ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ກະ​ບົດ ຕາ​ລີ​ບານ ໂຈມ​ຕີ ເມືອງ​ທີສອງ​ຂອງ ອັ​ຟ​ກາ​ນິ​ສ​ຖານ ໃນ​ຮອບສອງວັນ


ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ອັ​ຟ​ກາ​ນິ​ສ​ຖານ ເດີນ​ທາງ​ຮອດ​ສະ​ຖານ​ທີ່ ໃນ​ລະ​ຫວ່າງ​ການ​ຕໍ່​ສູ້​ກັບ​ກຸ່ມ ຕາ​ລີ​ບານ ໃນແຂວງ ຄັນ​ດຸ​ສ, ອັ​ຟາ​ກາ​ນິ​ສ​ຖານ, 31 ສິງ​ຫາ, 2019.
ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ອັ​ຟ​ກາ​ນິ​ສ​ຖານ ເດີນ​ທາງ​ຮອດ​ສະ​ຖານ​ທີ່ ໃນ​ລະ​ຫວ່າງ​ການ​ຕໍ່​ສູ້​ກັບ​ກຸ່ມ ຕາ​ລີ​ບານ ໃນແຂວງ ຄັນ​ດຸ​ສ, ອັ​ຟາ​ກາ​ນິ​ສ​ຖານ, 31 ສິງ​ຫາ, 2019.

ກຸ່ມ​ຕາ​ລີ​ບານ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ໃສ່​ເມືອງ​ທີ​ສອງ​ຂອງ ອັ​ຟ​ກາ​ນິ​ສ​ຖ​ານ ພາຍ​ໃນ​
ສອງວັນ, ເຖິງແມ່ນການເຈລະຈາຮອບທີ 9 ກັບ ສະຫະລັດ ກ່ຽວກັບ ການສິ້ນສຸດສົງ
ຄາມແມ່ນໄດ້ປິດລົງແລ້ວກໍຕາມ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ແຂວງ ບາກ​ລານ ໄດ້​ກ່າວ​ວ່າ ພວກ​ກະ​ບົດ​ໄດ້​ຢູ່​ໃນ​ເຂດ ນອກ​ຂອງ​
ນະຄອນຫຼວງ.

ໂຄ​ສົກ​ກຸ່ມ​ຕາ​ລີ​ບານ ທ້າວ ຊາ​ບີ​ຮູ​ລ​ລາ ມູ​ຈາ​ຮິດ ໄດ້​ກ່າວ​ວ່າ ນັກ​ຮົບ​ຂອງ​ພວກ​ເຂົາ​ໄດ້
ບຸກເຂົ້າໄປໃນດ່ານຮັກສາຄວາມປອດໄພຂອງ ອັຟການິສຖານ ໃກ້ກັບເມືອງ ໂປລ-ອີ-
ຄຳຣີ ແລະ ຕອນນີ້ເຂົາເຈົ້າແມ່ນຢູ່ໃນເມືອງຫຼວງຂອງແຂວງນັ້ນ. ທ້າວ ມູຈາຮິດ ໄດ້
ກ່າວວ່າ “ເຮືອນຂອງຜູ້ປົກຄອງແຂວງແມ່ນໄດ້ຖືກຍຶດ ແລະ ສັດຕູໄດ້ປະສົບກັບການ
ຜ່າຍແພ້ຢ່າງໜັກ.”

ວັນ​ເສົາ​ວານນີ້ ກຸ່ມ​ຕາ​ລີ​ບານ​ໄດ້​ຈັດ​ການ​ໂຈມ​ຕີ​ກ່ອນ​ແຈ້ງ “ຢ່າງກວ້າງ​ຂວາງ” ໃນ​ເມືອງ
ຄັນດຸສ, ເຊິ່ງແມ່ນເມືອງຫຼວງຂອງແຂວງທີ່ມີຊື່ດຽວກັນນັ້ນ ຈາກຫຼາຍທິດທາງທີ່ແຕກ
ຕ່າງກັນ, ຈົນເຮັດໃຫ້ກາຍເປັນວັນທີ່ມີການຍິງຕໍ່ສູ້ກັນຢ່າງດຸເດືອດກັບກອງກັບລັດຖະ
ບານ ອັຟການິສຖານ.

ໃນ​ຂະ​ນະ​ດຽວ​ກັນ, ທູດ​ພິ​ເສດ ສະ​ຫະ​ລັດ ທ່ານ ຊ​າ​ລ​ເມ ຄາ​ລິ​ລ​ຊາດ ໄດ້​ປະ​ກາດ​ໃນ​
ວັນອາທິດມື້ນີ້ຜ່ານທວິດເຕີວ່າ ທ່ານໄດ້ສິ້ນສຸດການເຈລະຈາສັນຕິພາບຮອບທີ 9 ກັບ
ກຸ່ມຕາລີບານໃນປະເທດ ກາຕ້າ ແລະ ໄດ້ຈະເດີນທາງໄປນະຄອນຫຼວງ ກາບູລ ເພື່ອ
ຈັດກອງປະຊຸມລາຍງານກັບບັນດາຜູ້ນຳ ອັຟການິສຖານ ກ່ຽວກັບ ການປຶກສາຫາລື
ຂອງທ່ານກັບພວກກະບົດ. ພວກສະມາຊິກຂອງທ້າວ ຄາລິລຊາດ ແມ່ນຍັງຢູ່ໃນນະ
ຄອນຫຼວງ ໂດຮາ ແລະ ຈະມີການເຈລະຈາດ້ານເຕັກນິກອີກສອງສາມຄັ້ງໃນວັນອາ
ທິດມື້ນີ້, ອີງຕາມການກ່າວຂອງໂຄສົກກຸ່ມກະບົດ ທ້າວ ຊູເຮລ ຊາຮີນ.

ທ່ານ ຄາ​ລິ​ລ​ຊາດ ໄດ້​ຂຽນ​ໃນ​ທວິດ​ເຕີວ່າ “ພວກ​ເຮົາ​ຢູ່​ໃນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ຕົກ​ລົງ​
ທີ່ຈະຫຼຸດຜ່ອນຄວາມຮຸນແຮງ ແລະ ເປີດປະຕູໃຫ້ຊາວ ອັຟການິສຖານ ມານັ່ງນຳກັນ
ເພື່ອເຈລະຈາ ກ່ຽວກັບ ສັນຕິພາບທີ່ມີກຽດ ແລະ ຍືນຍົງ ແລະ ເພື່ອອັຟການິສຖານ ທີ່
ເປັນນຶ່ງດຽວກັນ, ແລະ ມີອຳນາດອະທິປະໄຕ ທີ່ຈະບໍ່ເປັນໄປຂົ່ມຂູ່ຕໍ່ ສະຫະລັດ, ພັນ
ທະມິດຂອງເຂົາເຈົ້າ, ຫຼື ປະເທດອື່ນໆ.”

ກຸ່​ມ​ຕາ​ລີ​ບານ​ໄດ້​ຢືນ​ຢັນ​ວ່າ ນັກ​ຮົບ​ຂອງ​ພວກ​ເຂົາ​ຍັງ​ຄົງ​ຄວບ​ຄຸມ​ຕຳ​ແໜ່ງ​ທີ່​ພວກ​ເຂົາ​
ໄດ້ຍຶດໃນເມືອງ ຄັນດຸສ, ໃນຂະນະທີ່ບັນດາເຈົ້າໜ້າທີ່ ອັຟການິສຖານ ໄດ້ກ່າວວ່າ
ກອງກຳລັງລັດຖະບານໄດ້ເອົາຊະນະພວກນັກໂຈມຕີນັ້ນ. ການສື່ສານທຸກຢ່າງຍັງຄົງ
ຖືກຕັດຂາດ ນັບຕັ້ງແຕ່ກຸ່ມກະບົດໄດ້ໂຈມຕີເມືອງ ຄັນດຸສ ໃນຕອນເຊົ້າມືດເມື່ອວັນ
ເສົາວານນີ້, ເຮັດໃຫ້ມັນຫຍຸ້ງຍາກທີ່ຈະຄົ້ນຫາລາຍລະອຽດ ກ່ຽວກັບ ການຕໍ່ສູ້ກັນ
ຈາກແຫຼ່ງຂ່າວອິດສະຫຼະ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG