ກຸ່ມຕາລີບານປາກົດວ່າມີຄວາມໝັ້ນໃຈຂຶ້ນໃນວັນຈັນມື້ນີ້ ທີ່ເຂົາເຈົ້າຈະເຊັນຂໍ້ຕົກລົງສັນຕິພາບກັບ ສະຫະລັດ ໃນທ້າຍເດືອນນີ້ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ຄ້ຳປະກັນສາກົນ ເພື່ອປິດສົງຄາມດົນ 18 ປີໃນ ອັຟການິສຖານ ນັ້ນ.
ຜູ້ນຳອາວຸໂສຄົນນຶ່ງຂອງກຸ່ມກະບົດ ໄດ້ກ່າວຕໍ່ອົງການຂ່າວທີ່ສະໜັບສະໜູນກຸ່ມຕາລີບານວ່າ ຄູ່ປໍລະປັກດັ່ງກ່າວໄດ້ຕັດສິນນຳກັນ ທີ່ຈະຈັດພິທີເຊັນສັນຍາໃນນະຄອນຫຼວງ ໂດຮາ ປະເທດ ກາຕ້າ, ເຊິ່ງໄດ້ເປັນສະຖານທີ່ຈັດການເຈລະຈາດົນ 18 ເດືອນລະຫວ່າງ ສະຫະລັດ ກັບ ກຸ່ມຕາລີບານ.
ທ່ານ ອັບດຸລ ຊາລຳ ຮານາຟີ, ສະມາຊິກຄົນກາງຂອງກຸ່ມເຈລະຈາ ຕາລີບານ ແລະ ຫ້ອງການດ້ານການເມືອງຂອງພວກເຂົາໃນນະຄອນຫຼວງ ໂດຮາ, ບໍ່ໄດ້ບອກວັນທີ, ແຕ່ແຫຼ່ງຂ່າວຂອງກຸ່ມກະບົດນັ້ນໄດ້ກ່າວກ່ອນໜ້ານີ້ວ່າ ຂໍ້ຕົກລົງດັ່ງກ່າວຈະຖືກລົງນາມໃນວັນທີ 29 ກຸມພານີ້.
ທ່ານ ຮານາຟີ ໄດ້ກ່າວວ່າ ບັນດາຕົວແທນຈາກທຸກປະເທດຂອງ ອັຟການິສຖານ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ບັນດາປະເທດ ອິສລາມ ແລະ ສະຫະພາບ ຢູໂຣບ ຈະລວມຢູ່ໃນຜູ້ທີ່ຖືກເຊື້ອເຊີນໄປເປັນສັກຂີພິຍານໃນພິທີເຊັນສັນຍານັ້ນ.
ທ່ານໄດ້ກ່າວຕື່ມວ່າ, ບໍ່ດົນຫຼັງຈາກຂໍ້ຕົກລົງໄດ້ຖືກເຊັນນັ້ນ, ລັດຖະບານ ອາເມຣິກາ ແລະ ອັຟການິສຖານ ກໍຈະປ່ອຍນັກໂທດ 5,000 ຄົນ, ແລະ ກຸ່ມຕາລີບານ ກໍຈະປ່ອຍຜູ້ຖືກກັກຂັງປະມານ 1,000 ຄົນ. ແນວໃດກໍຕາມ, ລັດຖະບານ ວໍຊິງຕັນ ໄດ້ກ່າວຢ້ຳວ່າ ເຂົາເຈົ້າຈະເຮັດຂໍ້ຕົກລົງກັບກຸ່ມຕາລີບານ ຖ້າຕົກລົງຫຼຸດຜ່ອນຄວາມຮຸນແຮງໃນສັນຍາສະຫງົບເສິກ 7 ວັນ ໄດ້ຖືກປະຕິບັດຢ່າງປະສົບຄວາມສຳເລັດໃນ ອັຟການິສຖານ ເທົ່ານັ້ນ.
ບັນດາເຈົ້າໜ້າທີ່ ສະຫະລັດ ເວົ້າວ່າ ສັນຍາສະຫງົບເສິກຊົ່ວຄາວ ທີ່ໄດ້ບັນລຸໃນອາທິດທີ່ຜ່ານມາ ຈະມີຜົນບັງຄັບໃຊ້ໃນໄວໆນີ້ ແຕ່ເຂົາເຈົ້າບໍ່ໄດ້ກ່າວເຖິງວັນທີໃດໆ, ເຖິງແມ່ນວ່າແຫຼ່ງຂ່າວຂອງກຸ່ມກະບົດໄດ້ອ້າງວ່າ ມັນຈະມີຜົນບັງຄັບໃຊ້ໃນວັນທີ 22 ກຸມພາກໍຕາມ.
ສັນຍາດັ່ງກ່າວຈະເຮັດໃຫ້ຝ່າຍທີ່ເຮັດສົງຄາມນຳກັນ ຢຸດການປະຕິບັດການໂຈມຕີເປັນເວລາ 7 ວັນ. ຖ້າທັງສອງຝ່າຍຮັກສາຄຳສັນຍາຂອງເຂົາເຈົ້າໄດ້, ເຂົາເຈົ້າຈະກັບໄປໂຕະເຈລະຈາເພື່ອເຊັນຂໍ້ຕົກລົງສັນຕິພາບ. ກຸ່ມຕາລີບານ ກັບບັນດານັກເຈລະຈາ ສະຫະລັດ ໄດ້ທຳການສະຫຼຸບຂໍ້ຕົກລົງໃນກອງປະຊຸມທີ່ໃຊ້ເວລາດົນນານໃນປີທີ່ຜ່ານມາ.
ຜູ້ບໍລິຫານໃຫຍ່ຂອງລັດຖະບານສາມັກຄີ ອັຟການິສຖານ ທ່ານ ອັບດຸລລາ ອັບດຸລລາ ກໍໄດ້ກ່າວຕໍ່ສະພາລັດຖະມົນຕີໃນນະຄອນຫຼວງ ກາບູລ ໃນວັນຈັນມື້ນີ້ວ່າ ຂໍ້ຕົກລົງສັນຕິພາບລະຫວ່າງ ສະຫະລັດ ກັບ ກຸ່ມຕາລີບານ ແມ່ນໄດ້ “ຖືກສະຫຼຸບແລ້ວ.” ທ່ານໄດ້ກ່າວວ່າ “ການເຊັນຂໍ້ຕົກລົງດັ່ງກ່າວແມ່ນອີງໃສ່ການຫຼຸດຜ່ອນຄວາມຮຸນແຮງໃນ 7 ວັນ, ແລ້ວເຂົາເຈົ້າຈຶ່ງຈະສືບຕໍ່ຂະບວນການສັນຕິພາບນັ້ນ.”
ຂໍ້ຕົກລົງດັ່ງກ່ວໄດ້ສະໜອງຕາຕະລາງສຳລັບການຖອນກຳລັງ ອາເມຣິກັນ ແລະ ພັນທະມິດອອກຈາກ ອັຟການິສຖານ, ຮັບປະກັນການປາບປາມການກໍ່ການຮ້າຍຂອງກຸ່ມກະບົດ ແລະ ຂັ້ນຕອນສຳລັບການປອງດອງທາງດ້ານການເມືອງ ລະຫວ່າງ ຝ່າຍຕ່າງໆໃນ ອັຟການິສຖານ ທີ່ມີສ່ວນຮ່ວມໃນຄວາມຂັດແຍ້ງນັ້ນ.