ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ນຳ​ກຸ່ມ ຕາ​ລີ​ບານ ຢ້ຽມ​ຢາມ ຈີນ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ເຈ​ລ​ຈາ ສະ​ຫະ​ລັດ ທີ່​ໄດ້​ສິ້ນ​ສຸດ​ໄປ


ສະ​ມາ​ຊິກ​ຂອງ​ຜູ້​ແທນ​ກຸ່ມ​ຕາ​ລີ​ບານ, ນຳ​ໜ້າ​ໂດຍ​ຫົວ​ໜ້າ​ນັກ​ເຈ​ລະ​ຈາກ ທ້າວ ມຸ​ລ​ລາ ອັບ​ດຸ​ລ ກາ​ນີ ບາ​ຣາ​ດາ, ກາງ, ເດີນ​ທາງ​ອອກ​ຈາກ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ກັບ​ບ​ນັກ​ການ​ເມືອງ ອາ​ວຸ​ໂສ ອັ​ຟ​ກາ​ນິ​ສ​ຖານ, ນະ​ຄອນຫຼວງ ມົ​ສ​ກູ, 30 ພຶດ​ສະ​ພາ, 2019.
ສະ​ມາ​ຊິກ​ຂອງ​ຜູ້​ແທນ​ກຸ່ມ​ຕາ​ລີ​ບານ, ນຳ​ໜ້າ​ໂດຍ​ຫົວ​ໜ້າ​ນັກ​ເຈ​ລະ​ຈາກ ທ້າວ ມຸ​ລ​ລາ ອັບ​ດຸ​ລ ກາ​ນີ ບາ​ຣາ​ດາ, ກາງ, ເດີນ​ທາງ​ອອກ​ຈາກ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ກັບ​ບ​ນັກ​ການ​ເມືອງ ອາ​ວຸ​ໂສ ອັ​ຟ​ກາ​ນິ​ສ​ຖານ, ນະ​ຄອນຫຼວງ ມົ​ສ​ກູ, 30 ພຶດ​ສະ​ພາ, 2019.

ຄະ​ນະ​ຜູ້​ແທນ​ຕາງ​ໜ້າ​ໃຫ້ກຸ່ມ ຕາ​ລີ​ບານ ໄດ້​ຈັດ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​
ວຸໂສໃນ ຈີນ ເມື່ອວັນອາທິດວານນີ້ ເພື່ອປຶກສາຫາລື ກ່ຽວກັບ ການເຈລະຈາສັນຕິພາບ
ຂອງກຸ່ມກົດບົດອິສລາມດັ່ງກ່າວ ກັບ ສະຫະລັດ ທີ່ຕອນນີ້ໄດ້ຢຸດໄປແລ້ວນັ້ນ.

ການ​ຢ້ຽມ​ຢາມ​ຂອງ​ກຸ່ມ​ກະ​ບົດ​ໄດ້​ມີ​ຂຶ້ນ​ສອງ​ອາ​ທິດ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ
ທ່ານ ດໍໂນລ ທຣຳ ໄດ້ຍົກເລີກການເຈລະຈາສັນຕິພາບດົນຫຼາຍເດືອນຂອງລັດຖະ
ບານຂອງທ່ານຢ່າງກະທັນຫັນ, ໂດຍອ້າງເຖິງການໂຈມຕີທີ່ຮ້າຍແຮງຂອງກຸ່ມ ຕາລີ
ບານ ໃນປະເທດ ອັຟການິສຖານ.

ໄດ້​ມີ​ຄວາມ​ເຊື່ອ​ວ່າ ຄູ່​ປໍ​ລະ​ປັກ​ດັ່ງ​ກ່າວແມ່ນ​ໃກ້​ຈະ​ໄດ້​ເຊັນ​ຂໍ້​ຕົກ​ລົງນຳ​ກັນ​ ເພື່ອ​ສິ້ນ​ສຸດ​
ສົງຄາມຍາວ 18 ປີກ່ອນທ່ານ ທຣຳ ໄດ້ປະກາດວ່າຂະບວນການສັນຕິພາບດັ່ງກ່າວ
ວ່າ “ໄດ້ສິ້ນສຸດແລ້ວ.”

ໂຄ​ສົກ​ກຸ່ມ​ຕາ​ລີ​ບານ ທ້າວ ຊູ​ເຮ​ລ ຊາ​ຮີນ (Suhail Shaheen) ໄດ້​ກ່າວ​ວ່າ​ຄະ​ນະ​ຜູ້​
ແທນທີ່ມີສະມາຊິກ 9 ຄົນໄດ້ເດີນທາງໄປ ປັກກິ່ງ ພາຍໃຕ້ການນຳພາຂອງທ້າວ
ມູລລາ ບາຣາດາ, ຫົວໜ້າຫ້ອງການ ດ້ານການເມືອງ ຂອງກຸ່ມດັ່ງກ່າວໃນປະເທດ
ກາຕ້າ, ເຊິ່ງເປັນເຈົ້າພາບຈັດການເຈລະຈາລະຫວ່າງ ສະຫະລັດ ກັບ ກຸ່ມຕາລີບານ.

ຄະ​ນະ​ຜູ້​ແທນ​ດັ່ງ​ກ່າວ​ໄດ້​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ​ດ້ວຍ​ການ​ພົບ​ປະ​ກັບ​ທູດ​ພິ​ເສດ​ຂອງ
ຈີນ ທີ່ຮັບຜິດຊອບ ກ່ຽວກັບ ອັຟການິສຖານ, ທ່ານ ເດັງ ຊີຈຸນ, ອີງຕາມການກ່າວຂອງ
ໂຄສົກກຸ່ມຕາລີບານ.

ທ້າວ ຊາ​ຮີນ ໄດ້​ກ່າວ​ຢ້ຳ​ວ່າ “ທູດ​ພິ​ເສດ ຈີນ ໄດ້​ກ່າວ​ວ່າ ຂໍ້​ຕົກ​ລົງ ສະ​ຫະ​ລັດ-ຕາ​ລີ​ບານ
ແມ່ນໂຄງຮ່າງທີ່ດີສຳລັບການແກ້ໄຂບັນຫາ ອັຟການິສຖານ ທີ່ສະຫງົບ ແລະ ເຂົາເຈົ້າ
ກໍສະໜັບສະໜູນມັນ.”

ລາວ​ໄດ້​ກ່າວ​ຄຳ​ເວົ້າ​ຂອງ​ທ້າວ ບາ​ຣາ​ດາ ວ່າ ການ​ຕ້ອນ​ຮັບ​ກຸ່ມ​ຕາ​ລີ​ບານ​ຂອງ ຈີນ ໄດ້​ລິ
ເລີ່ມດ້ວຍການເຈລະຈາກັບ ສະຫະລັດ ແລະ “ຂໍ້ຕົກລົງຮອບດ້ານ” ກໍລວມຢູ່ດ້ວຍ.

ທ້າວ ບາ​ຣາ​ດາ ກ່າວ​ວ່າ “ຕອນນີ້, ຖ້າ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ຣິ​ກາ ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ເວົ້າ
ແລະ ຄຳສັນຍາຂອງລາວ, ຕໍ່ໄປຄວາມຮັບຜິດຊອບສຳລັບການທຳລາຍລ້າງເພີ່ມເຕີມ
ແລະ ການນອງເລືອດໃນ ອັຟການິສຖານ ກໍຈະເປັນຄວາມຮັບຜິດຊອບຂອງລາວທັງ
ໝົດ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ ບໍ່​ໄດ້​ອອກ​ມາ​ໃຫ້​ຄຳ​ເຫັນ​ໃນ​ທັນ​ທີ​ທັນ​ໃດ ກ່ຽວ​ກັບ ການ​ພົບ​ປະ​
ຂອງເຂົາເຈົ້າກັບຄະນະຜູ້ແທນຂອງກຸ່ມຕາລີບານ.

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​
ປາໄສປົກກະຕິ ໃນກອງປະຊຸມຖະແຫຼງຂ່າວທີ່ ປັກກິ່ງ ນັ້ນໄດ້ຮຽກຮ້ອງໃຫ້ເລີ່ມຂະບວນ
ການສັນຕິພາບລະຫວ່າງ ສະຫະລັດ ແລະ ຕາລີບານ ຄືນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG