ກຸ່ມຕາລີບານໃນອັຟການິສຖານ ໄດ້ເປີດການເຈລະຈາສັນຕິພາບຮອບໃໝ່ ໃນວັນຈັນວານນີ້ທີ່ກາຕາຣ໌ ກັບສະຫະລັດ ອີງຕາມຄຳຖະແຫຼງຂອງກຸ່ມຫົວຮຸນແຮງ ດັ່ງກ່າວ.
ໂຄສົກຂອງ ກຸ່ມຕາລີບານທ່ານຊາບິນຮູລລາ ມູຈາຮີດ ໄດ້ກ່າວວ່າ ການພົບປະກັນເປັນເວລາ 2 ມື້ ໃນນະຄອນໂດຮາ ຈະດຳເນີນຕໍ່ໄປ ໃນວັນອັງຄານມື້ນີ້.
ທ່ານແຊລເມ ຄາລີຊາດ ຜູ້ຕາງໜ້າພິເສດຂອງສະຫະລັດ ຮັບຜິດຊອບໃນການສ້າງຄວາມປອງດອງທາງການເມືອງໃນອັຟການິສຖານ ແມ່ນເປັນຜູ້ນຳພາຕາງໜ້າສະຫະລັດ.
ທ່ານມູຈາຮີດ ກ່າວວ່າ “ຫຼັງຈາກທີ່ຝ່າຍອາເມຣິກັນໄດ້ຮັບເອົາຫົວຂໍ້ປະຊຸມ ເພື່ອຍຸຕິການຮຸກຮານອັຟການິສຖານ ແລະປ້ອງກັນບໍ່ໃຫ້ອັຟການິສຖານຖືກໃຊ້ ເປັນບ່ອນໂຈມຕີປະເທດອື່ນໆໃນອະນາຄົດ. ການເຈລະຈາກັບຜູ້ຕາງໜ້າຂອງອາເມຣິກັນ ຈຶ່ງໄດ້ມີຂຶ້ນໃນມື້ນີ້ ທີ່ນະຄອນໂດຮາ ເມືອງຫຼວງຂອງກາຕາຣ໌.” ການເຈລະຈາ ຍັງຈະດຳເນີນຕໍ່ໄປ ໃນວັນອັງຄານມື້ນີ້.
ທ່ານຄາລີຊາດ ໄດ້ເຈລະຈາກັບຜູ້ຕາງໜ້າຂອງກຸ່ມຕາລີບານມາຫຼາຍຮອບແລ້ວຢູ່ກາຕາຣ໌ ໃນຮອບຫຼາຍໆເດືອນຜ່ານມານີ້ ແລະການໂອ້ລົມກັນ ເທື່ອຫລ້າສຸດ ລະຫວ່າງທັງສອງຝ່າຍ ແມ່ນໄດ້ມີຂຶ້ນ ໃນສະຫະລັດ ອາຣັບ ອາເມີເຣັດ ໃນເດືອນທັນວາ ປີກາຍນີ້.
ແຫຼ່ງຂ່າວ ທີ່ຮູ້ເລື້ອງດີ ກ່ຽວກັບການພົບປະກັນເທື່ອກ່ອນ ໄດ້ບອກກັບວີໂອເອວ່າ ກຸ່ມຕາລີບານ ແລະຜູ້ຕາໜ້າຂອງສະຫະລັດ ໃນການເຈລະຈາຮອບປັດຈຸບັນນີ້ ແມ່ນຄາດວ່າ ຈະສະຫຼຸບຂໍ້ສະເໜີ ທີ່ພວກເຂົາເຈົ້າໄດ້ແລກປ່ຽນກັນຢູ່ນະຄອນ ອາບູດາບີ ກ່ຽວກັບ ວັນເວລາ ທີ່ຈະຖອນກອງກຳລັງຕ່າງປະເທດອອກຈາກອັຟການິສຖານ. ຜົນການເຈລະຈາທີ່ຄາດກັນໄວ້ຈະເກີດຂຶ້ນຢ່າງໄວວານັ້ນ ອາດເປັນການຢຸດຍິງຊົ່ວຄາວ ທີ່ປະກາດໂດຍກຸ່ມຕາລີບານ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ທີ່ເຮືອໃຫ້ການເຈລະຈາ ດຳເນີນຕໍ່ໄປ.
ການພົບປະກັນໃນວັນຈັນວານນີ້ ຕົ້ນຕໍແລ້ວ ແມ່ນກຳນົດຈະມີຂຶ້ນທີ່ປາກິສຖານ ບ່ອນທີ່ທ່ານຄາລີຊາດໄດ້ພັກເຊົາເປັນເວລາຫຼາຍໆມື້ທີ່ນັ້ນ ກ່ອນທີ່ທ່ານຈະອອກເດີນທາງໄປຍັງກາຕາຣ໌. ແຫຼ່ງຂ່າວໄດ້ລາຍງານວ່າ ເຈົ້າໜ້າທີ່ກຸ່ມຕາລີບານໄດ້ ປະຕິເສດທີ່ຈະເດີນທາງໄປນະຄອນອິສລາມາບັດ ຈົນກວ່າວ່າ ຝ່າຍສະຫະລັດ ໄດ້ຕົກລົງທີ່ຈະຫາລືກ່ຽວກັບແຜນການຖອນກຳລັງຕ່າງປະເທດທີ່ນຳພາໂດຍສະຫະລັດ ອອກຈາກອັຟການິສຖານເສຍກ່ອນ.