ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ພວກ​ກະ​ບົດ​ຕາ​ລິ​ບານ ກ່າວ​ວ່າ ກອງ​ປະ​ຊຸມ​ມົ​ສ​ກູ ບໍ່​ກ່ຽວ​ຂ້ອງ​ກັບສັນ​ຕິ​ພາບ​ໃນ​ອັ​ຟ​ກາ ​ນິ​ສ​​ຖານ


ຫ້ອງ​ການໃໝ່ຂອງ​ພວກ​ກະ​ບົດ​ຕາ​ລິ​ບາ​ນ ທີ່​ໂດ​ຮາ ກາ​ຕາ.
ຫ້ອງ​ການໃໝ່ຂອງ​ພວກ​ກະ​ບົດ​ຕາ​ລິ​ບາ​ນ ທີ່​ໂດ​ຮາ ກາ​ຕາ.

ພວກກະ​ບົດ​ຕາ​ລິ​ບານ ​ໄດ້​ຢືນ​ຢັນຢ່າງ​ເປັນ​ທາງ​ການວ່າ ​ຈ​ະ​ເຂົ້າ​ຮ່​ວມກອງ​ປະ​ຊຸມ​ຫຼາຍ
​ຝ່າຍ ທີ່ຣັດ​ເຊຍ​ເປັນ​ເຈົ້າ​ພາບ ເພື່ອ​ສົນ​ທະ​ນາ ​ກ່ຽວ​ກັບ​ອັ​ຟ​ກາ​ນິ​ສ​ຖານ.

ແຕ່​ວ່າ​ໂຄ​ສົກ​ຂອງກຸ່ມກະ​ບົດນັ້ນ ​ໄດ້​ຢັ້ງ​ຢຶນ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ບັນ​ດາ​ຜູ້​ຕາງ​ໜ້າ​
ຂອງ​ຕົນ ​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ປະ​ນີ​ປະ​ນອມສົນ​ທະ​ນາ​ສັນ​ຕິພາບ​ໃດໆ ຢູ່ໃນ​ການ​
ເຕົ້າ​ໂຮມ​ກັນ ​ທີ່ນ​ະ​ຄອນຫຼວງ ​ມົ​ສ​ກູ.

ທ່ານ​ຊາ​ບີ​ຮູ​ລ​ລາ​ຮ ມູ​ຈາ​ຮິດ ກ່າວ​ວ່າ ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຈາກ​ຫ້ອງ​ການ​ຕາ​ລິ​ບານ ທີ່​
ກາ​ຕາ ຈະ​ເດີນ​ທາງ​ໄປ​ນະ​ຄອນ​ຫຼວງ​ຣັດ​ເຊຍ ເພື່ອ “ເຂົ້າ​ຮ່ວມ” ກອງ​ປະ​ຊຸມ​ດັ່ງກ່າວໃນ
ຕອນເຊົ້າ​ວັນ​ສຸກຈະ​ມາ​ເຖິງ​ນີ້.

ທ່ານ​ມູ​ຈາ​ຮິດ ໄດ້​ຢືນ​ຢັນ​ວ່າ “ກອງ​ປະ​ຊຸມ​ດັ່ງ​ກ່າວ​ນີ້ ບໍ່ກ່ຽວ​ກັບການ​ເຈ​ລະ​ຈາ​ກັບ​ຝ່າຍ​
ໃດ​ຝ່າຍ​ນຶ່ງ ແທນ​ທີ່​ ມັນແມ່ນກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ສົນ​ທະ​ນາ​ຄວາມ​ເຂົ້າ​ໃຈ​ຢ່າງ
ກວ້າງ​ຂວາ​ງ ໃນ​ການ​ຊອ​ກ​ຫ​າທາງແກ້​ໄຂບັນຫາ​ສັນ​ຕິພາບອັນ​ຍາກ​ລຳ​ບາກ​ຂອງ
ອັ​ຟ​ກາ​ນິ​ສ​ຖານ ແລະ​ສິ້ນ​ສຸດ​ການ​ຄວບ​ຄຸມ​ຂອງ​ອາ​ເມ​ຣິ​ກັນ.

ມົ​ສ​ກູ​ໄດ້​ເຊື້ອເຊີນ 12 ປ​ະ​ເທດ ແລະ​ກະ​ບົດ​ອິ​ສລາມ​ຕາ​ລິ​ບານເຂົ້າຮ່ວມ​ປະ​ຊຸມ. ສະ​ຫະ
​ລັດ ແລະ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ທັງ​ສອງ​ໄດ້​ປະ​ຕິ​ເສດ​ຕໍ່ຄຳ​ເຊື້ອ​ເຊີນດັ່ງກ່າວ.ປາ​
ກິ​ສ​ຖານ ອີ່​ຣ່ານ ຈີນ ຕາ​ຢິ​ກິ​ສ​ຕານ ອຸ​ສ​ເບັກກິ​ສ​ຕານ ແລະ​ເ​ຕິກ​ເມ​ນິ​ສ​ຕາ​ນ ຄາດ​ວ່າ​
ຈະ​ຮ່ວມ​ຢູ່​ໃນ​ການ​ເຂົ້າ​ຮ່ວມຄັ້ງນີ້.

ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ​ຈະ​ບໍ່​ເຂົ້າ​ຮ່ວມ ແຕ່ສະ​ພາ​ສັນ​ຕິ​ພາບ​ສູງ​
ສຸດ​ຂອງ​ປະ​ເທດ (HPC) ກໍໄດ້​ປະ​ກາດ​ແລ້ວ​ວ່າ​ ຈະ​ສົ່ງ​ຜູ້​ຕາງ​ໜ້າ​ຄົນ​ນຶ່ງ​ເຂົ້າ​ຮ່ວມ
ກອງ​ປະ​ຊຸມ​ຢູ່​ນະ​ຄອນ​ຫຼວງ​ຣັດ​ເຊຍ. ສະ​ພາບັນ​ດາ​ນັກ​ການເມືອງ ຜູ້ນຳສາ​ສະ​ໜາ
ແລະ​ບັນ​ດາ​ຜູ້​ອາ​ວຸ​ໂສ ກຳ​ລັງ​ດູ​ແລ​ຄວາມ​ພະ​ຍາ​ຍາມສັນ​ຕິ​ພາບກັບ​ ບັນ​ດາ​ກຸ່ມ​ຝ່າຍ
​ຄ້ານປະ​ກອບ​ອາ​ວຸດ ຮວມ​ທັງ​ພວກ​ກະ​ບົດ​ຕາ​ລິ​ບານນຳ.

ຜູ້​ຕາງ​ໜ້າພິ​ເສດ​ສະ​ຫະ​ລັດ ທ່ານ​ຊາ​ລ​ເມ ຄາ​ລີ​ລ​ຊາດ ເຂົ້າ​ຮ່ວມ​ການ​ສົນ​ທະ​ນາ​ລະ​ດັບ​ສູງ ທີ່​ກະ​ຊວງ​ຕ່າງ​ປ​ະະ​ເທດອິ​ສ​ລາ​ມາ​ບັດ ວັນ​ທີ 09 ຕຸ​ລາ 2018.
ຜູ້​ຕາງ​ໜ້າພິ​ເສດ​ສະ​ຫະ​ລັດ ທ່ານ​ຊາ​ລ​ເມ ຄາ​ລີ​ລ​ຊາດ ເຂົ້າ​ຮ່ວມ​ການ​ສົນ​ທະ​ນາ​ລະ​ດັບ​ສູງ ທີ່​ກະ​ຊວງ​ຕ່າງ​ປ​ະະ​ເທດອິ​ສ​ລາ​ມາ​ບັດ ວັນ​ທີ 09 ຕຸ​ລາ 2018.

ແຕ່​ວ່າ​ພວກ​ກະ​ບົດ​ຕາ​ລິ​ບານ​ໄດ້​ປະ​ຕິ​ເສດ​ມາ​ເປັນ​ເວ​ລາ​ນານ ທີ່​ຈະ​ຈັດ​ການ​ສົນ​
ທະ​ນາ​ໂດຍ​ກົງ ລັດ​ຖະ​ບານຄາ​ບູລ ແລະ HPC ຖືວ່າພວກ​ເຂົາ​ເຈົ້າ ເປັນ “ໂຕ​ຕະ
​ລົກຂອງ​ອ​າ​ເມ​ຣິ​ກັນ.”

ນີ້​ຈະ​ເປັນ​ເທື່ອ​ທຳ​ອິດ ​ທີ່​ພວກ​ກະ​ບົດ​ຕາ​ລິ​ບານຈະເຂົ້າ​ຮ່ວມ​ການ​ຈັດ​ຕັ້ງ​ກອງ​ປະ​
ຊຸມ​ຂອງ​ຣັດ​ເຊຍກ່ຽວ​ກັບ​ອັ​ຟ​ກາ​ນິ​ສ​ຖານ ເພື່ອເນັ້ນ​ຢ້ຳເຖິງການພົວພັນ​ຂອງ​ມົ​ສ​
ກູ​ກັບ​ພວກ​ກະ​ບົດ​ອິ​ສ​ລາມ ແລະ​ພົວ​ພັນ​ຢ່າງ​ຈິງ​ຈັງ​ຢູ່​ໃນ​ປະ​ເທດ​ທີ່​ມີ​ຄວາມ​ວຸ້ນ
​ວາຍແຫ່ງນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງກິດ

XS
SM
MD
LG