ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຂດເທດສະບານ ນະຄອນກາບູລ ທີ່ຖືກຄວບຄຸມ ໂດຍກຸ່ມຕາລີບານ ບອກພະນັກງານຍິງໃຫ້ຢູ່ບ້ານ


ແມ່ຍິງເດີນຂະບວນເພື່ອຮຽກຮ້ອງສິດທິຂອງເຂົາເຈົ້າ ພາຍໃຕ້ການປົກຄອງຂອງກຸ່ມຕາລີບານ ໃນລະຫວ່າງການປະທ້ວງຢູ່ໃກ້ກັບຕຶກອະດີດກະຊວງກິດຈະການແມ່ຍິງ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 19 ກັນຍາ, 2021.
ແມ່ຍິງເດີນຂະບວນເພື່ອຮຽກຮ້ອງສິດທິຂອງເຂົາເຈົ້າ ພາຍໃຕ້ການປົກຄອງຂອງກຸ່ມຕາລີບານ ໃນລະຫວ່າງການປະທ້ວງຢູ່ໃກ້ກັບຕຶກອະດີດກະຊວງກິດຈະການແມ່ຍິງ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 19 ກັນຍາ, 2021.

ບັນດາພະນັກງານແມ່ຍິງ ໃນລັດຖະບານນະຄອນ ກາບູລ ໄດ້ຖືກບອກໃຫ້ຢູ່ບ້ານ, ດ້ວຍວຽກງານພຽງແຕ່ຖືກອະນຸຍາດໃຫ້ເຮັດ ສຳລັບຄົນຜູ້ທີ່ບໍ່ສາມາດຖືກທົດແທນໄດ້ໂດຍຜູ້ຊາຍເທົ່ານັ້ນ, ອີງຕາມການກ່າວຂອງຜູ້ປົກຄອງຊົ່ວຄາວຂອງນະຄອນຫຼວງ ອັຟການິສຖານ ໃນວັນອາທິດວານນີ້, ດ້ວຍການໃຫ້ລາຍລະອຽດ ກ່ຽວກັບ ການຫ້າມຕ່າງໆຄັ້ງຫຼ້າສຸດຕໍ່ແມ່ຍິງໂດຍຜູ້ປົກຄອງໃໝ່ ຕາລີບານ.

ໃນຂະນະດຽວກັນ, ຜູ້ເຫັນເຫດການໄດ້ກ່າວວ່າ ມີການລະເບີດທີ່ແນເປົ້າໃສ່ລົດຂອງກຸ່ມຕາລີບານໃນແຂວງຈາລາລາບັດ ທາງພວກຕາເວັນອອກຂອງປະເທດ, ແລະ ບັນດາເຈົ້າໜ້າທີ່ໂຮງໝໍໄດ້ກ່າວວ່າ 5 ຄົນໄດ້ເສຍຊີວິດໃນການລະເບີດທີ່ຮ້າຍແຮງຄັ້ງທີສອງນັ້ນ ໃນຮອບຫຼາຍວັນຢູ່ເຂດທີ່ໝັ້ນຂອງລັດອິສລາມ.

ການຕັດສິນໃຈທີ່ຈະປ້ອງກັນພະນັກງານແມ່ຍິງສ່ວນໃຫຍ່ຂອງເມືອງບໍ່ໃຫ້ກັບໄປເຮັດວຽກແມ່ນອີກສັນຍານນຶ່ງທີ່ກຸ່ມຕາລີບານ, ຜູ້ທີ່ໄດ້ເຂົ້າຄວບຄຸມນະຄອນຫຼວງ ກາບູລ ໃນເດືອນທີ່ຜ່ານມານັ້ນ, ໄດ້ເຮັດໃຫ້ມີການຕີຄວາມໝາຍທີ່ຮຸນແຮງຂອງເຂົາເຈົ້າ ກ່ຽວກັບ ສາສະໜາ ອິສລາມ ເຖິງແມ່ນຈະມີ ການສັນຍາໃນເບື້ອງຕົ້ນໂດຍບາງຄົນທີ່ວ່າພວກເຂົາຈະຜ່ອນຜັນໃຫ້ ແລະ ກວມລວມກໍຕາມ. ໃນການ ປົກຄອງຄັ້ງທີ່ຜ່ານມາຂອງພວກເຂົາໃນຊຸມປີ 1990 ນັ້ນ, ກຸ່ມຕາລີບານ ໄດ້ຫ້າມເດັກຍິງ ແລະ ແມ່ຍິງບໍ່ໃຫ້ເຂົ້າໂຮງຮຽນ, ເຮັດວຽກ ແລະ ຊີວິດໃນສາທາລະນະ.

ໃນປັດຈຸບັນນີ້, ລັດຖະບານຕາລີບານໃໝ່ ໄດ້ປະກາດຂໍ້ບັນຍັດຫຼາຍສະບັບທີ່ຫຼຸດຜ່ອນສິດທິຂອງເດັກຍິງ ແລະ ແມ່ຍິງ. ພວກເຂົາໄດ້ບອກວ່າຜູ້ຍິງທີ່ເຂົ້າໂຮງຮຽນມັດທະຍົມຕົ້ນ ແລະ ນັກຮຽນມັດທະຍົມປາຍວ່າເຂົາເຈົ້າບໍ່ສາມາດກັບຄືນໄປໂຮງຮຽນໃນເວລານີ້,​ໃນຂະນະທີ່ຜູ້ຊາຍໃນຊັ້ນຮຽນດັ່ງກ່າວສາມາດສືບຕໍ່ການຮໍ່າຮຽນໃນທ້າຍອາທິດນີ້. ນັກສຶກສາຍິງໃນມະຫາວິທະຍາໄລໄດ້ຖືກແຈ້ງໃຫ້ຮູ້ວ່າ ການສຶກສາຕ່າງໆຈະຖືກຈັດຂຶ້ນໃນຫ້ອງທີ່ແຍກຈາກຜູ້ຊາຍເລີ່ມແຕ່ດຽວນີ້ໄປ, ແລະວ່າເຂົາເຈົ້າຕ້ອງປະຕິບັດຕາມ ກົດລະບຽບເຄື່ອງນຸ່ງ ອິສລາມທີ່ເຄັ່ງຄັດ. ພາຍໃຕ້ລັດຖະບານທີ່ຖືກໜູນຫຼັງໂດຍ ສະຫະລັດ ທີ່ຖືກປົດໂດຍກຸ່ມຕາລີບານນັ້ນ, ການສຶກສາໃນມະຫາວິທະຍາໄລ ແມ່ນລວມກັນເປັນສ່ວນໃຫຍ່.

ໃນວັນສຸກທີ່ຜ່ານມາ, ກຸ່ມຕາລິບານ ໄດ້ປິດກະຊວງກິດຈະການຂອງແມ່ຍິງ, ແລ້ວແທນມັນດ້ວຍກະຊວງນຶ່ງສຳລັບ “ການຖ່າຍທອດຄຸນງາມຄວາມດີ ແລະ ການຕິດຕາມການປະພຶດໃນສັງຄົມ” ແລະ ຖືກມອບໜ້າທີ່ດ້ວຍການບັງຄັບໃຊ້ກົດໝາຍອິສລາມ.

ໃນວັນອາທິດວານນີ້, ແມ່ຍິງສິບກວ່າຄົນໄດ້ຈັດການປະທ້ວງຢູ່ນອກກະຊວງດັ່ງກ່າວ, ດ້ວຍການຖືປ້າຍທີ່ຮຽກຮ້ອງໃຫ້ມີການເຂົ້າຮ່ວມ ໃນຊີວິດສາທາລະນະຂອງແມ່ຍິງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG