ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຕາລີບັນ ສັງຫານ 11 ຄົນ ໃນການໂຈມຕີ ສະລະຊີບ ຢູ່ ອັຟການີສຖານ (ສະໄລດ໌/ວີດີໂອ)


afghanistan20mar14
please wait
Embed

No media source currently available

0:00 0:00:46 0:00

ເບິ່ງວີດີໂອເລື້ອງນີ້.

ພວກ​ນັກ​ລົບຂອງກຸ່ມ​ຕາ​ລີ​ບັນ ​ໄດ້​ໂຈມ​ຕີ​ປ້ອມ​ຕຳຫຼວດ​ແຫ່ງ
ນຶ່ງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ ​ເຮັດ​ໃຫ້​ປະຊາ
ຊົນ 11 ຄົນ​ເສຍ​ຊີວິດ ທີ່​ຮວມທັງ​ຕຳຫຼວດ 10 ຄົນ.

ການ​ບຸ​ກໂຈມ​ຕີ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ​ໄດ້​ເກີດ​ຂຶ້ນ​
ໃນ​ເມືອງ Jalalabad ​ໃກ້​ກັບ​ເຮືອນ​ຂອງເຈົ້າ​ແຂວງ
ຂອງ​ແຂວງ​ດັ່ງກ່າວ ​ແລະ​ມີ​ຂຶ້ນ​ໃນ​ເວລາ 2 ສັບປະດາ
​ກ່ອນ ອັ​ຟກາ​ນີສຖານ​ຈັດການ​ເລືອກ​ຕັ້ງ​ປະທານາທິບໍ
ດີ​ຂອງ​ຕົນ​ຂຶ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເລີ້ມ​
ຂຶ້ນ​ດ້ວຍ​ການວາງ​ລະ​ເບີດ​ສະລະ​ຊີບຢູ່​ນອກ​ປ້ອມ​ຕຳຫຼວດ​ດັ່ງກ່າວ ​ແລະ​ດຳ​ເນີນ​ສືບ​
ຕໍ່​ເປັນ​ເວລາ​ຫຼາຍ​ຊົ່ວ​ໂມງ ​ໃນ​ຂະນະ​ທີ່ພວກ​ກຳລັງ​ຮັກສວາ​ຄວາມ​ປອດ​ໄພ​ອັຟກາ​ນີສ
ຖານ​ທຳ​ການ​ຕໍ່ສູ້​ກັນ​ກັບ​ພວກ​ມື​ປືນ​ກຸ່ມ​ຕາ​ລີ​ບັນນັ້ນ.

ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Ayub Solangi ກ່າວ​ວ່າ ການ​ສູ້​ລົບ​ກັນ​ໄດ້​ຍຸດຕິ​ລົງ​
ເວລາ​ພວກ​ມື​ປືນ​ທັງ 7 ຄົນ​ເສຍ​ຊີວິດ.

​ໂຄສົກ​ກຸ່ມ​ຕາ​ລີ​ບັນ ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສຳລັບ​ການ​ໂຈມ​ຕີ​ດັ່ງກ່າວ.

XS
SM
MD
LG