ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມ​ຕາ​ລີ​ບານ ປ່ອຍ​ຕົວ ໂຕ​ປະ​ກັນ​ຊາວ​ຕາ​ເວັນ​ຕົກ​ສອງ​ຄົນ ໃນ​ການ​ແລກ​ປ່ຽນ​ນັກ​ໂທດ


ນັກ​ໂທດ​ຊາວ​ຕາ​ເວັນ​ຕົກ​ທີ່​ຖືກ​ກຸ່ມ​ຕາ​ລີ​ບານ​ຄວບ​ຄຸມ​ຕົວ ທ່ານ ທີ​ໂມ​ຕີ ວີກ​ສ໌, ຊ້າຍ, ທ່ານ ເຄວິນ ຄິງ.
ນັກ​ໂທດ​ຊາວ​ຕາ​ເວັນ​ຕົກ​ທີ່​ຖືກ​ກຸ່ມ​ຕາ​ລີ​ບານ​ຄວບ​ຄຸມ​ຕົວ ທ່ານ ທີ​ໂມ​ຕີ ວີກ​ສ໌, ຊ້າຍ, ທ່ານ ເຄວິນ ຄິງ.

ກຸ່ມ​ຕາ​ລີ​ບານ ໄດ້​ປ່ອຍ​ຕົວ​ນັກ​ໂທດ​ຊາວ​ຕາ​ເວັນ​ຕົກ​ສອງ​ຄົນ​ໃນ​ວັນ​ອັງ​ຄານມື້ນີ້, ເປັນ​ການ​ປະ​ຕິ​ບັດ​ຕາມ​ໜ້າ​ທີ່​ຂອງ​ຝ່າຍ​ພວກ​ເຂົາ ໃນ​ການ​ແລກ​ປ່ຽນ​ນັກ​ໂທດ​ທີ່​ປະ​ກອບ​ມີ​ການ​ປ່ອຍ​ຕົວ​ຜູ້​ບັນ​ຊາ​ການ​ລະ​ດັບ​ສູງ​ຂອງ​ພວກ​ເຂົາ​ສາມ​ຄົນ.

ແຫຼ່ງ​ຂ່າວ​ຈາກ​ກຸ່ມ​ກະ​ບົດ​ໄດ້​ເວົ້າ​ວ່າ ​ທ່ານ ເຄວິນ ຄິງ ສັນ​ຊາດ​ ອາ​ເມ​ຣິ​ກັນ ກັບ ທ່ານ ທີ​ໂມ​ຕີ ວີກ​ສ໌ ຄົນ​ອອ​ສ​ເຕ​ຣ​ເລຍ, ໄດ້​ຖືກ​ປ່ອຍ​ຕົວ​ໃນ​ແຂວງ ຊາ​ບູ​ລ ຢູ່​ພາກ​ໃຕ້​ຂອງ​ປະ​ເທດ. ທ່ານ ຄິງ ກັບ ທ່ານ ວີກ​ສ໌ ໄດ້​ເປັນ​ອາ​ຈານ​ສອນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ອາ​ເມ​ຣິ​ກັນ ໃນ​ນະ​ຄອນຫຼວງ ກາ​ບູ​ລ. ໄດ້​ຖືກ​ລັກ​ພາ​ຕົວ​ໃນ​ເດືອນ​ສິງ​ຫາ ປີ 2016 ຢູ່ນອກ​ມະ​ຫາ​ວິ​ທະ​ຍາ​ໄລ.

ການ​ປ່ອຍ​ຕົວ​ຂອງ​ທັງ​ສອງ​ຄົນ​ນັ້ນ​ໄດ້​ເກີດ​ຂຶ້ນຫຼາຍ​ຊົ່ວ​ໂມງຫຼັງ​ຈາກ​ຜູ້​ບັນ​ຊາ​ການ​ສາມ​ຄົນ​ຂອງ​ກຸ່ມ​ຕາ​ລີ​ບານ ​ໄດ້​ເດີນ​ທາງ​ໄປ​ປະ​ເທດ ກາ​ຕ້າ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ການ​ແລກ​ປ່ຽນ​ນັກ​ໂທດ.

ໃນຜູ້​ບັນ​ຊາ​ການ​ສາມ​ຄົນ​ຂອງ​ກຸ່ມ ຕາ​ລີ​ບານ ລວມ​ມີ​ທ້າວ ອາ​ນາ​ສ ຮັກ​ກາ​ນີ, ຜູ້​ທີ່​ອ້າຍ​ຂອງ​ລາວ​ແມ່ນ​ຜູ້​ນຳຂອງ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ​ທີ່​ຊົ່ວ​ຮ້າຍຊື່​ວ່າ​ ຮັກ​ກາ​ນີ ທີ່​ມີ​ຄວາມ​ຜູກ​ພັນ​ກັບ​ກຸ່ມ​ຕາ​ລີ​ບານ. ທ້າວ ອາ​ນາ​ສ ຮັກ​ກາ​ນີ ພ້ອມ​ກັບ​ຜູ້​ບັນ​ຊາ​ການ​ກຸ່ມ​ຕ​າ​ລີ​ບານ ທ້າວ ຮາ​ຈີ ມາ​ລີ ຄານ ແລະ ທ້າວ ຮາ​ຟິ​ສ ຣາ​ຊິດ, ໄດ້​ຖືກ​ຄວບ​ຄຸມ​ຕົວ​ໂດຍ​ລັດ​ຖະ​ບານ ອັ​ຟ​ກາ​ນິ​ສ​ຖານ ນັບ​ຕັ້ງ​ແຕ່​ປີ 2014 ເປັນ​ຕົ້ນ​ມາ.

ປະ​ທານ​າ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ ອາ​ສ​ຣັ​ຟ ກາ​ນີ ໄດ້​ປະ​ກາດ​ການ​ແລກ​ປ່ຽນ​ນັກ​ໂທດ​ໃນ​ອາ​ທິດ​ທີ່​ຜ່ານ​ມາ, ເພື່ອ​ທີ່​ຈະ​ອຳ​ນວຍ​ຄວາມ​ສະ​ດວ​ກ​ໃຫ້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໂດຍ​ກົງ​ກັບ​ອະ​ດີດ​ຜູ້​ປົກ​ຄອງ​ຫົວ​ຈັດ​ຂອງ ອັ​ຟ​ກາ​ນິ​ສ​ຖານ. ກຸ່ມ​ຕະ​ລີ​ບານ ໄດ້​ທຳ​ການ​ຕໍ່​ສູ້​ກໍ່​ກະ​ບົດ​ທີ່​ຮ້າຍ​ແຮງ​ນັບ​ຕັ້ງ​ແຕ່​ກຸ່ມ​ຕາ​ລີ​ບານ ໄດ້​ຖືກ​ໂຄ່ນ​ລົ້ມ​ໂດຍກອງ​ກຳ​ລັງ​ທີ່​ນຳ​ໜ້າ​ໂດຍ ສະ​ຫະ​ລັດ ສຳ​ລັບ​ການ​ປົກ​ປ້ອງ​ຜູ້​ນຳ​ກຸ່ມ ອາ​ລ ໄກ​ດາ ທ້າວ ໂອ​ຊາ​ມະ ບິນ ລາ​ເດັນ, ຜູ້​ບົງ​ການ​ການ​ໂຈມ​ຕີ​ວັນ​ທີ 11 ກັນ​ຍາ ໃນ​ນະ​ຄອນ ນິວຢອກ ແລະ ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG