ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມຕາລີບານ ທໍາລາຍຖານປະຕິບັດງານ ຂອງກຸ່ມໄອເອສ-ເຄ ໃນນະຄອນຫລວງກາບູລ ຫລັງຈາກມີການວາງລະເບີດທີ່ຮ້າຍແຮງ


ທະຫານຂອງກຸ່ມຕາລີບານຄົນນຶ່ງຢືນຍາມຢູ່ຕໍ່ໜ້າເຮືອນ ທີ່ເປັນບ່ອນລີ້ຊ່ອນຂອງພວກລັດອິສລາມ ແລະຖືກກໍາລັງທະຫານຂອງຕາລີບານບຸກເຂົ້າໄປໃນກາງຄືນວັນອາທິດຜ່ານມາຢູ່ທາງເໜືອຂອງນະຄອນກາບູລ, ວັນທີ 4 ຕຸລາ, 2021
ທະຫານຂອງກຸ່ມຕາລີບານຄົນນຶ່ງຢືນຍາມຢູ່ຕໍ່ໜ້າເຮືອນ ທີ່ເປັນບ່ອນລີ້ຊ່ອນຂອງພວກລັດອິສລາມ ແລະຖືກກໍາລັງທະຫານຂອງຕາລີບານບຸກເຂົ້າໄປໃນກາງຄືນວັນອາທິດຜ່ານມາຢູ່ທາງເໜືອຂອງນະຄອນກາບູລ, ວັນທີ 4 ຕຸລາ, 2021

ກຸ່ມຕາລີບານທີ່ປົກຄອງປະເທດອັຟການິສຖານກ່າວໃນວັນຈັນວານນີ້ວ່າ ກຳລັງຮັກສາຄວາມປອດໄພຂອງພວກເຂົາເຈົ້າໄດ້ທຳລາຍຄຸ້ມບ່ອນຢູ່ຂອງກຸ່ມລັດອິສລາມໃນນະຄອນກາບູລ ແລະໄດ້ສັງຫານພວກຫົວຮຸນແຮງທັງໝົດຢູ່ທີ່ນັ້ນ.

ການບຸກໂຈມຕີຂ້າມຄືນມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກການວາງລະເບີດຢູ່ນອກວັດອິສລາມອີດກາ (Eid Gah) ທີ່ສຳຄັນ ຂອງນະຄອນຫຼວງແຫ່ງນັ້ນ ໃນວັນອາທິດຜ່ານມາ ຊຶ່ງໄດ້ສັງຫານພົນລະເຮືອນອັຟການິສຖານຢ່າງໜ້ອຍ 8 ຄົນແລະບາດເຈັບຢ່າງໜ້ອຍ 20 ຄົນ.

ກຸ່ມໄອເອສ-ໂຄຣາຊານ (IS-Khorasan) ໃນວັນຈັນວານນີ້ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ, ໂດຍກ່າວວ່າ ນັກລົບຄົນນຶ່ງຂອງຕົນໄດ້ບີບຄະນວນລະເບີດສາຍແອວ ໃຫ້ແຕກຂຶ້ນ ຢູ່ໃກ້ກັບກຸ່ມຜູ້ໄວ້ອາໄລ, ອີງຕາມການແປຂອງກຸ່ມສືບລັບໄຊທ໌ (SITE) ທີ່ຕິດຕາມເບິ່ງເວັບໄຊທ໌ຂອງບັນດາກຸ່ມກໍ່ການຮ້າຍ.

ກຸ່ມຕາລີບານບໍ່ໄດ້ເວົ້າວ່າ ການປະຕິບັດງານຂອງເຂົາເຈົ້າ ຕໍ່ສາຂາຂອງກຸ່ມລັດ ອິສລາມອັຟການິສຖານ, ທີ່ຮູ້ຈັກກັນໃນນາມໄອຊິສ-ເຄ (ISIS-K) ນັ້ນ ແມ່ນເປັນການຕອບໂຕ້ ຕໍ່ການວາງລະເບີດຢູ່ວັດອິສລາມເລີຍ.

ທ່ານຊາບີຮູລາ ມູຈາຮິດ (Zabihullah Mujahid), ໂຄສົກຂອງກຸ່ມຕາລີບານໄດ້ປະກາດໃນຕອນເຊົ້າວັນຈັນວານນີ້ ໂດຍໃຊ້ຊື່ຫຍໍ້ເປັນພາສາອາຣັບຂອງກຸ່ມ ກໍ່ການຮ້າຍວ່າ "ຖານທັບແດສ (Daesh) ໄດ້ຖືກທຳລາຍທັງໝົດເລີຍ ແລະສະມາຊິກຂອງກຸ່ມແດສທີ່ຢູ່ທາງໃນນັ້ນຖືກຂ້າຕາຍໝົດຍ້ອນການປະຕິບັດງານທີ່ເດັດດ່ຽວ ແລະປະສົບຜົນສຳເລັດ ຂອງກຳລັງພິເສດ (ຂອງກຸ່ມຕາລີບານ).”

ຊາວນະຄອນຫຼວງກາບູນຢືນຢັນວ່າ ມີການປະທະກັນຢ່າງຮຸນແຮງຢູ່ໃນເຂດແຄຄານາ (Khairkhana), ໂດຍກ່າວວ່າ ເຂົາເຈົ້າໄດ້ຍິນສຽງລະເບີດແລະສຽງປືນດັງຂຶ້ນໃນຕອນກາງຄືນ.

ແຫຼ່ງຂ່າວຂອງກຸ່ມຕາລີບານອ້າງວ່າ ຜູ້ວາງລະເບີດສະຫລະຊີບຫຼາຍຄົນຢູ່ພາຍໃນບ່ອນຢູ່ ຂອງກຸ່ມໄອເອັສ-ໂຄຣາຊານ (IS-Khorasan) ແລະ “ໄດຖືກຂ້າຕາຍໂດຍເສື້ອຄຸມລະເບີດຂອງເຂົາເຈົ້າເອງ” ໃນໄລຍະທີ່ປະທະກັນຢູ່ນັ້ນ.

ກຸ່ມໄອເອັສ-ໂຄຣາຊານ (IS-Khorasan) ຍັງບໍ່ທັນໃຫ້ຄວາມເຫັນໃດໆກ່ຽວກັບ ການກ່າວອ້າງຂອງພວກຕາລີບານ. ກຸ່ມກໍ່ການຮ້າຍດັ່ງກ່າວອ້າງວ່າ ຕົນໄດ້ທຳການວາງລະເບີດສະຫຼະຊີບຫຼາຍຄັ້ງ ໃນໄລຍະຫລາຍມື້ຜ່ານມານີ້ຕໍ່ນັກລົບຂອງກຸ່ມຕາລີບານ ຢູ່ບ່ອນອື່ນໆໃນອັຟການິສຖານ.

ການວາງລະເບີດໃນວັນອາທິດຜ່ານມາ ຢູ່ໃນນະຄອນຫຼວງກາບູນ ແມ່ນແນເປົ້າ ໝາຍໃສ່ການໂຮມຊຸມນຸມ ໃນການເຮັດພິທີໄວ້ອາໄລ ເພື່ອລະນຶກເຖິງແມ່ຂອງ ທ່ານມູຈາຮິດ (Mujahid) ແຕ່ວ່າ ໂຄສົກຂອງກຸ່ມຕາລີບານ ແລະເພື່ອນຮ່ວມງານຂອງທ່ານ ລອດຊີວິດມາໄດ້ ໂດຍບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG