຖ່າຍທອດຜ່ານໂທລະພາບ ຊຶ່ງເປັນຂີດໝາຍສຳຄັນເທື່ອທຳອິດ ໃນການຕົກລົງຂອງການລົງທຶນຈາກຕ່າງປະເທດ ໃນ ອັຟການິສຖານ ນັບຕັ້ງແຕ່ກຸ່ມອິສລາມດັ່ງກ່າວ ໄດ້ເຂົ້າກຳອຳນາດ ໃນເດືອນສິງຫາ 2021 ເປັນຕົນມາ.

ລັດຖະມົນຕີກະຊວງບໍ່ແຮ່ ຂອງຕາລີບານ ທ່ານຊາຮາບູດດິນ ດີລາວາຣ ໄດ້ກ່າວ ຢູ່ທີ່ງານລ້ຽງໃນການເຊັນສັນຍາກັບ ບໍລິສັດ ຊິນຈຽງນ້ຳມັນແລະແກັສ ເຂດເອເຊຍກາງ ຫຼື CAPEIC ວ່າ ຈະນຳມາຊຶ່ງການລົງທຶນຂອງຈີນ ມູນຄ່າ 150 ລ້ານໂດລາຕໍ່ປີ ສຳລັບການເຈາະນໍ້າມັນຢູ່ໃນອ່າງແມ່ນໍ້າອາມູ.

ທ່ານດີລາວາຣ ໄດ້ກ່າວວ່າ ການຕົກລົງດັ່ງກ່າວ ກວມເອົາເນື້ອທີ່ 4,500 ກິໂລ ແມັດມົນທົນໂດຍລວມ ໃນແຂວງຊາຣີໂປລ ຈາວສ໌ຈານ ແລະ ຟາຣີຢາບ ທາງພາກເໜືອຂອງປະເທດໂດຍຈະສ້າງວຽກເຮັດງານທຳໃຫ້ແກ່ຊາວອັຟການິສຖານ ປະມານ 3,000 ໜ້າວຽກ.

ທ່ານດີລາວາຣ ໄດ້ຖະແຫລງວ່າ ການລົງທຶນຂອງຈີນ ຄາດໝາຍວ່າ ຈະເພີ້ມຂຶ້ນເຖິງ 540 ລ້ານພາຍໃນສາມປີ ສຳລັບສັນຍາໄລຍະ 25 ປີ. ທ່ານກ່າວຕື່ມວ່າ ຄະນະລັດຖະບານຂອງຕາລີບານ ຈະມີຮຸ້ນສ່ວນ 20 ເປີເຊັນໃນໂຄງການນີ້ ໂດຍມີຂໍ້ກຳໜົດໃຫ້ເພີ້ມຂຶ້ນໄດ້ເຖິງ 75 ເປີເຊັນ.

ເອກອັກຄະລັດຖະທູດຈີນ ໄດ້ຍົກຍ້ອງ “ຜົນສຳເລັດ” ໃນພິທີການລົງນາມໂດຍ ເອີ້ນມັນວ່າ ເປັນການເລີ້ມຕົ້ນທີ່ດີ ສຳລັບການສົ່ງເສີມສາຍສຳພັນສອງຝ່າຍລະ ຫວ່າງປັກກິ່ງ ແລະກາບູລ.

ທ່ານຫວັງ ໄດ້ກ່າວວ່າ “ໂຄງການນ້ຳມັນໃນແມ່ນ້ຳອາມູ ເປັນໂຄງການທີ່ສຳຄັນຂອງການຮ່ວມມືທີ່ປະຕິບັດໄດ້ ລະຫວ່າງ ຈີນ ແລະອັຟການິສຖານ.”

ທ່ານຫວັງ ໄດ້ຊຸກຍູ້ໃຫ້ບໍລິສັດຂອງຈີນ “ຈົ່ງປະຕິບັດຕາມກົດໝາຍຂອງອັຟການິສຖານຢ່າງເຄັ່ງຄັດ” ໃນຂະນະດຽວກັນ ປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດ ຊອບ ແລະຕາມພັນທະຂອງຕົນ ໃຫ້ສອດຄ່ອງກັບສັນຍາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG