ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມຕາລິບານ ແຕ່ງຕັ້ງລັດຖະບານຮັກສາການ ໃນອັຟການິສຖານ


ກຳລັງຕາລິບານ ພະຍາຍາມຢຸດພວກປະທ້ວງ ໃນຂະນະທີ່ເຂົາເຈົ້າຮ້ອງໂຮ ລະຫວ່າງການປະທ້ວງຕໍ່ຕ້ານປາກິສຖານ ໃກ້ກັບສະຖານທູດປາກິສຖານ ໃນນະຄອນກາບູລ ວັນທີ 7 ກັນຍາ 2021.
ກຳລັງຕາລິບານ ພະຍາຍາມຢຸດພວກປະທ້ວງ ໃນຂະນະທີ່ເຂົາເຈົ້າຮ້ອງໂຮ ລະຫວ່າງການປະທ້ວງຕໍ່ຕ້ານປາກິສຖານ ໃກ້ກັບສະຖານທູດປາກິສຖານ ໃນນະຄອນກາບູລ ວັນທີ 7 ກັນຍາ 2021.

ກຸ່ມຕາລິບານໄດ້ປະກາດໃນວັນອັງຄານວານນີ້ ກ່ຽວການສ້າງຕັ້ງ ລັດຖະບານ “ຮັກສາການ” ອິສລາມ ໃນອັຟການິສຖານ ໂດຍກ່າວວ່າ ຈະນຳພາໂດຍມູລລາ ຮາຊານ ອາຄຸນ (Mullah Hasan Akhund) ທີ່ໃກ້ຊິດ ກັບມູລລາໂອມາຣ (Mullah Omar) ມື້ລາງຜູ້ຮ່ວມກໍ່ຕັ້ງຂະບວນການເຄື່ອນໄຫວລັດອິສລາມດັ່ງ
ກ່າວ.

ການປະກາດໄດ້ມີຂື້ນນຶ່ງມື້ ຫຼັງຈາກກຸ່ມຕາລິບານເວົ້າວ່າ ຕົນໄດ້ເຂົ້າຄວບຄຸມ ແຂວງພານເຊຍ (Panjshir) ທີ່ເປັນແຂວງ ຕັ້ງຢູ່ໃນພາກເໜືອຂອງປະເທດ ເຮັດໃຫ້ການລຸກຂຶ້ນຕໍ່ຕ້ານການປົກຄອງເຂົາເຈົ້າ ດ້ວຍກໍາລັງອາວຸດພຽງແຫ່ງ ດຽວຢູ່ໃນປະເທດ ທີ່ປະສົບກັບໄພສົງຄາມນັ້ນ ສິ້ນສຸດລົງ.

ໃນຂະນະທີ່ມີການແບ່ງປັນລາຍລະອຽດຂອງລັດຖະບານຮັກສາການ ຢູ່ໃນກອງ ປະຊຸມຖະແຫຼງຂ່າວ ທີ່ນະຄອນກາບູລ ຫົວໜ້າໂຄສົກຂອງກຸ່ມຕາລິບານ ທ່ານ ຊາບິຮູລລາ ມູຈາຮີດ (Zavihullah Mujahid) ກ່າວວ່າ ພວກທີ່ຖືກແຕ່ງຕັ້ງທັງໝົດ ແມ່ນໃນລະດັບຮັກສາການ ແລະຫົວໜ້າກະຊວງຕ່າງໆຈະຖືກແຕ່ງຕັ້ງ ໃນບໍ່ຊ້ານີ້.

ທ່ານອາຄຸນ ເຊື່ອວ່າ ມີອາຍຸໃນລະຫວ່າງ 60 ປີ ໄດ້ຖືກຊົມເຊີຍຢູ່ທີ່ແຂວງການດາຮາ
ທາງພາກໃຕ້ປະເທດ ຊຶ່ງເປັນບ່ອນເກີດຂອງກຸ່ມຕາລິບານ. ທ່ານ ເປັນຫົວໜ້າຂອງ
ສະພາຜູ້ນຳ ຊຶ່ງໄດ້ແນະນຳໃຫ້ພວກກະບົດ ໂຈມຕີສະຫະລັດ ແລະພັນທະມິດ ໃນ
ລະຫວ່າງສົງຄາມເກືອບ 20 ປີ. ທ່ານມູລລາ ອັບດູລ ການີ ບາຣາດາ (Mullah Abdul Ghani Baradar) ຫົວ ໜ້າກຸ່ມຂອງຫ້ອງການທາງດ້ານການເມືອງ ຈະຮັບໃຊ້ເປັນ
ຮອງນາຍົກລັດຖະ ມົນຕີ ໃນລັດຖະບານຮັກສາການ. ທ່ານຊິຣາຈູດດິນ ຮັກການີ
(Sirajuddin Haqqani) ຈະເປັນລັດຖະມົນຕີກະຊວງພາຍໃນ ທ່ານອາເມຍ ຄານ
ມູຕຕາກີ (Amir Khan Muttaqi) ຈະເປັນລັດຖະມົນຕີຕ່າງປະເທດແລະທ່່ານໂມ
ຮໍາມັດ ຢາກຸບ (Hohammad Yaqoob) ລູກຊາຍຂອງທ່ານໂອມາ ຈະເປັນຜູ້ຮັກ
ສາ ການລັດຖະມົນຕີກະຊວງປ້ອງກັນປະເທດ ນັ້ນຄືຄຳເວົ້າທີ່ທ່ານມູຈາຮີດ ທີ່ໄດ້
ກ່າວເພີ້ມ.

ທ່ານຮັກການີ ຫົວໜ້າຂອງຕາໜ່າງຮັກການີ ໄດ້ຖືກລະບຸໂດຍສະຫະລັດ ວ່າ ເປັນ
ອົງການກໍ່ການຂອງໂລກ.

ວໍຊິງຕັນໄດ້ສະເໜີໃຫ້ລາງວັນ 10 ລ້ານໂດລາ ສຳລັບຂໍ້ມູນທີ່ນຳພາການໄປສູ່ ການ
ຈັບກຸມທ່ານຮັກການີ ໃນຂໍ້ຫາ ສັ່ງໃຫ້ທໍາການໂຈມຕີຢ່າງຮ້າຍແຮງຕໍ່ຊາວ ອາເມຣີິກັນ
ແລະກຳລັງພັນທະມິດຢູ່ໃນອັຟການິສຖານ. ສະຫະລັດປະນາມ ຕາໜ່າງຮັກການີວ່າ
ເປັນ “ກຸ່ມກະບົດຫົວຮຸນແຮງທີ່ຮ້າຍກາດ ແລະສະຫລັບຊັໍບຊ້ອນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG