ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ອັຟການິສຖານ ສູ້ລົບ ກັບກຸ່ມຕາລີບານ ຫຼັງຈາກ ການໂຈມຕີ ຢູ່ທີ່ເມືອງ Kandahar


ແຜນທີ່ ຂອງແຂວງ Kandahar ປະເທດອັຟການິສຖານ
ແຜນທີ່ ຂອງແຂວງ Kandahar ປະເທດອັຟການິສຖານ

ກຳລັງຮັກສາຄວາມປອດໄພ ອັຟການິສຖານ ແລະ ພວກຫົວ
ຮຸນແຮງຕາລີບານ ຍັງສືບຕໍ່ສູ້ລົບກັນຢູ່ ໃນວັນພຸດມື້ນີ້ ຢູ່ທີ່ເມືອງ
Kandahar ​ໃນ​ພາກ​ໃຕ້ຂອງອັຟການິສຖານ ໃນຂະນະທີ່ທະຫານ
ໄດ້ພະຍາຍາມ ສະກັດ​ກັ້ນການບຸກໂຈມຕີ ຂອງພວກກະບົດ ຕໍ່ຄຸ້ມ
ທີ່ພັກອາໄສ ຂອງທະຫານ ຢູ່ໃກ້ກັບສະໜາມບິນຂອງເມືອງ
ດັ່ງກ່າວ.

ຢ່າງໜ້ອຍ 9 ຄົນ ໄດ້ຖືກຂ້າຕາຍ ໃນການໂຈມຕີທີ່ໄດ້ເລີ້ມຕົ້ນຂຶ້ນ
ໃນວັນອັງຄານວານນີ້ ອັນເປັນການວາງລະເບີດສະລະຊີບໂດຍ
ພວກຕາລີບານ ໃສ່ຄຸ້ມ​ດັ່ງກ່າວ ແລະ ຕໍ່ຈາກນັ້ນ ກໍ​ເຂົ້າຍຶດ​ເອົາຕຶກ
ໂຮງຮຽນທີ່ຢູ່ໃກ້ຄຽງ.

ຜູ້ບັນຊາການທະຫານ​ປະຈຳ​ເຂດ ນາຍພົນ Daud Shah Wafadar ໄດ້ກ່າວຕໍ່ວີໂອເອ ວ່າ ທ່ານເຊື່ອວ່າ ທ່ານເອງເປັນເປົ້າໝາຍຂອງພວກຫົວຮຸນແຮງ.

ທ່ານເວົ້າວ່າ “ຂ້າພະເຈົ້າ ກຳລັງເດີນທາງກັບຄືນໄປບ້ານພັກຂອງຂ້າພະເຈົ້າ ຈາກ
ໂຮງ ການ ໃນເວລາຂ້າພະເຈົ້າຖືກໂຈມຕີ ແຕ່ຂ້າ ພະເຈົ້າໜີອອກມາໄດ້ ໂດຍບໍ່ໄດ້
ຮັບບາດເຈັບ.”

ພວກຕາລີບານ ໄດ້ສົ່ງຖະແຫລງການສະບັບໜຶ່ງ ຫາວີໂອເອ ທີ່ອ້າງວ່າ ພວກວາງລະເບີດ
ສະລະຊີບຂອງຕົນ ໄດ້ເຮັດໃຫ້ ກຳລັງຮັກສາຄວາມປອດໄພ ອັຟການິສຖານ ລົ້ມເຈັບຕາຍ
ຫຼາຍສິບຄົນ. ແຕ່ກຸ່ມຕາລີບານ ແມ່ນຮູ້ຈັກກັນດີວ່າ ມັກເວົ້າເກີນຈຳນວນ ໃນການໂຈມຕີ
ຕ່າງໆ ເຊັ່ນນັ້ນ.

ບັນດາເຈົ້າໜ້າທີ່ອັຟການິສຖານ ຍັງໄດ້ລາຍງານ ໃນວັນອັງຄານວານນີ້ວ່າ ການຕໍ່ສູ້ກັນ
ລະຫວ່າງ ພັກຝ່າຍປໍລະປັກພາຍໃນກຸ່ມດັ່ງກ່າວ ໄດ້ເຮັດໃຫ້ຫຼາຍສິບຄົນເສຍຊີວິດ ແລະ
ອີກຫຼາຍຄົນໄດ້ຮັບບາດເຈັບ ໃນເມືອງ Herat ທາງພາກຕາເວັນຕົກ ຂອງປະເທດ ບ່ອນທີ່
ກຸ່ມກໍ່ຕັ້ງຂຶ້ນໃໝ່ ທີ່ແຍກ​ໂຕອອກໄປ ຈາກກຸ່ມຕາລີບານ ໄດ້ຕັ້ງສຳນັກງານໃຫຍ່ຢູ່ແຫ່ງນັ້ນ.

ໄດ້ມີລາຍງານວ່າ ກຸ່ມກະບົດຕາລີບານຫລັກ ກຽມພ້ອມທີ່ຈະເປີດສາກບຸກໂຈມຕີກຸ່ມ​ແຍກ​
ໂຕ​ອອກ ທີ່ໄດ້ປະຕິເສດ ທີ່ຈະປະຕິຍານຕົນ ຕໍ່ຫົວໜ້າຄົນໃໝ່ ຄື Mullah Mansour
Akhtar ນັ້ນ.

Afghanistan Taliban Attack
please wait

No media source currently available

0:00 0:01:14 0:00

XS
SM
MD
LG