ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ ທີ່​ສະ​ຫະ​ລັດ​ຕ້ອງ​ການ​ໂຕ​ທີ່​ສຸດນັ້ນ ທຸກ​ຄົນ​​ຮູ້​ວ່າ​ລາວ​ຢູ່​ໃສ


​ແຟ້ມ - ຮັກ​ສາ​ການ​ລັດ​ຖະ​ມົນ​ຕີກ​ະ​ຊວງ​ພາຍ​ໃນ​ອັ​ຟ​ກາ​ນິ​ສ​ຖານ ທ່ານຊີ​ຣາ​ຈຸດ​ດີນ ຮັກ​ກາ​ນີ (Sirajuddin Haqqani) ກາງ ພວມກວດ​ແຖວ​ຕຳ​ຫຼວດ​​ເກນ​ໃໝ່ທີ່​ຫາ​ກໍ​ຮຽນ​ຈົບ ທີ່​ກາ​ບູ​ລ ເມື່ອ​ວັນ​ທີ 5 ມີ​ນາ 2022.
​ແຟ້ມ - ຮັກ​ສາ​ການ​ລັດ​ຖະ​ມົນ​ຕີກ​ະ​ຊວງ​ພາຍ​ໃນ​ອັ​ຟ​ກາ​ນິ​ສ​ຖານ ທ່ານຊີ​ຣາ​ຈຸດ​ດີນ ຮັກ​ກາ​ນີ (Sirajuddin Haqqani) ກາງ ພວມກວດ​ແຖວ​ຕຳ​ຫຼວດ​​ເກນ​ໃໝ່ທີ່​ຫາ​ກໍ​ຮຽນ​ຈົບ ທີ່​ກາ​ບູ​ລ ເມື່ອ​ວັນ​ທີ 5 ມີ​ນາ 2022.

ລາວ​ໄດ້​ພົບ​ປະ​ກັບ​ພວກ​ນັກ​ການ​ທູດ​ຕ່າງ​ປະ​ເທດ​ເປັນ​ປະ​ຈຳ ແລະ​ກ່າວ​ຄຳ​ປາ​ໄສ​ຕໍ່​ທີ່​ສາ​ທາ​ລະ​ນະ ແຕ່​ໃນ​ຂະ​ນະ​ດຽວ​ກັນ ກໍ​ຢູ່​ໃນ​ບັນ​ຊີ​ລາຍ​ຊື່​ທີ່​ອົງ​ການ​ສັນ​ຕິ​ບານ​ກາງ​ສະ​ຫະ​ລັດ​ຫຼື FBI ຕ້ອງ​ການ​ຕົວ​ຫຼາຍ​ທີ່​ສຸດ​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ຊີ​ຣາ​ຈຸດ​ດີນ ຮັກ​ກາ​ນີ (Sirajuddin Haqqani) ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ອັ​ຟ​ກາ​ນິ​ສ​ຖານ ແມ່ນ​ກະ​ທັງ​ໄດ້​ປາ​ກົດ​ຕົວ​ຕໍ່​ໂທ​ລະ​ພາບ CNN ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ພ້ອມ​ດ້ວຍ​ການ​ສົ່ງ​ຂ່າວ​ແບບ​ປະ​ນີ​ປະ​ນອມ​ກັບ​ຊາວອ​າ​ເມ​ຣິ​ກັນ. ທ່ານ​ກ່າວ​ຕໍ່​ທ່ານ​ນາງ​ຄ​ຣິ​ສ​ຕຽນ ອາ​ມານ​ພົວ​ ນັກ​ຂ່າວ​ຂອງ CNN ທີ່​ໄດ້​ໃສ່​ຜ້າ​ຄຸມ​ຫົວ​ສີ​ຂຽວ ໃນ​ການ​ສຳ​ພາດ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ ຊຶ່ງ​ລາວ​ກ່າວ​ວ່າ “ໃນ​ອະ​ນາ​ຄົດ ພວກ​ເຮົາ​ຕ້ອງ​ການ​ຢາກ​ຈະ​ມີ​ຄວາມ​ສຳ​ພັນ​ທີ່​ດີ​ກັບ​ສະ​ຫະ​ລັດ.”

ໃນ​ອາ​ທິດ​ແລ້ວນີ້ ທ່ານໂທ​ມັ​ສ ນິກ​ລັ​ສ​ສັນ ​ທູດ​ພິ​ເສດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ຮັບ​ຜິດ​ຊອບ​ເລື້ອງ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ພົບ​ປະ​ກັບທ່ານ​ຮັກ​ກາ​ນີທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ແລະ​ຮຽກ​ຮ້ອງ​ໃຫ້​ລາວ​ເປີດ​ໂຮງ​ຮຽນ​ມັດ​ທະ​ຍົມ​ຄືນ​ອີກ ສຳ​ລັບເດັກ​ນ້ອຍ​ແມ່​ຍິງ. ໃນ​ເດືອນ​ແລ້ວນີ້ ທ່ານ​ຮັກ​ກາ​ນີ​ໄດ້​ໂອ້​ລົມ​ກັບ​ທ່ານ​ມາ​ຕິນ ກ​ຣິ​ຟ​ຟິດ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ໃນ​ກິດ​ຈະ​ການ​ມະ​ນຸດ​ສະ​ທຳ ແລະ​ຜູ້​ປະ​ສານ​ງານ​ດ້ານ​ບັນ​ເທົາ​ທຸກ​ສຸກ​ເນີນ ກ່ຽວ​ກັບ​ວິ​ກິດ​ການ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ.

​ການ​ປາ​ກົດ​ຕົວ​ຂອງທ່ານ​ຮັກ​ກາ​ນີ​ໃນ​ທີ່​ສາ​ທາ​ລະ​ນະ ແມ່ນ​ຂັດ​ກັນ​ກັບ​ຂໍ້​ມູນ​ທີ່​ຮຽກ​ຮ້ອງ​ໂດຍ​ສະ​ຫະ​ລັດ ກ່ຽວ​ກັບ​ວ່າ​ລາວ​ຢູ່​ໃສ​ແທ້. ການ​ໃຫ້​ລາງວັນ​ເພື່ອ​ຄວາມ​ຍຸ​ຕິ​ທຳ ຊຶ່ງ​ເປັນ​ໂຄງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ແນ​ໃສ່​ເພື່ອ​ປາ​ບ​ປາມ​ພວກ​ກໍ່​ການ​ຮ້າຍ​ລະ​ຫວ່າງ​ປະ​ເທດນັ້ນ ໄດ້​ສະ​ເໜີ​ໃຫ້​ເງິນ​ລາງວັນ 10 ລ້ານ​ໂດ​ລາ ສຳ​ລັບ​ຂໍ້​ມູນ​ທີ່​ນຳ​ໄປ​ສູ່​ການ​ຈັບ​ກຸມ​ທ່ານ​ຮັກ​ກາ​ນີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG