ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານຂຽນ “ຈົດໝາຍແບບເປີດຊອງ” ໄປຫາລັດຖະສະພາ ສຫລ ເພື່ອຂໍໃຫ້ຢຸດການກັກຊັບສິນ ຂອງອັຟການິສຖານ


ຊາວ​ອັ​ຟ​ກາ​ນິ​ສ​ຖານ​ແຈກ​ຢາຍ​ອາ​ຫານ ທີ່​ບໍ​ລິ​ຈາກ​ໃຫ້​ແກ່ພວກ​ອົບ​ພະ​ຍົບໃນ​ປະ​ເທດ​ຢູ່​ທີ່​ນະ​ຄອນ​ຫລວງ​ການ​ບູ​ລ, 13 ກັນ​ຍາ, 2021
ຊາວ​ອັ​ຟ​ກາ​ນິ​ສ​ຖານ​ແຈກ​ຢາຍ​ອາ​ຫານ ທີ່​ບໍ​ລິ​ຈາກ​ໃຫ້​ແກ່ພວກ​ອົບ​ພະ​ຍົບໃນ​ປະ​ເທດ​ຢູ່​ທີ່​ນະ​ຄອນ​ຫລວງ​ການ​ບູ​ລ, 13 ກັນ​ຍາ, 2021

ລັດຖະມົນຕີການຕ່າງປະເທດຂອງກຸ່ມຕາລີບານ ໃນວັນພຸດວານນີ້ ໄດ້ຂຽນ “ຈົດໝາຍແບບເປີດຊອງ” ໄປເຖິງລັດຖະສະພາສະຫະລັດ, ໂດຍເຕືອນວ່າຈະ​ມີການຫລັ່ງໄຫລ​ຂອງອົບພະຍົບອອກຈາກອັຟການິສຖານ ເວັ້ນເສຍແຕ່ວ່າ ສະຫະລັດຈະຢຸດ​ການ​ກັກຊັບສິນຂອງທະນາຄານກາງຂອງອັຟການິສຖານທີ່​ມີຫຼາຍ ກວ່າ 9 ຕື້ໂດລານັ້ນ ແລະຢຸດຕິການລົງໂທດດ້ານການເງິນອື່ນໆຕໍ່ປະເທດດັ່ງ​ກ່າວ.

ທ່ານ​ອາ​ເມຍ ຄານ ມຸດ​ຕາ​ກີ (Amir Khan Muttaqi) ຂຽນ​ວ່າ ການ​ລົງ​ໂທດ “ບໍ່​ພຽງ​ແຕ່ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ” ​ຕໍ່​ການ​ຄ້າ​ແລະ​ທຸ​ລະ​ກິດ​ເທົ່າ​ນັ້ນ, ມັນ ຍັງສ້າງ​ຄວາມ​ເສຍ​ຫາຍ​ແກ່ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳຕໍ່​ຊາວອັຟການິສ ຖານຫລາຍ​ລ້ານ​ຄົນ​ທີ່​ຕ້ອງ​ການ​ການ​ຊ່ວຍ​ເຫລືອ​ຫລາຍ​ທີ່​ສຸດນັ້ນ​ອີກ. ຫ້ອງການ ຂອງທ່ານ​ມຸດ​ຕາ​ກີ (Muttaqi) ໃນນະ​ຄອນ​ຫລວງ​ກາ​ບູ​ລ ໄດ້ເຜີຍ​ແຜ່ສໍາເນົາ ຈົດຫມາຍສະບັບນັ້ນ ໃນຫລາຍພາສາ, ລວມທັງພາສາອັງກິດນຳ.


ທ່ານມຸດ​ຕາ​ກີ (Muttaqi) ໃຫ້​ເຫດ​ຜົນ​ວ່າ ລັດຖະບານ​ຂອງ​ທ່ານ​ສາ​ມາດ​ນຳ​ເອົາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ​ແລະຄວາມ​ໝັ້ນຄົງ​ມາ​ໃຫ້​ອັຟກາ​ນິສຖານ ໄດ້ນັບ​ຕັ້ງ​ແຕ່​ໄດ້​ກັບ​ຄືນ​ມາ​ກຳ​ອຳນາດ​ໃນ​ເດືອນ​ສິງຫາ​ຜ່ານ​ມາ ​ແຕ່​ບັນຫາທາງ​ເສດຖະກິດ​ທີ່ເພີ້ມຂຶ້ນເປັນ​ການ​ທ້າ​ທາຍ​ດ້ານ​ມະນຸດສະທຳ​ທີ່​ນັບ​ມື້ຮ້າຍ​ແຮງ​ຂຶ້ນ.

"ໃນປັດຈຸບັນສິ່ງທ້າທາຍອັນ​ເປັນພື້ນຖານຕໍ່ປະຊາຊົນຂອງພວກເຮົາ ແມ່ນ ຄວາມປອດໄພທາງດ້ານການເງິນ ແລະຮາກເຫງົ້າຂອງບັນ​ຫານີ້ ແມ່ນມາ​ຈາກ ການ​ກັກຊັບສິນຂອງປະຊາຊົນພວກເຮົາໂດຍລັດຖະບານອາເມຣິກາ," ນັ້ນ​ຄື​ຄຳ​ເວົ້າ​ຂອງຫົວໜ້ານັກການທູດຂອງກຸ່ມຕາລີບານ.

ຄະ​ນະ​ຜູ້​ແທນ​ຂອງ​ກຸ່ມ​ຕາ​ລີ​ບານ​ທີ່​ນຳ​ພາ​ໂດຍທ່ານ​ອາ​ເມຍ ຄານ ມຸດ​ຕາ​ກີ (ທາງ​ໜ້າ) ໄປ​ເຖິງສະ​ໜາມ​ບິນ Esenboga ໃນ​ນະ​ຄອນ​ຫລວງ Ankara ຂອງ​ເທີ​ກີ, 14 ຕຸ​ລາ, 2021
ຄະ​ນະ​ຜູ້​ແທນ​ຂອງ​ກຸ່ມ​ຕາ​ລີ​ບານ​ທີ່​ນຳ​ພາ​ໂດຍທ່ານ​ອາ​ເມຍ ຄານ ມຸດ​ຕາ​ກີ (ທາງ​ໜ້າ) ໄປ​ເຖິງສະ​ໜາມ​ບິນ Esenboga ໃນ​ນະ​ຄອນ​ຫລວງ Ankara ຂອງ​ເທີ​ກີ, 14 ຕຸ​ລາ, 2021

ທ່ານມຸດ​ຕາ​ກີ (Muttaqi) ກ່າວອີກ​ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ຖ້າ​ສະ ຖານະ​ການ​ໃນ​ປັດຈຸ​ບັນ​ຍັງມີ​ສືບ​ຕໍ່​ໄປ, ລັດຖະບານ ​ແລະ ປະຊາຊົນ​ອັຟກາ​ນິສ ຖານ​ຈະ​ປະສົບ​ກັບ​ບັນຫາ ​ແລະ​ຈະ​ກາຍ​ເປັນ​ສາ​ເຫດເຮັດ​ໃຫ້​ມີ​ການ​ຍົກ​ຍ້າຍ​ຖິ່ນ​ຖານຂອງ​ຄົນ​ເປັນ​ຈຳ​ນວນຫຼວງ​ຫຼາຍ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ອາທິດແລ້ວນີ້, ສະພາວ່າ​ດ້ວຍ​ອົບ​ພະ​ຍົບຂອງນໍເວລາຍງານວ່າ ມີຊາວອັຟກາ ນິສຖານປະມານ 300,000 ຄົນໄດ້ຫລົບໜີໄປຢູ່ອີຣ່ານນັບແຕ່ເດືອນສິງຫາມາ ແລະຫລາຍເຖິງ 5,000 ຄົນຍັງສືບຕໍ່ຂ້າມຊາຍແດນຢ່າງຜິດກົດໝາຍເຂົ້າ ໄປໃນປະເທດເພື່ອນບ້ານດັ່ງ​ກ່າວໃນແຕ່ລະວັນ.

ວໍຊິງຕັນ ແລະຢູໂຣບ ໄດ້ປິດກັ້ນບໍ່​ໃຫ້ກາ​ບູ​ລເຂົ້າ​ເຖິງ​ຊັບ​ສິນຫຼາຍກວ່າ 9 ຕື້ໂດລາຂອງທະນາຄານກາງຂອງອັຟການິສຖານ​ໄດ້​ຊຶ່ງສ່ວນໃຫຍ່ຖືກ​ກັກ​ໄວ້ ຢູ່ໃນທະນາຄານກາງຂອງສະຫະລັດ ຫຼັງຈາກກຸ່ມຕາລີບານທີ່​ເປັນຊາວອິສລາມ ຍຶດອຳ​ນາດອັຟການິສຖານເມື່ອເດືອນສິງຫາທີ່ຜ່ານມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG