ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ກ່າວວ່າ ພວກເຂົາຈະໃຊ້ສ່ວນນຶ່ງ ຂອງລັດຖະທຳມະນູນ ລະບອບກະສັດ ເພື່ອປົກຄອງອັຟການິສຖານ ໃນເວລານີ້


ທຸງຂອງກຸ່ມຕາລີບານ ພັດສະບັດຢູ່ທີ່ສະໜາມບິນໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 9 ກັນຍາ 2021. (AP Photo/Bernat Armangue)
ທຸງຂອງກຸ່ມຕາລີບານ ພັດສະບັດຢູ່ທີ່ສະໜາມບິນໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 9 ກັນຍາ 2021. (AP Photo/Bernat Armangue)

ກຸ່ມຕາລີບານ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ພວກເຂົາວາງແຜນທີ່ຈະປະກາດໃຊ້ມາດຕາຕ່າງໆຈາກລັດຖະທຳມະນູນປີ 1964 ຂອງອັຟການິສຖານ ເປັນການຊົ່ວຄາວ ທີ່ “ບໍ່ຂັດກັບກົດໝາຍຊາເຣຍຂອງສາສະໜາອິສລາມ” ເພື່ອປົກຄອງປະເທດ.

ການປະກາດທີ່ເປັນທາງການ ໄດ້ອ້າງເຖິງຄຳເວົ້າ ຂອງທ່ານອັບດູລ ຮາຄີມ ຊາຣີ ຮັກສາການລັດຖະມົນຕີກະຊວງຍຸຕິທຳຂອງກຸ່ມຕາລີບານ ດັ່ງທີ່ໄດ້ກ່າວຕໍ່ເອກອັກຄະລັດຖະທູດຈີນ ກ່ຽວກັບແຜນການດັ່ງກ່າວ ໃນກອງປະຊຸມຢູ່ໃນນະຄອນຫຼວງກາບູລ ນັ້ນ.

ທ່ານຊາຣີ ໄດ້ກ່າວໂດຍໃຊ້ຊື່ສຳລັບລັດຖະບານໃໝ່ຂອງກຸ່ມຕາລີບານວ່າ “ເອເມີເຣັດແຫ່ງອິສລາມ ຈະຈັດຕັ້ງປະຕິບັດລັດຖະທໍາມະນູນ ໃນຍຸກຂອງອະດີດກະສັດໂມຮາມມັດ ຊາເຮຍ ຊາ ສຳລັບໄລຍະຊົ່ວຄາວ ຢ່າງເຕັມໃຈໂດຍປາສະຈາກຂໍ້ຂັດແຍ້ງໃດໆກັບກົດໝາຍຊາເຣຍຂອງອິສລາມ ແລະຫຼັກການຂອງເອເມີເຣັດແຫ່ງອິສລາມ.”

ທ່ານກ່າວຕື່ມອີກວ່າ “ຍິ່ງໄປກວ່ານັ້ນ ກົດໝາຍສາກົນແລະເຄື່ອງມືຕ່າງໆທີ່ບໍ່ຂັດກັບຫລັກການຂອງກົດໝາຍຊາເຣຍ ແລະເອເມີເຣັດແຫ່ງອິສລາມ ກໍຈະຖືກເຄົາລົບເຊັ່ນກັນ.”

ທ່ານລັດຖະມົນຕີ ບໍ່ໄດ້ສົນທະນາກ່ຽວກັບຂໍ້ກຳນົດທີ່ພວກເຂົານຳໃຊ້ຈາກລັດຖະທຳມະນູນດັ່ງກ່າວ ທີ່ໃຫ້ສິດແກ່ພວກແມ່ຍິງ ໃນການລົງຄະແນນສຽງແລະເປີດໂອກາດໃຫ້ພວກເຂົາເຈົ້າເຂົ້າຮ່ວມໃນດ້ານການເມືອງຂອງອັຟການິສຖານເພີ້ມຫຼາຍຂຶ້ນ.

ໃນຕອນທີ່ກະສັດ ຊາເຮຍ ຊາ ໄດ້ຊົງປະກາດໃຊ້ລັດຖະທຳມະນູນໃນປີ 1964 ນັ້ນ ທີ່ເຮັດໃຫ້ອັຟການິສຖານໄດ້ມີລະບອບປະຊາທິປະໄຕແບບລັດຖະສະພາ ມາໄດ້ທົດສະວັດນຶ່ງດ້ວຍຕົນເອງ ໂດຍປາສະຈາກການຊ່ວຍເຫຼືອ ຈາກພາຍນອກຫຼືການແຊກແຊງ ກ່ອນທີ່ທ່ານຈະໄດ້ຖືກໂຄ່ນລົ້ມໃນປີ 1973 ໃນການກໍ່ລັດຖະປະຫານແບບບໍ່ນອງເລືອດໂດຍພີ່ນ້ອງຂອງທ່ານ ກໍຄື ທ່ານໂມຮາມເມັດ ດາອູດ (Mohammed Daoud).

ກຸ່ມຕາລີບານຫົວຮຸນແຮງ ໄດ້ບຸກເຂົ້າຢຶດອຳນາດໃນເດືອນສິງຫາຜ່ານມານີ້ ແລະໄດ້ໃຫ້ຄຳໝັ້ນສັນຍາທີ່ຈະປົກຄອງປະເທດ ທີ່ປະສົບກັບສົງຄາມດ້ວຍລະບອບການເມືອງທີ່ຮວມເອົາທຸກຝ່າຍແລະມີຄວາມອົດກັ້ນຫຼາຍຂຶ້ນກວ່າໃນລະຫວ່າງທີ່ພວກເຂົາໄດ້ເຄີຍປົກຄອງນະຄອນຫຼວງກາບູລມາແລ້ວ ຈາກປີ 1996 ຫາ 2001 ເມື່ອເວລານັ້ນພວກແມ່ຍິງ ໄດ້ຖືກຫ້າມບໍ່ໃຫ້ດໍາລົງຊີວິດຢ່າງເປີດເຜີຍ ມີການສຶກສາ ທ່າມກາງການລະເມີດສິດທິມະນຸດອື່ນໆນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG