ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກ​ກະ​ບົ​ດຕາ​ລິ​ບານ ກ່າວ​ວ່າ ໄດ້​ສັງ​ຫານ​ກຳ​ລັງ ອ​ັ​ຟ​ກາ​ນິ​ສ​ຖານ 65 ຄົນ


ທະ​ຫານ​ແຫ່ງ​ຊາດ​ອັ​ຟ​ກາ​ນິ​ສ​ຖານ ຢືນ​ຍາມ​ຢູ່​ດ່ານກວດ​ຄົ້ນ ໄປ​ຫາເຂດ​ຊັງ​ກິນ ຂອງ​ແຂວງ​ແຮ​ລ​ມັນ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 23 ທັນ​ວາ 2015.
ທະ​ຫານ​ແຫ່ງ​ຊາດ​ອັ​ຟ​ກາ​ນິ​ສ​ຖານ ຢືນ​ຍາມ​ຢູ່​ດ່ານກວດ​ຄົ້ນ ໄປ​ຫາເຂດ​ຊັງ​ກິນ ຂອງ​ແຂວງ​ແຮ​ລ​ມັນ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 23 ທັນ​ວາ 2015.

ພວກ​ເຈົ້າ​ໜ້າ​ທີ່​ໃນ​ອັ​ຟ​ກາ​ນິ​ສ​ຖານ​ໄດ້ກ່າວ​ໃນ​ວັນ​ອາ​ທິ​ດ​ວານ​ນີ້​ວ່າ ການ​
ສູ້ລົບ​ທີ່ ຮ້າຍ​ແຮງ​ຍັງ​ດຳ​ເນີນ​ປະ​ທະ​ກັນ​ກັບພວກ​ກະ​ບົດ​ຕາ​ລິ​ບານ ຢູ່​ທາງ
​ພາກ​ໃຕ້​ແຂວງ​ແຮ​ລ​ມັນ ທີ່​ໄດ້​ສັງ​ຫານ​ກຳ​ລັງ​ຂອງລັດ​ຖະ​ບານ​ຫຼາຍ​ສິບ​ຄົນ.

ການ​ສູ້​ລົບ​ຢູ່​ໃນ​ເຂດຊັງ​ກິນ​ທີ່​ແຕກ​ແຍກ​ກັນໄດ້​ເກີດ​ຂຶ້ນ ຫຼັງ​ຈາກ​ຕາ​ລິ
​ບານ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ຄັ້ງ​ສຳ​ຄັນ​ໃນ​ຕອນ​ເຊົ້າ​ມືດ​ຂອງວັນ​ເສົາ​ທີ່​ຜ່ານ​
ມາ ຕ້ານ​ປ້ອ​ມ​ຍາມ​ຮັກ​ສາ​ຄວາມ​ປອດ​ໄພ​ຫຼາຍ​ແຫ່ງ.

ໂຄ​ສົກ​ລັດ​ຖະ​ບານ​ປະ​ຈຳ​ແຂວງ​ຄົນ​ນຶ່ງ ທ່ານ​ໂອ​ມາ​ຣ ຊວັກ ໄດ້​ກ່າວ​ຕໍ່
ວີ​ໂອ​ເອ ວ່າ​ການ​ໂຈມ​ຕີ “ໄດ້​ສັງ​ຫານ ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້
​ຮັບ​ບາດ​ເຈັບ ຫຼາຍ​ສິບ​ຄົນ” ແຕ່​ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ້ມ​ເຕີມ.

ສະ​ມາ​ຊິກ​ສະ​ພາ​ສູງ​ທ່ານ​ໂມ​ຮຳ​ເມັດ ຮາ​ສ​ຮິມ ອາ​ໂລ​ໂກ​ໄຊ ຜູ້​ທີ່ມ​າ​ຈາກ​
ເຂດ​ຊັງ​ກິນ ແລະ​ນັ່ງ​ຢູ່​ໃນ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຂອງ​ສະ​ພາ​ອັ​ຟ​ກາ​
ນິ​ສ​ຖານ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ພວກ​ກະ​ບົດ​ໄດ້​ໂຈມ​ຕີ ສັງ​ຫານກຳ​ລັງ​ສະ​ໜັບ
​ສະ​ໜູນ​ລັດ​ຖະ​ບານ ​ຢ່າງ​ໜ້ອຍ 65 ຄົນ​ ຮວມ​ທັງ​ທະ​ຫານ​ແຫ່ງ​ຊາດ​ອັ​ຟ
​ກາ​ນິ​ສ​ຖານ (ANA) 48 ຄົນ ແລະ​ຄົນ​ອື່ນໆໄດ້​ຮັບ​ບາດ​ເຈັບ 38 ຄົນ.

ທ່ານ​ອາ​ໂລ​ກາ​ໄຊ​ກ່າວ​ວ່າ ທະ​ຫານ​ໄດ້​ຮັບ​ບາດເຈັບເວ​ລາ​ພວກ​ກະ​ບົດ​ຕາ​
ລິ​ບານ​ໄດ້​ດັກ​ສະ​ກັດ​ຂະ​ບວນ​ລົດ ANA ທີ່​ໄດ້​ມຸ້ງ​ໜ້າ​ສູ່​ເຂດ​ຄັດ​ແຍ້ງ​ໃນ​
ຊັງ​ກິນ ເພື່ອ​ຊ່ວຍໂຈມຕີ​ພວກ​ກະ​ບົດ​ໃຫ້ຖອຍ​ຄືນ​ໄປ. ທ່ານ​ກ່າວ​ເພີ້ມ
​ອີກວ່າ ການ​ປະ​ທະ​ກັນ​ຍັງ​ດຳ​ເນີນ​ໄປຢູ່​ໃນ​ຂົງ​ເຂດດັ່ງກ່າວ.

ໂຄ​ສົກ​ຕາ​ລິ​ບານ​ຄົນ​ນຶ່ງ​ກ່າວ​ວ່າ ກຳ​ລັງ​ຂອງ​ຕົນ​ໄດ້​ບຸກ​ຖະ​ຫລົ່ມ​ສອງ
​ຄ້າຍ​ໃນ​ຊັງ​ກິນ ແລະ​ສັງ​ຫານທະ​ຫານ​ຢ່າງ​ໜ້ອຍ 52 ຄົນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຢູ່​ໃນ​ນະ​ຄອນ​ຄາ​ບູ​ລ​ໄດ້​ຢືນ​ຢັນ​
ການ​ສູ້ລົບ ຢູ່​ໃນເຂດ​ທີ່​ແຕກ​ແຍກ​ໄດ້​ງ່າຍ ທາງ​ເຂດພາກ​ໃຕ້ ແຕ່​ກ່າວ
​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ຍັງ​ເຕົ້າ​ໂຮມ​ກັນຢູ່ເພື່ອເອົາ​ລາຍ​ລະ​ອຽດ​ຢູ່​ສະ​
ໜາມ​ລົບ.

ພວກ​ກະບົດ​ຕາ​ລິບ​ານ​ໄດ້​ທຳ​ການ​ໂຈມ​ຕີ​ຢ່າງ​ໜັກ​ຢູ່ໃນ​ແຂວງ​ຕ່າງໆ
ເດື​ອນ​ນີ້ ສັງ​ຫານ​ຕຳ​ຫຼວດ​ຫຼ​າຍ​ສິບ​ຄົນ. ປະ​ທະ​ກັນ​ກັບ​ພວກ​ກະ​ບົດ​ຢູ່​
ໃນ​ພາກ​ເໜືອ​ຂອງ​ແຂວງ​ກັນ​ດຸ​ສ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ແລະຍັງໄດ້​
ສັງ​ຫານ​ທະ​ຫານ​ອ​າ​ເມ​ຣິກັນ​ສອງ​ຄົນ ອີງ​ຕາມກອງ​ທັບ​ສະ​ຫະ​ລັດ.

ອ່ານ​ຂ່າວ​ນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG