ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ ສະ​ຫະ​ລັດ 2 ຄົນ​ເສຍ​ຊີ​ວິດ ໃນ​ເຫດ​ລະ​ເບີດ​ຂ້າງ​ທາງ ໃນ ອັ​ຟ​ກາ​ນິ​ສ​ຖານ


ແຜນ​ທີ່​ແຂວງ ຄັນ​ດາ​ຮາ, ອັ​ຟ​ກາ​ນິ​ສ​ຖານ.
ແຜນ​ທີ່​ແຂວງ ຄັນ​ດາ​ຮາ, ອັ​ຟ​ກາ​ນິ​ສ​ຖານ.

ການ​ວາງ​ລະ​ເບີດ​ຂ້າງ​ທາງລູກ​ນຶ່ງ​ໃນ​ພາກ​ໃຕ້​ຂອງ ອັ​ຟ​ກາ​ນິ​ສ​ຖານ ໄດ້​ເຮັດ​ໃຫ້​ທະ​ຫານ ອາ​ເມ​ຣິ​ກັນ ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ 2 ຄົນ​ໃນ​ວັນ​ເສົາ​ວານນີ້ ແລະ ບາດ​ເຈັບ​ອີກ​ສອງ​ຄົນ.

ກອງ​ກຳ​ລັງ​ປະ​ຕິ​ບັດ​ການ​ສະ​ໜັບ​ສະ​ໜູນ​ທີ່​ເດັດ​ດ່ຽວ ຂອງ​ອົງ​ການ NATO ໄດ້​ກ່າວ​ວ່າ ບັນ​ດາ​ທະ​ຫານ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ການ​ປະ​ຕິ​ບັດ​ການ​ໃນ​ແຂວງ ຄັນ​ດາ​ຮາ ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ບ່ອນ​ທີ່​ລົດ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ທີ່​ເຮັດ​ຂຶ້ນ​ມາ​ເອງ. ກຸ່ມ​ຕາ​ລີ​ບານ ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຢ່າງວ່ອງ​ໄວ ສຳ​ລັບ​ການ​ວາງ​ລະ​ເບີດ​ໃນ​ແຂວງຂອງ ອັ​ຟ​ກາ​ນິ​ສ​ຖານ ດັ່ງ​ກ່າວ ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ຖານ​ທັບທີ່​ສຳ​ຄັນ​ຂອງ ສະ​ຫະ​ລັດ.

ກຸ່ມ​ກະ​ບົດ​ນັ້ນໄດ້​ທຳ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ເກືອບ​ທຸກວັນ​ ຕໍ່​ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ອັ​ຟ​ກາ​ນິ​ສ​ຖານ ແລະ ຄູ່​ຮ່ວມ​ມື​ຈາກ​ຕ່າງ​ປະ​ເທດ​ຂອງ​ເຂົາ​ເຈົ້າ ເຖິງ​ແມ່ນ​ເຂົາ​ເຈົ້າ​ໄດ້​ຈັດ​ການ​ເຈ​ລະ​ຈາ​ກັບ ສະ​ຫະ​ລັດ ກໍ​ຕາມ.

ປີ​ກາຍນີ້​ແມ່ນ​ປີ​ທີ່​ມີ​ຜູ້​ເສຍ​ຊີ​ວິດຫຼາຍ​ທີ່​ສຸດ​ສຳ​ລັບ​ກອງ​ທັບ ສະ​ຫະ​ລັດ ເມື່ອ​ເຂົາ​ເຈົ້າ​ສູນ​ເສຍ​ທະ​ຫານ​ຢ່າງ​ໜ້ອຍ 19 ຄົນ​ໃນ​ການ​ປະ​ຕິ​ບັດ​ພ​າ​ລະ​ກິດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຕໍ່​ສູ້​ໃນ ອັ​ຟ​ກາ​ນິ​ສ​ຖານ.

ຄວາມ​ຂັດ​ແຍ້ງ​ທີ່​ວ່າ​ນັ້ນ​ໄດ້​ເຮັດ​ໃຫ້​ລັດ​ຖະ​ບານ ວໍ​ຊິ​ງຕັນ ສູນ​ເສຍ​ຄ່າ​ໃຊ້​ຈ່າຍ​ເກືອບ ນຶ່ງ​ພັນ​ຕື້​ໂດ​ລາ ແລະ ຊີ​ວິດ​ຂອງ​ທະ​ຫານ​ປະ​ມານ 2,400 ຄົນ​ນັບ​ຕັ້ງ​ແຕ່ ສະ​ຫະ​ລັດ ແລະ ຄູ່​ຮ່ວມ​ພັນ​ທະ​ມິດ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ ອັ​ຟ​ກາ​ນິ​ສ​ຖານ ໃນ​ປີ 2001 ລຸນຫຼັງ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ 11 ກັນ​ຍາ.

ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ອັ​ຟ​ກາ​ນິ​ສ​ຖານ ກໍ​ໄດ້​ປະ​ສົບ​ການ​ເສ​ຍ​ຊີ​ວິດ ແລະ ບາດ​ເຈັບຫຼາຍ​ສິບ​ພັນ​ຄົນເຊັ່ນ​ກັນ​ນັ້ນ, ພົນ​ລະ​ເຮືອນ​ກໍ​ສືບ​ຕໍ່ໄດ້​ຮັບ​ຄວາມທຸກ​ທໍ​ລະ​ມານ ຈາກ​ສະ​ຖາ​ນະ​ການ​ທີ່​ໂຫດ​ຮ້າຍ​ຂອງ​ສົງ​ຄາມ​.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ຢ້ຳ​ໃນ​ຖະ​ແຫຼງ​ການສະ​ບັບ​ນຶ່ງ​ເມື່ອບໍ່​ດົນ​ມານີ້​ວ່າ ພົນ​ລະ​ເຮືອນ ອັ​ຟ​ກາ​ນິ​ສ​ຖານ ຫຼາຍກວ່າ 100,000 ຄົນໄດ້​ຖືກ​ຂ້າ​ຕາຍ ຫຼື ບາດ​ເຈັບ​ໃນ 10 ປີ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG