ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ກຸ່ມ​ຕາ​ລີ​ບານ ສືບ​ຕໍ່​ ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ ຕໍ່​ກອງ​ກຳ​ລັງ ອັ​ຟ​ກາ​ນິ​ສ​ຖານ


ກະ​ບົດ ຕາ​ລີ​ບານ ຄົນ​ນຶ່ງ​ຖືກ​ຈັບ​ໄດ້ ພ້ອມ​ກັບ​ອຸ​ປະ​ກອນ​ລະ​ເບີດ​ລົດ​ສະຫຼະ​ຊີບ, ເມືອງ ຈາ​ລາ​ລາ​ບັດ, ອັ​ຟ​ກາ​ນິ​ສ​ຖານ. 10 ທັນ​ວາ, 2019. REUTERS/Parwiz
ກະ​ບົດ ຕາ​ລີ​ບານ ຄົນ​ນຶ່ງ​ຖືກ​ຈັບ​ໄດ້ ພ້ອມ​ກັບ​ອຸ​ປະ​ກອນ​ລະ​ເບີດ​ລົດ​ສະຫຼະ​ຊີບ, ເມືອງ ຈາ​ລາ​ລາ​ບັດ, ອັ​ຟ​ກາ​ນິ​ສ​ຖານ. 10 ທັນ​ວາ, 2019. REUTERS/Parwiz

ການ​ໂຈມ​ຕີຄັ້ງຫຼ້າ​ສຸດ​ຂອງ​ກຸ່ມ​ຕາ​ລີ​ບານ ໃນ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ສັງ​ຫານກອງ​ກຳ​ລັງ​ທີ່​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ 17 ຄົນ ເຖິງ​ແມ່ນ​ ຈະມີ​ລາຍ​ງານ​ວ່າ ກຸ່ມ​ກະ​ບົດ​ດັ່ງ​ກ່າວ ກຳ​ລັງ​ໄຕ່​ຕອງ​ເບິ່ງ​ ​ການ​ຢຸດ​ຍິງ​ຊົ່ວ​ຄາວ​ ເພື່ອບັນ​ລຸຂໍ້​ຕົກ​ລົງ​ໃນ​ການ​ຖອນ​ກຳ​ລັງ​ຕ່າງ​ຊາດ​ອອກ​ຈາກ​ປະ​ເທດກັບ​ສະ​ຫະ​ລັດ ຢູ່ນັ້ນ​ກໍ​ຕາມ.

ການ​ໂຈມ​ຕີ​ຂ້າມ​ຄືນ​ທີ່​ຮ້າຍ​ແຮງ​ຂອງ​ກຸ່ມ​ກະ​ບົດ ໄດ້​ແນ​ເປົ້າ​ໝາຍ​ໃສ່​ດ່ານ​ຮັກ​ສາ​ຄວາມ​ປອດ​ໄພ​ຢູ່ເມືອງ ​ບາ​ຮາວ​ດິນ ໃນແຂວງ​ ຕາກ​ຮາ​ຣ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ປະ​ເທດ ອີງ​ຕາມ​ໂຄ​ສົກ​ລັດ​ຖະ​ບານປະ​ຈຳ​ແຂວງ ​ທີ່​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ອາ​ທິດ​ວານນີ້.

ທ່ານ​ຈາ​ວາດ ເຮ​ຈີ​ຣີ ໄດ້​ກ່າວ​ວ່າ ດ່ານກວດ​ດັ່ງ​ກ່າວ ໄດ້​ຖືກ​ກຳ​ກັບ​ໂດຍ​ພວກ​ທະ​ຫານ​ບ້ານ​ຕໍ່​ຕ້ານ​ກຸ່ມ​ຕາ​ລີ​ບານ ທີ່​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ ເວ​ລາ​ທີ່​ມັນ​ໄດ້​ຖືກ​ໂຈມ​ຕີ. ທ່ານ​ໄດ້​ກ່າວ​ອີກວ່າ ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ຢ່າງ​ໜ້ອຍ 4 ຄົນ ໄດ້​ຮັບ​ບາດ​ເຈັບ ຈາກ​ການ​ປະ​ທະ​ກັນ​ໃນ​ເວ​ລາ​ຕໍ່​ມາ.

ສ່ວນ​ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ ທ້າວ ​ຊາ​ບີ​ຮູ​ລາ ມູ​ຈາ​ຮີດ ໄດ້ກ່າວ​ອ້າງ​ໃນ​ຖະ​ແຫລງ​ການ​ວ່າ ການ​ຈູ່​ໂຈມ​ໄດ້​ສັງ​ຫານ​ກຳ​ລັງ​ທະ​ຫານ​ບ້ານ​ຂອງ​ລັດ​ຖະ​ບານ 21 ຄົນ ແລະ​ພວກ​ກະ​ບົດ ​ກໍບໍ່​ໄດ້​ສູນ​ເສຍ​ຊີ​ວິດ​ແຕ່​ຢ່າງ​ໃດ​ເລີຍ. ການ​ກ່າວ​ອ້າງ​ຂອງ​ກຸ່ມ​ຕາ​ລີ​ບານ ​ໂດຍສ່ວນ​ຫຼາຍ ແມ່ນ​ເກີນ​ຄວາມ​ເປັນ​ຈິງ.

ເຖິງແມ່ນ​ວ່າ ສະ​ພາບ​ອາ​ກາດຈະໜາ​ວເຢັນ​ໃນ​ລະ​ດູ​ໜາວ​ກໍ​ຕາມ ການ​ໂຈມ​ຕີ​ຂອງ​ກຸ່ມ​ກະ​ບົດ ຍັງ​ໄດ້​ສູງ​ຂຶ້ນ​ຢ່າງ​ຜິດ​ປົກ​ກະ​ຕິ ພາຍ​ໃນ​ໄລ​ຍະອາ​ທິດ​ນຶ່ງຜ່ານ​ມານີ້ ໂດຍ​ສະ​ເພາ​ະຢູ່​ໃນ​ແຂວງ​ພາກ​ເໜືອ​ຂອງ​ ອັ​ຟ​ກາ​ນິ​ສ​ຖານ ທີ່​ໄດ້​ສັງ​ຫານ​ກອງ​ກຳ​ລັງ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຫຼາຍກວ່າ 50 ຄົນ​ແລ້ວ.

ສຳ​ລັບ​ບົດ​ບາດ​ຂອງ​ພວກ​ເຂົາ​ເຈົ້າ​ແລ້ວ ​ບັນ​ດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ມາດ​ຕະ​ການ​ຕອບ​ໂຕ​ຄືນ​ທາງ​ດ້ານ​ທະ​ຫານ ແລະ​ປ​ະ​ຕິ​ບັດ​ການ​ເພື່ອ​ຕໍ່​ຕ້ານການກໍ່​ກະ​ບົດ ໄດ້ສົ່ງ​ຜົນ​ໃຫ້​ກຸ່ມ​ກະ​ບົດ​ຕາ​ລີ​ບານ​ ​ສູນ​ເສຍ​ຊີ​ວິດ​ຢ່າງ​ໜັກ​ໜ່ວງ.

ອີງຕາມ​ການ​ລາຍ​ງານ​ແລ້ວ ຄວາມ​ຮຸນ​ແຮງໄດ້ເກີດ​ຂຶ້ນ ໃນ​ຂ​ະ​ນະ​ທີ່ການ​ນຳ​ຂອງ​ກຸ່ມ​ຕາ​ລີ​ບານ ​ກໍ​ໄດ້​ຕົກ​ລົງ​ທີ່​ຈະ​ປະ​ຕິ​ບັດຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໄລ​ຍະ​ນຶ່ງ​ອາດ​ທິດ​ ກັບ​ກອງ​ກຳ​ລັງ​ຕ່າງ​ຊາດ​ທີ່​ນຳ​ພາ​ໂດຍ​ສ​ະ​ຫະ​ລັດ ຢູ່​ໃນ​ປະ​ເທດ ທີ່​ຈະ​ເລີ້ມ​ຕົ້ນ​ຂຶ້ນ ​ໃນ​ຕົ້ນ​ເດືອນ​ໜ້ານີ້.

ຂໍ້​ຕົກ​ລົງ​ສະຫ​ງົບ​ເສີກ​ຊົ່ວ​ຄາວ ອາດ​ແຜ້ວ​ທາງ​ໃຫ້ສະ​ຫລຸບ​ຂໍ້​ຕົກ​ລົງ​ທີ່​ຄອງ​ຄອຍ​ກັນ​ມາ​ຍາວ​ນານ ລະ​ຫວ່າງ ສະ​ຫະ​ລັດ ແລະ​ກຸ່ມ​ຕາ​ລີ​ບານ ກ່ຽວ​ກັບ​ການ​ຫຼຸດ​ກຳ​ລັງ​ທະຫານ​ຕ່າງ​ຊາດ​ລົງ ຢູ່ໃນ​ອັ​ຟ​ກາ​ນິ​ສ​ຖານ ​ເພື່ອ​ຍຸ​ຕິ​ສົງ​ຄາມຂອງ​ອາ​ເມ​ຣິ​ກາ ​ທີ່​ແກ່ຍ​າວ​ມາ​ໄດ້ 18 ປີ​ແລ້ວນັ້ນ. ການ​ເຄື່ອນ​ໄຫວນີ້ ອາດ​ຍັງ​ຈະ​ຊຸກ​ຍູ້​ໃຫ້​ມີ​ການ​ເຈ​ລະ​ຈາ​ລະ​ຫວ່າງ ກຸ່ມ​ຕາ​ລີ​ບານກັບ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ​ໃນ​ເລື້ອງ​ການ​ສິ້ນ​ສຸດ​ຢ່າງ​ຖາ​ວອນ​ ການເປັນ​ສັດ​ຕູ​ກັນ​ມາ​ໄດ້ຫຼາຍທົດ​ສະ​ວັດຜ່ານ​ມານັ້ນ.

ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ ທ້າວ​ມູ​ຈາ​ຮີດ ໄດ້​ຢືນ​ຢັນໃນ​ວັນ​ອາ​ທິດ​ວານນີ້ ວ່າ ​ສະ​ພາການ​ນຳ​ຂອງ​ກຸ່ມ​ດັ່ງ​ກ່າວ ​ໃນ​ປັດ​ຈຸ​ບັນ​ນີ້ ແມ່ນ​ກຳ​ລັງ​ພິ​ຈາ​ລະ​ນາ​ແລະ​ອະ​ພິ​ປາຍ​ກັນ​ຢ່າງເຂັ້ມ​ງວດ ກ່ຽວ​ກັບ​ການ​ປະ​ກາດ​ຢຸດ​ຍິງ ແລະ​ເລື້ອງ​ອື່ນໆ​ນຳ​ດ້ວຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG