ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ກຸ່ມ​ຕ​າ​ລີ​ບານ​ ປະ​ຕິ​ເສດບ​ໍ່​ຍອມ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ອັ​ຟ​ກາ​ນິ​ສ​ຖານ


ທຸງ​ຂອງ​ກຸ່ມ​ຕາ​ລີ​ບານ ທີ່​ຕະ​ຫຼາດ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2022.
ທຸງ​ຂອງ​ກຸ່ມ​ຕາ​ລີ​ບານ ທີ່​ຕະ​ຫຼາດ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2022.

ກອງ​ປະ​ຊາ​ລະ​ຫວ່າງ​ປະ​ເທດ​ທີ່​ຈັດ​ຂຶ້ນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ຄວາມ​ເປັນ​ເອກ​ກະ​ພາບ​ກັນ​ ກ່ຽວ​ກັບເປົ້າ​ໝາຍ​ທີ່ພວກ​ຜູ້​ນຳ​ຂອງ​ກຸ່ມ​ຕາ​ລີ​ບານ​ຕ້ອງ​ໄດ້​ປະ​ຕິ​ບັດ​ຕາມ ແຕ່​ມີ​ຄວາມ​ກ້າວ​ໜ້າ​ພຽງ​ເລັກ​ນ້ອຍ​ກ່ຽວ​ກັບ​ວ່າ ໂລກ​ຄວນ​ປະ​ສານ​ງານ​ແບບ​ໃດ​ກັບ​ລັດ​ຖະ​ບານ​ທີ່​ບໍ່​ໄດ້​ຖືກ​ຮັບ​ຮູ້.

ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ອານ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ​ໄດ້​ເປີດກອງ​ປະ​ຊຸມ​ຜູ້​ຕາງ​ໜ້າ​ພິ​ເສດ ​ຮັບ​ຜິດ​ຊອ​ບ​ເລື້ອງ​ອັ​ຟ​ກາ​ນິ​ສ​ຖານ​ຈາກ 25 ປະ​ເທດ ຕະ​ຫຼອດ​ທັງ​ສະ​ຫະ​ພາບ​ຢູ​ໂຣບ ອົງ​ການໆ​ຮ່ວມ​ມື​ອິ​ສ​ລາມ ແລະ​ອົງ​ການໆ​ຮ່ວມ​ມື​ຊຽງ​ໄຮ້ ໃນ​ກອງ​ປະ​ຊຸມ​ເປັນ​ເວ​ລາ 2 ມື້ທີ່​ນະ​ຄອນ​ຫຼວງ​ໂດ​ຮາ​ຂອງ​ກາ​ຕ້າ.

ກຸ່ມ​ຕາ​ລີ​ບານ​ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ເຂົ້າ​ຮ່ວມ ໂດຍ​ເວົ້າວ່າ ​ການ​ເຂົ້າ​ຮ່ວມ​ດັ່ງ​ກ່າວ ແມ່ນ “ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຍັງ” ຖ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ບໍ່​ໄດ້​ມອງ​ເຫັນ​ພວກ​ເຂົາ​ວ່າ ເປັນ​ຜູ້​ຕາງ​ໜ້າ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ແຕ່​ພຽງ​ຜູ້​ດຽວ​ເທົ່າ​ນັ້ນ.

ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຮັບ​ຜິດ​ຊອບ​ໃນ​ກິດ​ຈະ​ການ ​ດ້ານ​ການ​ເມືອງແລະ​ສ້າງ​ສັນ​ຕິ​ພາບ ທ່ານ​ນາງ​ໂຣ​ສ​ແມ​ຣີ ດີ ຄາ​ໂລ (Rosemary Di Carlo) ແຕ່​ແນວ​ໃດ​ກໍ​ຕາມ ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຕາ​ລີ​ບານ ຈາກ​ຫ້ອງ​ການ​ດ້ານ​ການ​ເມືອງ​ຂອງ​ກຸ່ມ​ດັ່ງ​ກ່າວ ທີ່​ນະ​ຄອນ​ໂດ​ຮາ​ເປັນ​ການ​ຕ່າງ​ຫາກ.

ໃນ​ການ​ຖະ​ແຫຼງ​ຂ່າວ​ ກ່ຽວ​ກັບ​ກອງ​ປະ​ຊຸມ​ຄັ້ງ​ນີ້ ທ່ານ​ກູ​ເຕ​ເຣັ​ສ ໄດ້​ປະ​ຕິ​ເສດ​ຕໍ່ຄວາມ​ຄິດ​ທີ່​ວ່າ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ທີ່​ຈະ​ນຳ​ເອົາ​ຜູ້​ປົກ​ຄອງ​ທີ່​ແທ້​ຈິງ​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ມາ​ເຂົ້າ​ຮ່ວມ​ໂຕະ​ປະ​ຊຸມ​ຍ້ອນ​ການ​ສື່​ສານ​ຄົມ​ມ​ະ​ນາ​ຄົມ​ທີ່​ບໍ່​ມີ​ປະ​ສິດ​ທິ​ພາບ ໂດຍ​ກ່າວ​ວ່າ ເງື່ອນ​ໄຂ​ຂອງ​ກຸ່ມ​ຕາ​ລີ​ບານ​ແມ່ນ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້.

​ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG