ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ຕາ​ລີ​ບານ ວາງ​ລະ​ເບີດ ສັງ​ຫານ ​ນາ​ຍ​ພົນ​ທະ​ຫານ ກອງ​ທັບ​ບົກ ອັ​ຟ​ກາ​ນິ​ສ​ຖານ


ແຜນ​ທີ່ ສະ​ແດງ​ໃຫ້​ເຫັນ ແຂວງ​ແຮ​ລ​ມານ​ດ໌ ຂອງ ປະ​ເທດ​ ອັ​ຟ​ກາ​ນິ​ສ​ຖານ
ແຜນ​ທີ່ ສະ​ແດງ​ໃຫ້​ເຫັນ ແຂວງ​ແຮ​ລ​ມານ​ດ໌ ຂອງ ປະ​ເທດ​ ອັ​ຟ​ກາ​ນິ​ສ​ຖານ

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ໃຕ້​ຂອງ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ວ່າ ລະ​ເບີດ​ທີ່​ແຕກ​ຂຶ້ນ ໃນ​ວັນ​ເສົາ​ວານນີ້ ໄດ້​ສັງ​ຫານ​ຜູ້​ບັນ​ຊາ​ການທະ​ຫານ ອະ​ວຸ​ໂສຄົນ​ນຶ່ງ ແລະ ອີກ​ຢ່າງ​ໜ້ອຍ​ສາມ​ຄົນ​ບາດ​ເຈັບ ລວມ​ທັງ​ນັກ​ຂ່າວ​ທ້ອງ​ຖິນ​ຄົນ​ນຶ່ງ​ນຳ​ດ້ວຍ.

ເຫດ​ການ​ຕ່າງ​ຫາກ​ອີກ​ອັນ​ນຶ່ງ ປາ​ກົດ​ວ່າ​ເປັນ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​ໂດ​ຣນ ຢູ່​ໃນ​ພາກ​ຕາເວັນ​ອອກ​ສຽງ​ໃຕ້ຂອງ​ປະ​ເທດ ນັ້ນ ຕາມ​ການ​ກ່າວ​ກໍ​ແມ່ນ​ວ່າ ໄດ້​ສັງ​ຫານ​ພົນ​ລະ​ເຮືອນ​ຢ່າງ​ໜ້ອຍ 6 ຄົນ ລວມ​ທັງ​ເດັກ​ທາ​ລົກເກີດ​ໃໝ່​ຜູ້ນຶ່ງ.

ກຸ່ມ​ຕາ​ລີ​ບານ ໄດ້​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ ການ​ວາງ​ລະ​ເບີດ​ຢູ່​ຂອບ​ທາງໃນ​ແຂວງ​ແຮ​ລ​ມານ ບ່ອນ​ທີ່​ຫົວ​ເມືອງ​ຕ່າງໆ​ໂດຍ​ສ່ວນ​ໃຫຍ່ ແມ່ນໄດ້​ຖືກ​ຄວບ​ຄຸມ ຫຼື ​ໄດ້​ຢູ່​ພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ກຸ່ມ​ກະ​ບົດ​ດັ່ງ​ກ່າວນັ້ນ.

ໂຄ​ສົກ​ກົມ​ຕຳຫຼວງ​ຂອງ​ແຂວງ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ນາ​ຍ​ພົນ ຊາ​ເຮຍ ກູ​ລ ມຸກ​ບີ​ລ ຜູ້​ບັນ​ຊາ​ການ​ໜ່ວຍ​ທະ​ຫານ​ຊາຍ​ແດນ​ຂອງກອງ​ທັບ​ບົກ ແມ່ນ​ກຳ​ລັງ​ມຸ້ງ​ໜ້າ​ໄປ​ຍັງ​ເມືອງ​ມາ​ຣ​ຈາ ​ບ່ອນ​ທີ່ບໍ່​ສະ​ຫງົບ ພ້ອມ​ກັບ​ກຸ່ມ​ນັກ​ຂ່າ​ວ​ຈຳ​ນວນ​ນຶ່ງ ເພື່ອ​ຢ້ຽມ​ຢາມ​ປະ​ຕິ​ບັດ​ການ​ຕໍ່​ຕ້ານ​ການ​ກະ​ບົດ​ທີ່​ຍັງ​ມີ​ຢູ່​ຕໍ່​ເນື່ອງ ເມື່ອ​ຂະ​ບວນ​ລົດ​ຂອງ​ນາຍ​ພົນ ກູ​ລ ມຸກ​ບີ​ລ ຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຢູ່​ຂອບ​ທາງ.

ທ່ານ​ໂມ​ຮຳ​ມັດ ຊາ​ມານ ຮຳ​ດາດ ໄດ້​ກ່າວ​ວ່າ ນາ​ຍ​ພົນ​ຜູ້​ຖືກ​ຂ້າ​ຕາຍ ໄດ້​ຊີ​ນຳ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ. ທ່ານ​ໄດ້​ກ່າວ​ຕື່ມ​ວ່າ ພະ​ນັກ​ງານ​ຮັກ​ສາ​ຄວາມ​ສະ​ຫງົບ 3 ຄົນ ແລະ​ນັກ​ຂ່າວ​ຄົນ​ນຶ່ງ ປະ​ຈຳ​ໂທ​ລະ​ພາບ Shamshad ທີ່​ສຳ​ຄັນ​ຂອງອັ​ຟ​ກາ​ນິ​ສ​ຖານ ລວມ​ຢູ່​ໃນ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ. ສ່ວນ​ນັກ​ຂ່າວ ຊາ​ຣ​ດາ​ຣ ໂມ​ຮຳ​ມັດ ຊາ​ຣ​ວາ​ຣີ ໄດ້​ຖື​ກກ່າວ​ວ່າ ໄດ້​ຮັ​ບ​ບາດ​ເຈັບຫຼາຍ​ແຫ່ງ.

ຖະ​ແຫລງ​ການ​ຂອງກຸ່ມ​ຕາ​ລີ​ບານ ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ ຍັງ​ໄດ້​ສັງ​ຫານ ຜູ້​ອາ​ລັກ​ຂາ​ຂອງ​ທ່ານ​ມຸກ​ບີ​ລ ສອງງຄົນ ​ຫາກ​ແຕ່​ວ່າ ການ​ກ່າວ​ອ້າງ​ຂອງ​ກຸ່ມ​ກະ​ບົດ ສ່ວນຫຼາຍ​ແມ່ນ​ເກີນ​ຄວາມ​ເປັນ​ຈິງ.

ແຂວງ​ແຮ​ລ​ມານ ເປັນ​ແຂວງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ແລະ​ເປັນ​ຂົງ​ເຂດ​ທີ່​ຜະ​ລິດ​ຕົນ​ຝິ່ນ​ເປັນຫຼັກ.

ສື່ມວນ​ຊົນ​ສາ​ກົນຕ່າງໆ ໄດ້ນຳ​ເອົາ ​ອັ​ຟ​ກາ​ນິ​ຖານ ລົງ​ໃນ​ບັນ​ຊີລາຍ​ຊື່ ໃນກຸ່ມ​ປະ​ເທດທີ່​ສິ້​ງ​ຊອມ​ເບິ່ງ ​ໃຫ້​ເປັນປະ​ເທດ​ນຶ່ງ​ທີ່​ອັນ​ຕະ​ລາຍ​ທີ່​ສຸດ​ໃນ​ໂລກສຳ​ລັບ​ນັກ​ບັນ​ດາ​ຂ່າວ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG