ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ ຕາ​ລິ​ບາ​ນ ​ກ່າວ​ວ່າ ການ​ເຈ​ລະ​ຈາ ​ສັນ​ຕິ​ພາບ ກັບ ສ​​ະຫະລັດ ເປັ​ນໄປ​ຕາມແຜນ


ພ​າ​ບ​ບັນ​ທຶກ ບັນ​ດາ​ສະ​ມາ​ຊິກຜູ້​ຕາງ​ໜ້າກຸ່ມ ​ຕ​າ​ລິ​ບານ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຫຼາຍ​ຝ່າຍ​ ກ່ຽວ​ກັບ ​ອັ​ຟ​ກາ​ນິ​ສ​ຖານ. ​ນະ​ຄອນ​ຫຼວງ ມົ​ສ​ກູ ໃນ​ທີ 9 ພ​ະ​ຈິກ 2018.
ພ​າ​ບ​ບັນ​ທຶກ ບັນ​ດາ​ສະ​ມາ​ຊິກຜູ້​ຕາງ​ໜ້າກຸ່ມ ​ຕ​າ​ລິ​ບານ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຫຼາຍ​ຝ່າຍ​ ກ່ຽວ​ກັບ ​ອັ​ຟ​ກາ​ນິ​ສ​ຖານ. ​ນະ​ຄອນ​ຫຼວງ ມົ​ສ​ກູ ໃນ​ທີ 9 ພ​ະ​ຈິກ 2018.

ພວກ​ຫົວ​ຮຸນ​ແຮງ​ ຕາ​ລິ​ບາ​ນ ​ໄດ້​ກ່າວ​ວ່າ ການ​ພົວ​ພັນ​ຂອ​ງ​ຕົນ​ກັບ​ ສະ​
ຫະ​ລັດ ໃນ​ການ​ເຈ​ລະ​ຈາເພື່ອ​ສິ້ນ​ສຸດ “ສົງ​ຄາມ ແລະ​ ການ​ຍຶດ​ຄອງ​ທີ່​ບໍ່​
ຖື​ກຕ້ອງ” ຂອງ​ອັ​ຟ​ກາ​ນິ​ສ​ຖານ​ນັ້ນ ແມ່ນ​ຍັງ​ຄົງ​ເປັນ​ໄປ​ຕາມ​ແຜນ,
ເປັນ​ການ​ປະ​ຕິ​ເສດ​ອີກ​ຄັ້ງ​ນຶ່ງ ກ່ຽວ​ກັບ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໂດຍ
​ກົງ​ໃດໆ​ກັບ​ລັດ​ຖະ​ບານ ໃນ​ນະ​ຄອນຫຼວງ ກາ​ບູ​ລ.

ໂຄ​ສົກກຸ່ມ ຕາລິ​ບານ ທ່ານ​ ຊາ​ບີ​ຮູລ​ລາ ມູຈາ​ຮີດ ​ໄດ້ກ່າວຕໍ່ ວີ​ໂອ​ເອວ່າ
​ ການ​ເຈ​ລະ​ຈາ​ຮອບ​ໃໝ່​ກັບ ​ສະ​ຫະ​ລັດ ແມ່ນ​ອາດ​ມີ​ຄວາມ​ເປັນ​ໄປ​ໄດ້
ແຕ່​ວັນ​ເວ​ລາ ແລະ ​ສະ​ຖານ​ທີ່​ນັ້ນຍັງ​ບໍ່​ທັນ​ໄດ້​ພິ​ຈາ​ລະ​ນາເທື່ອ.

ທ່ານ​ໄດ້​ຕອບ ແລະ​ ໄດ້​ປະ​ຕິ​ເສດ​ວ່າ “ເປັນ​ການກ່າວ​ອ້າງ​ທີ່​ຜິດ” ຕໍ່​ລາຍ​
ງານ​ທີ່​ວ່າ​ພວກເຈ​ລະ​ຈາກຸ່ມກະ​ບົດດັ່ງ​ກ່າວ ໄດ້​ວາງ​ແຜນ​ທີ່​ຈະ​ຈັດ​ການ​
ສົນ​ທະ​ນາ​ໂດຍ​ກົງ​ກັບ​ພວກ​ເຈົ້າ​ໜ້າ​ທີ່ ອັ​ຟ​ກາ​ນິ​ສ​ຖານ ໃນ​ປະ​ເທດ
ຊາ​ອຸ​ດີ ອາ​ຣາ​ເບຍ ​ໃນ​ທ້າຍ​ເດືອນ​ນີ້.

ທູດພິ​ເສດ ​ສະ​ຫະ​ລັດ ສຳ​ລັບການ​ປອງດອງ ອັ​ຟ​ກາ​ນິ​ສ​ຖານ ທ່ານ​ຊາ​ລ
​ເມ ຄາ​ລິ​ຊາດ ໄດ້​ຈັດ​ການ​ເຈລະ​ຈາຢ່າງ​ບໍ່​ຢຸດ​ເຊົາ ເປັນ​ເວ​ລ​າ​ສອງວັນ​ ​ໃນ
​ກາງ​ເດືອນ​ທັນ​ວາ​ປີ​ກາຍນີ້ ​ກັບ​ບັນ​ດາ​ຜູ້​ຕາງ​ໜ້າ​ພິ​ເສດທີ່​ມີ​ອຳ​ນາດ​ສູງ
​ຂອງ​ກຸ່ມ ຕາ​ລິ​ບານ.​ ໃນ​ເມືອງນະ​ຄອນຫຼວງ ​ອາ​ບູ ດາ​ບີ ບ່ອນ​ທີ່​ບັນ​ດາ​ຜູ້
​ຕາງ​ໜ້າ​ພິ​ເສດ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ, ປາ​ກິ​ສ​ຖານ ແລະ ​ປະ​ເທດ​ເຈົ້າ
​ພາບກໍໄດ້​ເຂົ້າ​ຮ່ວມ.

ລັດ​ຖະ​ບານ ​ປາ​ກິ​ສ​ຖານ ​ໄດ້ອ້າງ​ເອົາ​ຜົນ​ງານ​ຕໍ່​ການ​ຈັດ​ກອງ​ປະ​ຊຸມ​ຢູ່​ໃນ​
ປະ​ເທດ ສະ​ຫະ​ຣັດ ອາ​ຣັບ ເອ​ເມີ​ເຮັສ ຫຼັງ​ຈາກມີການ​ພົວ​ພັນເທື່ອ​ທຳ​ອິດ
ຂອ​ງ​ທ່ານ​ ຄາ​ລີ​ລ​ຊາດ ກັບຜູ້​ຕາງ​ໜ້າຂອງ​ກຸ່ມ ຕາ​ລິ​ບານ ​ທີ່​ມີ​ຖານ​ຢູ່​ໃນ
ປະ​ເທດ ​ກາ​ຕາ.

ທ່ານ ​ມູ​ຈາ​ຮີດ ​ກ່າວ​ວ່າ “ບໍ່​ໄດ້​ມີ​ການ​ລົບກວນໃນ​ຂະ​ບວນ​ການສົນ​ທະ​ນາ
ກັບ ​ອາ​ເມ​ຣິ​ກາ ເພາະ​ວ່າ​ການ​ສິ້ນ​ສຸດ​ການ​ຄອບ​ຄອງ​ຢູ່​ໃນ​ ອັ​ຟ​ກາ​ນິ​ສ​ຖານ
ຕອນ​ນີ້​ເປັນ​ແຮງ​ກົດ​ດັນ​ສຳ​ລັບ​ເຂົາ​ເຈົ້າ.”

ທ່​ານ​ໄດ້ໃຫ້​ການ​ຢືນ​ຢັນວ່າ ຖ້າ​ຫາກ​ການ​ສົນ​ທະ​ນາ​ບໍ່​ສາ​ມາດ​ທີ່​ຈະ​ບັນ​ລຸ
​ຜົນ​ອອກ​ມາ​ຕາມທີ່​ຕ້ອງ​ການ​ ແລະ ການ​ເຮັດ​ສົງ​ຄາມ​ກັບ​ກຸ່ມ ຕາ​ລີ​ບານ
ຍັງ​ຄົນ​ສືບ​ຕໍ່​ຢູ່​ນັ້ນ, "ອາ​ເມ​ຣິ​ກາ ຈະ​ບໍ່​ມີ​ທາງ​ເລືອກ​ອື່ນ ນອກ​ຈາກ​ຖືກ​ຂັບ
​ໄລ່​ອອກ​ຈາກ ອັ​ຟ​ກາ​ນິ​ສ​ຖານ."

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG