ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ​ຫົວ​ຮຸນ​ແຮງ​ຕາ​ລີ​ບານ ໄດ້​ສັງຫານອີກ 23 ຄົນ ໃນການໂຈມຕີ ຢູ່ອັຟການິສຖານ


ທະຫານອັຟການິສຖານ ຢືນອ້ອມຊາກລົດເມ ທີ່ຖືກລະເບີດທຳລາຍ ໃນການໂຈມຕີສະລະຊີບ ໂດຍພວກ​ຫົວ​ຮຸນ​ແຮງ​ຕາ​ລີ​ບານ ໃນນະຄອນຫລວງກາບູລ, ວັນທີ 13 ທັນວາ 2014.
ທະຫານອັຟການິສຖານ ຢືນອ້ອມຊາກລົດເມ ທີ່ຖືກລະເບີດທຳລາຍ ໃນການໂຈມຕີສະລະຊີບ ໂດຍພວກ​ຫົວ​ຮຸນ​ແຮງ​ຕາ​ລີ​ບານ ໃນນະຄອນຫລວງກາບູລ, ວັນທີ 13 ທັນວາ 2014.

ພວກ​ຫົວ​ຮຸນ​ແຮງ​ຕາ​ລີ​ບານ ​ໄດ້​ສັງຫານ ປະມານ 20 ຄົນ ​ໃນ
​ການ​ໂຈມ​ຕີ​ດ້ວຍ​ປືນ ​ແລະ​ ໂຈມ​ຕີ​ສະລະ​ຊີບ ​ໃນ​ອັຟກາ​ນິສ
ຖານ ​ເມື່ອ​ວັນ​ເສົາ​ວານ​ນີ້ ທີ່ເນ້ນ​ໜັກ​ໃຫ້​ເຫັນເຖິງ​ຄວາມ​ກັງວົນ
ຕ່າງໆ​ດ້ານຄວາມ​ໝັ້ນຄົງ ພຽງ​ບໍ່​ເທົ່າ​ໃດ​ອາທິດ​ກ່ອນ​ໜ້າການ​
ຖອນອອກ​ໄປ​ ຂອງ​ກຳລັງ​ນາໆ​ຊາດ​ນັ້ນ.

ຢູ່​ທາງ​ພາກ​ໃຕ້​ຂອງ​ອັຟກາ​ນິສຖານ ພວກ​ຫົວ​ຮຸນ​ແຮງ ​ໄດ້​ຍິງ​
ສັງຫານ ຄົນ​ງານ 12 ຄົນ ​ທີ່​ກຳລັງ​ເກັບ​ກູ້​ລະ​ເບີດ​ຝັງ​ດິນ ​ໃນ
​ແຂວງ Helmand ຊຶ່ງ​ກໍ່​ໃຫ້​ມີ​ການ​ຍິງ​ຕອບ​ໂຕ້​ກັນ​ກັບເຈົ້າໜ້າ​ທີ່
ຕຳຫລວດ.

ອົງການ​ຂ່າວ Reuters ລາຍ​ງານ​ວ່າ ພວກ​ໂຈມ​ຕີ 4 ຄົນ ຖືກ​ຂ້າ​ຕາຍ ​ໃນ​ການ​ຍິງ​ສູ້ກັນ
ແລະ ອີກ 3 ຄົນ​ຖືກຈັບ​ກຸມ​.

​ກ່ອນ​ໜ້າ​ນັ້ນ​ໃນວັນ​ເສົາ​ວານ​ນີ້ ຕຳຫລວດ​ອັຟກາ​ນິສຖານ ກ່າວ​ວ່າ ພວກມື​ປືນ​ໄດ້​ຍິງ​
ສັງຫານ ເຈົ້າໜ້າ​ທີ່​ອາວຸ​ໂສຄົນ​ນຶ່ງ ຂອງ​ສານ​ສູງ​ສຸດອັຟກາ​ນິສຖານ ຄື​ທ່ານ Atiqullah
Rawoofi ຢູ່ໃກ້ໆ​ກັບເຮືອນຂອງ​ທ່ານ ​ໃນເຂດ​ຊານເມືອງຫລວງກາບູລ. ພວກ​ຫົວ​
ຮຸນ​ແຮງ ຕາ​ລີ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສຳ​ຫລັບ​ການ​ຄາດ​ຕະກຳ​ ທ່ານ
Rawoofi ແຕ່​ບໍ່​ໄດ້​ບອກ​ວ່າ ​ຍ້ອນສາ​ເຫດ​ອັນໃດ.

​ໃນ​ນະຄອນຫລວງ​ກາ​ບູລ ລະ​ເບີດ​ລູກ​ນຶ່ງ​ໄດ້​ທຳລາຍ​ລົດ​ເມ ທີ່​ບັນທຸກທະຫານ​ອັຟການິສ
ຖານ ​ ເຮັດ​ໃຫ້ ຢ່າງ​ນ້ອຍ 6 ຄົນ ​ເສຍ​ຊີວິດ ​ແລະ ​ ​ຄົນອື່ນໆ ສິບກ່ວາຄົນ ​ໄດ້​ຮັບ​ບາດ​ເຈັບ.

ໃນ​ເຫດ​ຮຸນ​ແຮງ​ອື່ນໆ​ນັ້ນ ກອງ​ກຳລັງ​ປະສົມ​ນາໆ​ຊາດ ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ພວກ
ຫົວຮຸນ​ແຮງ​ຕາ​ລີ​ບານ ​ໄດ້​ໂຈມ​ຕີບໍລິ​ເວນ​ໃກ້ໆ​ກັບ​ຄ້າຍເດີ່ນ​ບິນ Bargram ຂອງ​ສະຫະ​ລັດ
ຢູ່​ທາງ​ທິດ​ເໜືອ​ຂອງ​ກາ​ບູລ ​ໃນ​ວັນ​ສຸກ​ຜ່ານ​ມາ ​ໂດຍໄດ້​ສັງຫານ ທະຫານ NATO 2 ຄົນ.

AFGHAN VIOLENCE VO
please wait
Embed

No media source currently available

0:00 0:00:23 0:00

XS
SM
MD
LG