ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກກະບົດ ຕາລີບານ ລັກພາຕົວ ປະຊາຊົນ 60 ຄົນໄປ ໃນ ອັຟການິສຖານ


ແຜນທີ່ແຂວງ Kandahar, ປະເທດ ອັຟການິສຖານ.
ແຜນທີ່ແຂວງ Kandahar, ປະເທດ ອັຟການິສຖານ.

ປະຊາຊົນຢ່າງໜ້ອຍ 60 ຄົນ ໄດ້ຖືກລັກພາຕົວໄປ ຈາກບ້ານແຫ່ງໜຶ່ງໃນແຂວງ
Kandahar ທີ່ຕັ້ງຢູ່ພາກໃຕ້ຂອງປະເທດ ອັຟການິສຖານ, ໂດຍພວກກະບົດ ຕາລີບານ,
ພ້ອມກັບມີລາຍງານວ່າ ຜູ້ທີ່ຖືກຈັບໄປ 7 ຄົນໄດ້ຖືກຂ້າຕາຍ. ອີງຕາມການກ່າວຂອງ
ເຈົ້າໜ້າທີ່ ອັຟການິສຖານ.

ໂຄສົກຄົນໜຶ່ງສຳລັບເຈົ້າແຂວງ ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ພວກຊາວບ້ານໄດ້ຖືກ
ລັກພາຕົວໄປ ໃນການໂຈມຕີໃສ່ລົດເມຫຼາຍຄັ້ງ ໂດຍພວກ ຕາລີບານ ໃນສີ່ວັນທີ່ຜ່ານ
ມາ, ເຖິງແມ່ນວ່າ ຫົວໜ້າຂອງຕຳຫຼວດແຂວງ Kandahar ຈະບອກອົງການຂ່າວ AFP
ວ່າ ການລັກພາຕົວ ໄດ້ເກິີດຂຶ້ນຢູ່ເຮືອນຂອງພວກຊາວບ້ານ ໃນວັນສຸກທີ່ຜ່ານມາກໍ
ຕາມ.

ຫົວໜ້າຕຳຫຼວດທ່ານ Abdul Raziq ໄດ້ກ່າວຕໍ່ອົງການຂ່າວ AFP ວ່າ “ພວກຕາລີ
ບານໄດ້ລັກພາຕົວປະຊາຊົນ 70 ຄົນໄປຈາກເຮືອນຂອງພວກເຂົາເຈົ້າ ໃນບ້ານທີ່ຕັ້ງຢູ່
ຕາມທາງຫຼວງແຂວງ Kandahar ຫາ Tarinkot ໃນວັນສຸກແລ້ວນີ້. ມື້ນີ້ພວກເຂົາໄດ້
ຂ້າ 7 ຄົນໃນຈຳນວນນັ້ນ. ສົບຂອງພວກເຂົາເຈົ້າ ໄດ້ຖືກພົບເຫັນໂດຍພວກຊາວບ້ານ
ໃນຕອນເຊົ້າມື້ນີ້.”

ທ່ານ Raziq ກ່າວວ່າ ພວກກະບົດໄດ້ປ່ອຍໂຕປະກັນ 30 ຄົນ ແລະ ຍັງຈັບໄວ້ຢູ່ 30
ຄົນ. ແນວໃດກໍຕາມ, ທ່ານ Samim Khpolwak ໂຄສົກສຳລັບເຈົ້າແຂວງ ກໍໄດ້ກ່າວຕໍ່
ອົງການຂ່າວ AP ວ່າ ປະຊາຊົນ 20 ຄົນສາມາດຫຼົບໜີອອກມາໄດ້ ແລະ 33 ຄົນຍັງ
ຖືກຈັບກຸມໄວ້ຢູ່. ທ່ານໄດ້ຢືນຢັນວ່າປະຊາຊົນ 7 ຄົນແມ່ນໄດ້ຖືກຂ້າຕາຍ.

ທ່ານ Khpolwak ໄດ້ກ່າວວ່າ ລົດເມໄດ້ເດີນທາງໄປແຂວງ Uruzgan ໃນເວລາທີ່
ການໂຈມຕີໄດ້ເກີດຂຶ້ນ. ພວກ ຕາລີບານ ຍັງບໍ່ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບ
ການລັກພາຕົວໄປໃນຄັ້ງນີ້ເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG