ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກ​ກະບົດ ​ຕາ​ລີ​ບານ​ ໄດ້​ປະກາດ​ຢຸດຍິງ ແບບຈຳກັດ ໃນ ອັຟການິສຖານ


ພວກນັກລົບຕາລີບານ ກຳລັງຟັງຄຳສັ່ງຈາກຜູ້ນຳຂັ້ນສູງ ຢູ່ເຂດເມືອງຊິນແດນ ໃນແຂວງເຮຣັດ ອັຟການິສຖານ.
ພວກນັກລົບຕາລີບານ ກຳລັງຟັງຄຳສັ່ງຈາກຜູ້ນຳຂັ້ນສູງ ຢູ່ເຂດເມືອງຊິນແດນ ໃນແຂວງເຮຣັດ ອັຟການິສຖານ.

ພວກ​ກໍ່​ການ​ຮ້າຍ​ຕາ​ລິ​ບານ​ ໄດ້​ປະກາດໃນ​ວັນ​ເສົາ​ມື້​ນີ້ວ່າ ຕົນ​ຈະ​ຢຸດເຊົາ​ການ​ປະຕິ
ບັດ​ງານ​ສູ້​ລົບ​ຕໍ່​ກຳລັງ​ຮັກສາ​ຄວາມ​ປອດ​ໄພຂອງລັດຖະບານຢູ່​ທົ່ວ​ປະ​ເທດ​ອັຟກາ
ນິສຖານ ເປັນເວລາ​ສາມ​ວັນ​ ລະຫວ່າງ​ບຸນ ອິ​ດ ອາລ ຟີ​ດ ຟີດ (Eid al Fitr) ຊຶ່ງ​ເປັນ
​ຂີດ​ໝາຍ ໃນການ​ເສັດ​ສິ້ນລົງ ຂອງເດືອນ​ອົດ​ອາຫານຣາມາ ດາ​ນ ສຳລັບຊາວ​ມຸສລິ​ມ.

ການ​ຢຸດ​ຍິງ​ລບັງເອີນມີຂຶ້ນ​ພ້ອມໆ​ກັນ ​ກັບ​ການ​ຢຸດ​ປະຕິບັດງານຕໍ່​ຕ້ານພວກ​ກະ​ບົດ
ຕາ​ລິ​ບານ ​ແຕ່ພຽງຝ່າຍດຽວຂອງ​ລັດຖະບານ​ອັຟກາ​ນິສຖານ ທີ່​ໄດ້​ເລີ້​ມ​ໃນ​ວັນ​ອັງ
ຄານ​ນີ້.

ຖະ​ແຫຼ​ງການຂອງ​ພວກ​ກະບົດ​ກ່າວ​ວ່າ ຜູ້ນຳ​ຕາ​ລິ​ບານ​ຍັງ​ໄດ້​ສັ່ງ​ໃຫ້​ພວກ​ນັກ​ລົບ​ຂອງ
​ຕົນ ​ບໍ່​ໃຫ້​ຈັດ​ປະຊຸມ ​ຢູ່​ໃນ​ເຂດ​ພົນລະ​ເຮືອນ ໃນລະຫວ່າງ​ວັນ​ບຸນດັ່ງກ່າວ​ເພື່ອ​ຊ່ວຍ​
ໃຫ້​ເພື່ອ​ນຮ່ວມ​ຊາດ ​ສະຫຼອງ​ບຸນ​ດ້ວຍ​ຄວາມ​ສະຫງົບ. ​ແຕ່​ກຸ່ມກະບົດ ຕາລີບານໄດ້​
ປະກາດ​ວ່າ ​ຈະ​ສືບ​ຕໍ່ໂຈມ​ຕີ​ກຳລັງທີ່ຢູ່ພາຍໃຕ້ການນຳພາຂອງ​ສະ ຫະລັດ ​ຢູ່ໃນ​ປະ​ເທດດັ່ງກ່າວ.

ນີ້​ຈະ​ເປັນ​ເທື່ອທຳ​ອິດ​ນັບ​ແຕ່​ປີ 2002 ເປັນຕົ້ນມາ ທີ່​ພວກ​ກະບົດ​ອິສລາມ ຈະ​ຢຸດ​ເຊົາ
ການ​ໂຈມຕີ​ໃນ​ອັຟກາສິ​ນຖານ ຊຶ່ງໃນ​ປັດຈຸບັນ​ນີ້​ ພວກຕາລີບານ ໄດ້​ຄວບ​ຄຸມ​ເອົາ ຫຼື
ພວມຍາດ​ແຍ່ງ​ເອົາ ເກືອບ​ເຄິ່ງນຶ່ງ​ຂອງ​ຈຳນວນ 407 ເມືອງ ໃນອັຟກາສິ​ນຖານ.

​ເອກ​ອັກຄະ​ລັດຖະທູດ​ອັຟກາ​ນິສຖານປະຈຳ​ປາ​ກິ​ສຖານ ທ່ານ​ໂອ​ມາ ຊາ​ຄີວາລ ​ໄດ້​ສະແດງຄວາມຍິນ​ດີ ​ກັບ​ການສະ​ເໜີ​ຂອງ​ພວກ​ກະບົດໂດຍ​ທັນທີ.

ທ່ານ​ຊາ​ຄີວາ​ລ ​ໄດ້​ຂຽນ​ຂໍ້ຄວາມ​ຂຽ​ນລົງ​ໃນທວິດ​ເຕີ​ວ່າ ມັນ​ເປັນ “ບາດກ້າວ​ທີ່ ໃຫ້ກຳ
ລັງໃຈ ​ແລະມີຄວາມ​ສຳຄັນ​ໄປ​ສູ່​ໂອກາດໃນການມີ​ສັນຕິພາບ. ​ຫວັງ​ວ່າ ການຢຸດເຊົາ
ໃນການ​ບໍ່​ນອງ​ເລືອດຊາວ​ອັ​ຟການິສຖານ​ໃນ​ວັນບຸນ​ອີ​ດນີ້​ກາຍ​ເປັນເລື້ອງທີ່ສຳຄັນ
ຫຼາຍທີ່ວ່າ ສ່ວນທີ່ເຫຼືອຂອງປີກໍຄວນຈະ​ປະກາດ​ໃຫ້​ເປັນວັນ​ບຸນ​ອີດສຳລັບຊາວ
ອັຟການິສຖານເຊັ່ນກັນ.”

ຢູ່ໃນ​ຄຳ​ປະກາດຂອງ​ກຸ່ມຕາ​ລິ​ບານຈາ​ກຜູ້ເປັນຫົວໜ້າ ມູລລາ ຮີ​ບາ​ຕູລລາ​ ອາກຮຸນ
ຊາ​ດາຍັງ​ໄດ້​ກ່າວວ່າ ຕົນ​ຈະ​ປ່ອຍ​ນັກ​ໂທດ​ຈຳນວນ​ນຶ່ງ ຫຼັງ​ຈາກ​ໄດ້​ຮັບຄຳ​ໝັ້ນ​ໝາຍ
ຈາກພວກ​ເຂົາ​ເຈົ້າ​ວ່າເຂົາ​ເຈົ້າ​ຈະ​ບໍ່​ກັບ​ຄືນ​ເຂົ້າ​ຮ່ວມກຳລັງ​ອັຟ ການິສຖານອີກ.

ປະທານາ​ທິບໍດີ​ອັຟການິສຖານ ທ່ານ​ອາສຣາຟ ກາ​ນີ ​ໃນ​ຕົ້ນ​ອາທິດ​ນີ້ ໄດ້​ສັ່ງ​ໃຫ້​ກຳ
ລັງຂອງ​ທ່ານ​ຢຸດ​ປະຕິບັດງານສູ້​ລົບຕໍ່​ພວກ​ຕາ​ລິ​ບານ​ເພື່ອ​ຊັກ​ຊວນ​ໃຫ້​ພວກກະບົດ​
ກັບເຂົ້າ​ຮ່ວມໂຕະເຈລະຈາ ເພື່ອຫາທາງຍຸດຕິບັນຫາ​ຂັດ​ແຍ້​ງທີ່ດຳເນີນ ມາ​ເປັນ​ເວ
ລາ 17 ປີແລ້ວນັ້ນ.

ປະທານາທິບໍດີອັຟການິສຖານ ທ່ານອາສຣັຟ ການີ ກ່າວກ່ຽວກັບສັນຕິພາບ ແລະການຮ່ວມມື ຄວາມໝັ້ນຄົງ ທີ່ກອງປະຊຸມ ໃນນະຄອນຄາບູລ ປະດທດອັຟການິສຖານ.
ປະທານາທິບໍດີອັຟການິສຖານ ທ່ານອາສຣັຟ ການີ ກ່າວກ່ຽວກັບສັນຕິພາບ ແລະການຮ່ວມມື ຄວາມໝັ້ນຄົງ ທີ່ກອງປະຊຸມ ໃນນະຄອນຄາບູລ ປະດທດອັຟການິສຖານ.

ການ​ເຄື່ອນ​ໄຫ​ວດັ່ງກ່າວ ແມ່ນ​ເປັນ​ທີ່​ຍິນ​ດີ​ຢ່າງ​ກວ້າງຂວາງ ​ແລະ​ສະຫະລັດ​ໄດ້ໃຫ້​
ຄຳໝັ້ນ​ສັນຍາ​ ທີ່​ຈະ​ໃຫ້​ກຽດ​ແກ່​ໂອກາດໃນການ​ສ້າງສັນ​ຕິ​ພາບ​ຂອງ​ທ່ານ​ກາ​ນີ.

ອ່ານຂ່າວນີ້ເພີ້ມປັນພາສາອັງກິດ

XS
SM
MD
LG