ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ຫົວ​ຮຸນ​ແຮງ​ຕາ​ລີ​ບານ ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ໃນ​ການ​ໂຈມ​ຕີ ທີ່​ບໍ່​ຄ່ອຍ​ຈະ​ມີ ​ຢູ່​ນະ​ຄອນ​ຫຼວງ​ປາ​ກິ​ສ​ຖານ


ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ພາຍ​ໃນ​ປາ​ກິ​ສ​ຖານ ຊິກ​ຣາ​ຊິດ ອາ​ເໝັດ (ທີ 2 ຈາກ​ຊ້າຍ) ໄປ​ຮ່ວມ​ໄວ້​ອາ​ໄລ ໃຫ້​ແກ່​ຕຳ​ຫຼວດ ທີ່​ເສຍ​ຊີ​ວິດ ຢູ່​ພິ​ທີ​ສົ່ງ​ສະ​ການ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ​ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 18 ມັງ​ກອນ 2022.
ລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ພາຍ​ໃນ​ປາ​ກິ​ສ​ຖານ ຊິກ​ຣາ​ຊິດ ອາ​ເໝັດ (ທີ 2 ຈາກ​ຊ້າຍ) ໄປ​ຮ່ວມ​ໄວ້​ອາ​ໄລ ໃຫ້​ແກ່​ຕຳ​ຫຼວດ ທີ່​ເສຍ​ຊີ​ວິດ ຢູ່​ພິ​ທີ​ສົ່ງ​ສະ​ການ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ​ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 18 ມັງ​ກອນ 2022.

ພວກຕາ​ລີ​ບານ ​ໃນ​ປາ​ກິ​ສ​ຖານ ຊຶ່ງ​ເປັນ​ກຸ່ມນອກ​ກົດ​ໝາຍ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ​ຕໍ່ການ​ໂຈມ​ຕີ​ຂ້າມ​ຄືນ​ ໃນ​ຄືນວັນ​ຈັນ​ຕໍ່​ໃສ່​ວັນ​ອັງ​ຄານ ທີ່​ບໍ່​ຄ່ອຍໄດ້ເຫັນ​ກັນ ຢູ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ຊຶ່ງ​ໄດ້​ສັງ​ຫານ​ຕຳ​ຫຼວດ​ຄົນ​ນຶ່ງ ແລະ​ອີກ 2 ຄົນ​ໄດ້​ຮັ​ບ​ບາດ​ເຈັບ.

ຕຳ​ຫຼວດ​ກ່າວ​ວ່າ ​ມື​ປືນ​ທີ່​ຂີ່​ລົດ​ຈັກ 2 ຄົນ ໄດ້​ຍິງ​ເຂົ້າ​ໃສ່​ ບ່ອນກວດ​ແຫ່ງ​ນຶ່ງ​ ຂອງກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ໃກ້​ກັບ​ຕະ​ຫຼາດ ​ທີ່​ແອ​ອັດ​ໄປ​ດ້ວຍ​ຜູ້​ຄົນ​ຢູ່​ນະ​ຄອນ​ດັ່ງ​ກ່າວ​ ໃນ​ວັນ​ຈັນ​ວານນີ້. ຕຳ​ຫຼວດ​ກ່າວ​ຕື່ມ​ວ່າ ການ​ຍິງ​ຕໍ່​ສູ້​ທີ່​ດຳ​ເນີນ​ຢູ່​ຕໍ່​ມາ​ໄດ້ເຮັດ​ໃຫ້​ພວກ​ຫົວ​ຮຸນ​ແຮງ​ທັງ​ສອງ​ຖືກ​ຂ້າ​ຕາຍ.

​ຖະ​ແຫຼງ​ການ​ຂອງ​ຕຳ​ຫຼວດ​ກ່າວ​ວ່າ “ລູກ​ປືນ​ທີ່​ຍິງ​ໂດຍ​ພວກ​ກໍ່​ການ​ຮ້າຍ​ໄດ້​ເຮັດ​ໃຫ້​ຕຳ​ຫຼວ​ດ​ຜູ້​ນຶ່ງ​ກາຍ​ເປັນ​ວິ​ລະ​ຊົນ ແລະ​ອີ​ກ 2 ຄົນ​ບາດ​ເຈັບ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ປາ​ກິ​ສ​ຖານ ຊິກ​ຣາ​ຊິດ ອາ​ເໝັດ (Rashid Ah-med) ໄດ້​ປະ​ນາມ​ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ດັ່ງ​ກ່າວນັ້ນວ່າ ເປັນ​ການ​ກໍ່​ການ​ຮ້າຍ.

ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ​ອາ​ເໝັດທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວຫຼັງ​ຈາກ​ໄດ້​ໄປ​ຮ່ວມ​ການ​ສູດ​ມົນ​ພາ​ວະ​ນາໃນ​ພິ​ທີ​ສົ່ງ​ສະ​ການ​ຂອງ​ຕຳ​ຫຼວດ​ທີ່​ເສຍຊີ​ວິດ ໂດຍ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮັບ​ສັນ​ຍານ​ແບບ​ວ່າ ​ການ​ກໍ່​ການ​ຮ້າຍ​ໄດ້​ເລີ້ມເກີດ​ຂຶ້ນ​ແລ້ວ​ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ.”

ກຸ່ມ​ຕາ​ລີ​ບານ​ໃນ​ປາ​ກິ​ສ​ຖານ ຊຶ່ງ​ຮູ້​ກັນ​ໃນ​ຊື່ ເທ​ລິກ-ອີ-ຕາ​ລີ​ບານ​ປາ​ກິ​ສ​ຖານ​ ຫຼື TTP ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ໃນ​ການ​ໂຈມ​ຕີ ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບນຶ່ງ ທີ່​ສົ່ງ​ຜ່ານ​ທາງ​ທວີດ​ເຕີ້ ແລະ​ໄດ້​ຢືນ​ຢັນ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ມື​ປືນ​ທັງ​ສອງ​ຂອງ​ຕົນ ທີ່​ພົວ​ພັນ​ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ກຸ່ມ TTP ໄດ້​ເພີ້ມ​ທະ​ວີການ​ໂຈມ​ຕີ​ຢູ່​ໃນ​ປາ​ກິ​ສ​ຖານ ໂດຍ​ສະ​ເພາະ​ແລ້ວ ນັບ​ແຕ່​ເດືອນ​ທັນ​ວາ​ເປັນ​ຕົ້ນ​ມາ ເວ​ລາ​ການ​ຢຸດ​ຍິງ​ເປັນ​ເວ​ລາ 30 ມື້ ລະ​ຫວ່າງ​ກຸ່ມຫົວ​ຮຸນ​ແຮງ​ດັ່ງ​ກ່າວ ແລະ​ລັດ​ຖະ​ບານ​ໄດ້​ສິ້ນ​ສຸດ​ລົງ.

ກຸ່ມ​ຕ​າ​ລີ​ບານ​ທີ່​ປົກ​ຄອງ​ອັ​ຟ​ກາ​ນິ​ສ​ຖານ​ຢູ່​ໃນ​ເວ​ລານີ້ເປັນ​ຜູ້​ໄກ່​ເກ່ຍ​ໃຫ້​ມີ​ການ​ຢຸດ​ຍິງ ​ເພື່ອ​ແຜ້ວ​ທາງ​ໄປ​ສູ່​ການ​ເຈ​ລະ​ຈາ​ທີ່​ເປັນ​ລ້ຳ​ເປັນ​ສັນ​ຫຼາຍ​ຂຶ້ນ ລະ​ຫວ່າງ​ຄູ່​ປໍລະ​ປັກ​ທັງ​ສອງ. ແຕ່​ກຸ່ມ​ຕາ​ລີ​ບານ​ໃນ​ປາ​ກິ​ສ​ຖານ​ໄດ້​ປະ​ຕິ​ເສດ ທີ່​ຈະ​ຕໍ່​ອາ​ຍຸ​ການຕົກ​ລົງ​ຢຸດ​ຍິງ​ອອກ​ໄປ​ຕື່ມ ໂດຍ​ອ້າງວ່າ ມັນ​ບໍ່​ມີ​ຄວາມ​ກ້າວ​ໜ້າ​ໃດໆ​ໃນ​ການ​ເຈລະ​ຈາ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG